ອັດຕະປື ຊຸກຍູ້ການພັດທະນາແຫຼ່ງທ່ອງທ່ຽວທີ່ສະໜາມໄຊ

  ເພື່ອເຮັດໃຫ້ວຽກງານທ່ອງທ່ຽວຢູ່ ແຂວງອັດຕະປື ຫັນເຂົ້າສູ່ລະບົບການບໍລິການທີ່ທັນສະໄໝຕິດພັນກັບການປົກປັກຮັກສາວັດທະນະທຳຮີດຄອງປະເພນີທີ່ຊົງຄຸນຄ່າທາງດ້ານປະຫັວດສາດ ແລະ ທຳມະຊາດເພື່ອເປັນສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ແຂວງອັດຕະປື ໃນວັນທີ 29 ພຶດສະ ພາ 2019 ນີ້ ທ່ານນາງ ບຸນທົງ ບຸບຜາສະຫວັນ ຮອງຫົວໜ້າພະແນກ ຖວທ ແຂວງອັດຕະປື ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວເພື່ອຊຸກຍູ້ການປົກປັກຮັກສາ ແລະພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງສະໜາມໄຊ ແຂວງອັດຕະປື.

 ການລົງຊຸກຍູ້ຄັ້ງນີ້ໄດ້ໄປສໍາຫຼວດສະຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ສະຖານທີ່ເຮັດວຽກ, ສະຖານທີ່ພັກເຊົາ ຂອງທ່ານ ຄຳໄຕ ສີພັນດອນ ອາດີດເລຂາທິການໃຫ່ຍອາດີດປະທານປະເທດແຫ່ງ ສປປ ລາວ ທີ່ບ້ານອຸດົມໄຊ ແລະ ວັດບ້ານຫີນລາດພ້ອມນີ້ກໍໄດ້ລົງຕິດຕາມຊຸກຍູ້ການປົກປັກຮັກສາ ແລະພັດທະນາແຫຼ່ງທ່ອງທ່ຽວທຳມະຊາດນ້ຳຕົກຕາດເຊພະເຊປ້ອງປ້ອງໄລໃນໂອກາດນີ້ກໍ່ຮັບການລາຍງານຈາກທ່ານ ວົງວິໄລ ຜູ້ສຳປະທານປົກປັກຮັກສາ ແລະ ພັດທະນາແຫຼ່ງທ່ອງທ່ຽວຕາດເຊພະເຊປ້ອງໄລ, ປະຈຸບັນສະຖານທີ່ດັ່ງກ່າວແມ່ນໄດ້ຮັບການປັງປຸບປົວແປງພື້ນຖານໂຄງລ່າງເປັນຕົ້ນ: ເສັ້ນທາງ ແລະ ສະຖານທີ່ພັກ ຜ່ອນ.

  ທ່ານ ນາງບຸນທົງ ບຸບຜາສະຫັວນ ໄດ້ໃຫ້ຮູ້ວ່າ: ການລົງຕິດຕາມຊຸຸກຍູ້ການປົກປັກຮັກສາ ແລະ ພັດທະນາແຫຼ່ງທ່ຽວຢູ່ເມືອງສະໜາມໄຊກໍເພື່ອກະກຽມ ຄວາມພ້ອມດ້ານຕ່າງໆຂອງວຽກງານທ່ອງທ່ຽວເພື່ອແນໃສ່ຫັນເອົາການທ່ອງທ່ຽວເຂົ້າໃນແຜນພັດທະນາເສດຖະກິດ- ສັງຄົມຂອງແຂວງທັງສ້າງວຽກເຮັດ ງານທຳ ແລະ ເຮັດໃຫ້ປະຊາຊົນໄດ້ມີລາຍຮັບຈາກການທ່ອງທ່ຽວພ້ອມນີ້ກໍ່ເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງອັດ ຕະປື.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ