ເອຊີລີດາ ຈັບມືລາວໂທລະຄົມໃຫ້ບໍລິການຕື່ມມູນຄ່າໂທຜ່ານແອັບທັນໃຈ

  ເປີດນຳໃຊ້ບໍລິການຕື່ມມູນຄ່າໂທລະສັບຜ່ານ ACLEDA ThanChai Application ຂອງທະນາຄານເອຊີລີດາລາວ ຈຳກັດ ແລະ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ.

  ທະນາຄານ ເອຊີລີດາ ລາວຈໍາກັດຮ່ວມກັບ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນເປີດໂຕບໍລິການໃໝ່ເອົາໃຈຜູ້ໃຊ້ມືຖືເບີເຄືອຂ່າຍລາວໂທລະຄົມສາ ມາດຕື່ມມູນຄ່າໂທຜ່ານແອັບເອຊີລີດາທັນໃຈ.

  ວັນທີ 3 ມິຖຸນາ 2019 ທີ່ທະນາຄານເອຊີລີດາລາວ ຈໍາກັດ ໄດ້ມີພິທີຖະແຫຼງຂ່າວການຮ່ວມມືລະຫວ່າງທະນາຄານເອຊີລີດາລາວ ຈໍາກັດ ກັບບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນເພື່ອເປີດໃຫ້ບໍລິການໃໝ່ເອົາໃຈຜູ້ໃຊ້ມືຖືເພື່ອຕື່ມເງິນຄ່າໂທ ແລະ ຄ່າອິນເຕີເນັດເຄືອຂ່າຍລາວໂທລະຄົມຜ່ານ ACLEDA Thanchai Application Top-Up ເພື່ອຍົກລະດັບການໃຫ້ບໍລິການຂອງທັງສອງຝ່າຍເຮັດໃຫ້ລູກຄ້າສາມາດຕື່ມມູນຄ່າໂທ ແລະ ຄ່າອິນເຕີເນັດໄດ້ທຸກທີ່ທຸກເວລາເລີ່ມໃຊ້ໄດ້ຕັ້ງແຕ່ວັນທີ່ 1 ມິຖຸນາ 2019 ເປັນຕົ້ນໄປ.

 ເຂົ້າຮ່ວມໃນພິທີມີ ທ່ານ ດຣ. ຮາຍ ສະວາຍ ຜູ້ອຳນວຍການໃຫຍ່ທະນາຄານເອຊີລີດາ ລາວຈຳກັດ ແລະ ທ່ານ ນາງ ທິບພາພອນ ຫຼວງລາດ ຄະນະພະແນກ ບໍລິການລູກຄ້າອົງກອນຂອງບໍລິສັດລາວໂທລະຄົມພ້ອມດ້ວຍຄະນະ, ມີສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມໃນພິທີຄັ້ງນີ້ດ້ວຍ.

  ທ່ານ ດຣ. ຮາຍ ສະວາຍ ກ່າວວ່າ: ປະຈຸບັນມີລູກຄ້າລົງທະບຽນນຳໃຊ້ເອຊີລີດາທັນໃຈຫຼາຍກ່ວາ 32.770  ລູກຄ້າ ແລະ ສະດວກສະບາຍໃນການຊຳລະກັບ 370 ຮ້ານຄ້າຜ່ານ QR code ແລະ ຈະມີການເພີ່ມການບໍລິການອື່ນໆອີກຕາມຄວາມ ຕ້ອງການຂອງລູກຄ້າໃນໄລຍະຕໍ່ໄປ.

ສະນັ້ນ, ເພື່ອຕອບໂຈດການໃຊ້ງານທີ່ຫຼາຍຂຶ້ນຈຶ່ງໄດ້ຮ່ວມມືກັບລາວໂທລະຄົມພັດທະນາລະບົບ ແລະ ເປີດໂຕລະບົບຕື່ມເງິນມືຖືເຄືອຂ່າຍລາວໂທລະຄົມເພື່ອອໍານວຍຄວາມສະດວກແກ່ລູກຄ້າ.

  ສ່ວນ ທ່ານ ນາງ ນິພາພອນ ຫຼວງລາດ ເປີດເຜີຍວ່າ: ປະຈຸບັນປະຊາກອນລາວຫຼາຍກວ່າ 80% ໃຊ້ໂທລະສັບມືຖື ແລະ ການເຂົ້າເຖິງອິນເຕີເນັດຜ່ານໂທ ລະສັບເພີ່ມຂຶ້ນປີລະ 15-20% ເຊິ່ງການເປີດໂຕແອັບພລິເຄຊັ່ນໃໝ່ນີ້ຈະເປັນການຍົກລະດັບການບໍລິການຂອງລາວໂທລະຄົມເພີ່ມຂຶ້ນຕອບໂຈດຄວາມຕ້ອງການຂອງລູກຄ້າໃນຍຸກການເງິນດິຈິຕອລ.

  ສຳລັບລູກຄ້າທ່ານໃດທີ່ສົນໃຈຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ສອບຖາມ: 021 264998

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ