ໂຮມເຂດເສດຖະກິດພິດເສດສະຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ ບ້ານແດນ-ສະຫວັນ

   ວັນທີ 31 ທັນວາ 2018 ນີ້, ທີ່ຫ້ອງປະຊຸມຂອງເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ຈັດພິທີປະກາດໂຮມເຂດເສດຖະກິດພິເສດສະ ຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແດນ ສະຫວັນ ໃຫ້ກຽດເປັນປະທານໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ມີຫົວໜ້າຄະນະບໍລິຫານເຂດເສດຖະ ກິດພິເສດສະ ຫວັນ-ເຊໂນ ແລະຫົວໜ້າເຂດການຄ້າຊາຍແດນ-ບ້ານແດນສະຫວັນ ພ້ອມດ້ວຍການຈັດຕັ້ງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີຄະນະຮັບຜິດຊອບກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານລັດຖະມົນຕີກະຊວງແຜນການແລະການລົງທຶນວ່າດ້ວຍການໂຮມເຂດ ເສດຖະກິດພິເສດສະຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແແດນສະຫວັນເຂົ້າຮ່ວມກັນນັບຕັ້ງແຕ່ວັນທີ 31 ທັນວາເປັນຕົ້ນໄປ ໂດຍມອບໃຫ້ທ່ານ ທອງໃສ ໄຊຍະວົງຄໍາດີ ຫົວໜ້າເຂດເສດຖະກິດພິເສດສະຫວັນ-ເຊໂນເປັນຜູ້ຊີ້ນໍາລວມ.

   ຈາກນັ້ນ, ທ່ານ ສຸພັນ ແກ້ວມີໄຊ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທັງສອງເຂດ ຊຶ່ງທ່ານໄດ້ກ່າວວ່າ: ເນື່ອງຈາກວ່າປະເທດລາວເຮົາເປັນປະເທດທີ່ບໍ່ໃຫຍ່, ເສດຖະກິດຂະຫຍາຍໂຕບໍ່ສູງຖ້າທຽບໃສ່ປະເທດອື່ນເປັນຕົ້ນແມ່ນປະເທດຍີ່ປຸ່ນ. ດັ່ງນັ້ນ, ເພື່ອເຮັດໃຫ້ການປະຕິບັດແນວທາງນະໂຍບາຍຈາກສູນກາງລົງ ທ້ອງຖິ່ນ ເພື່ອສະດວກໃນການປະຕິບັດ ນະໂຍບາຍດຽວໃຫ້ທົ່ວທຸກພາກສ່ວນເປັນຕົ້ນຫ້ອງການປະຕູດຽວທີ່ມີີຜູ້ຊີ້ນໍາພຽງຄົນດຽວແຕ່ມີສອງຫ້ອງການ. ການໂຮມເຂົ້າກັນໃນຄັ້ງນີ້ແມ່ນເປັນກໍາລັງແຮງ, ເປັນໂອກາດດີໃນການພັດທະນາເສດ ຖະກິດຂອງແຂວງສະຫວັນນະເຂດກໍ່ຄືປະເທດຊາດເຮົາ. ສະນັ້ນ, ຫຼັງຈາກທີ່ ໂຮມກັນເຂົ້າເປັນອັນໜຶ່ງອັນດຽວແລ້ວພະນັກງານທຸກຄົນຈົ່ງຮັກຫອມປອງດອງ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນຜັນຂະຫຍາຍທ່າແຮງທາງດ້ານເສດຖະກີດການລົງທຶນພາຍໃນແຂວງໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນໄປ.