ອ໋ອບໂປ້ພາພີ່ນ້ອງເຍົາວະຊົນທ່ຽວວັນເດັກສາກົນ

 ວັນທີ 1 ມິຖຸນາ 2019 ຜ່ານມາບໍລິສັດ ອ໋ອບໂປ້ ນຳພານ້ອງນ້ອຍນັກຮຽນຈາກໂຮງຮຽນປະຖົມສົມບູນໜອງບຶກ ຈັດກິດຈຳສະຫຼອງວັນເດັກສາກົນພ້ອມມອບອຸປະກອນການສຶກສາຈຳນວນໜຶ່ງທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມ

  ທ່ານ ຖັງ ເຊົ່າ ຜູ້ບໍລິຫານບໍລິສັດອ໋ອບໂປ້, ທ່ານ ນາງ ທອງຄິດ ສຽວສະຫວາດ ຜູ້ອຳນວຍການໂຮງຮຽນປະຖົມສົມບູນໜອງບຶກພ້ອມດ້ວຍຄູ, ພະນັກງານ ເຂົ້າຮ່ວມມ່ວນຊື່ນ.

  ໂອກາດດັ່ງກ່າວທ່ານນາງ ທອງຄິດ ກໍໃຫ້ສຳພາດກັບນັກຂ່າວໜັງສືພິມເສດຖະກິດ-ສັງຄົມຮູ້ວ່າ: ໃນນາມເປັນຜູ້ອຳນວຍການຮູ້ສຶກດີໃຈ ແລະພາກພູມໃຈຫຼາຍທີ່ທາງບໍລິສັດອ໋ອບໂປ້ເຫັນຄວາມສຳຄັນຂອງໂຮງຮຽນປະຖົມສົມບູນໜອງບຶກທີ່ນຳພານັກຮຽນຈຳນວນ 200 ກວ່າຄົນທ່ຽວງານວັນເດັກສາກົນຊຶ່ງກິດຈະກຳເພ່ິນຈັດໃຫ້ພາທ່ຽວສູນກາງຄ້າວຽງຈັນເຊັນເຕີພາເບິ່ງໜັງ, ແຕ້ມຮູບລະບາຍສີ ແລະ ອື່ນໆ ນອກຈາກນີ້ມອບທຶນການສຶກສາຈຳນວນໜຶ່ງ.

  ສຳລັບບໍລິສັດ ອ໋ອບໂປ້ ໜຶ່ງບໍລິສັດເປັນແບບໂທລະສັບທີ່ທົ່ວໂລກໃຫ້ການຍອມຮັບຄຸນນະພາບມາດຖານໂດຍສະເພາະຕະຫຼາດລາວສາມາດເຂົ້າເຖິງກຸ່ມລູກ ຄ້າກວມເອົາ 90% ມີສາຂາບໍລິການ 100 ກວ່າສາຂາທີ່ສຳຄັນສາມາດສ້າງວຽກເຮັດງານທຳຄົນລາວ 400 ຕຳແໜ່ງ ແນວໃດກໍຕາມແຜນຕໍ່ໜ້າບໍລິສັດ ຍັງມີການຜະລິດສິນຄ້າໃໝ່ໆເພື່ອຕອບໂຈດຄວາມຕ້ອງການລູກຄ້າຫຼາຍຂຶ້ນ ແລະ ປັບປຸງຂອດການບໍລິການໃຫ້ລູກຄ້າເຂົ້າເຖິງງ່າຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ