ລາວ-ຈີນ ສົ່ງເສີມການທ່ອງທ່ຽວປີ 2019

 ໃນລະຫວ່າງວັນທີ 31 ພຶດສະພາ-2  ມີຖຸນາຜ່ານມາທີ່ໂຮງຮຽນສິລະປະແຫ່ງຊາດກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວຮ່ວມກັບສູນວັດທະນາທໍາຈີນປະຈໍາລາວໄດ້ຈັດພິທີເປີດງານສັບປະດາວັດທະນະທໍາ ລາວ-ຈີນ ເພື່ອເປັນການສົ່ງເສີມວັດທະນະທາ ແລະ ການທ່ອງທ່ຽວຂອງ 2 ປະເທດນັບມື້ນັບດີຂຶ້ນ.

  ໃນງານຄັ້ງນີ້ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ທ່ານ ຈ່ຽງ ຈ້າຍ ຕົ້ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ, ພ້ອມດ້ວຍຫົວໜ້າ-ຮອງ ຫົວໜ້າກົມ, ສະຖາບັນ, ສູນ, ພະນັກງານ, ຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

  ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວໃຫ້ຮູ້ວ່າ: ງານສັບປະດາວັດທະນະທໍາຈີນແມ່ນກິດຈະກໍາໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນວຽກງານໂຄສະນາສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ໃຫ້ປະຊາຊົນ 2 ຊາດ ໄດ້ຮັບຮູ້ ເຊິ່ງກັນ ແລະກັນຢ່າງກວ້າງຂວາງຍິ່ງຂຶ້ນ. ພ້ອມທັງປະເທດຍັງໄດ້ຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ໄດ້ກໍານົດໄວ້ຮອດທ້າຍປີ 2019 ເປັນຕົ້ນແມ່ນການຈັດກອງປະຊຸມສໍາມະນາສົ່ງ ເສີມການທ່ອງທ່ຽວ, ແລກປ່ຽນສິລະປະວັດທະນະທໍາ, ວາງສະແດງຮູບພາບ, ວາງສະແດງງານທ່ອງທ່ຽວ ແລະອື່ນໆ.

  ໃນງານດັ່ງກ່າວຜູ້ຊົມຍັງໄດ້ຊົມການສະແດງການຟ້ອນຮ່ວມສະໄໝ GEN (ຮາກເຫງົ້າ) ໂດຍຄະນະສິລະປະການຟ້ອນຮ່ວມສະໄໝ, ເຊິ່ງເປັນຜົນງານປະ ດິດແຕ່ງຂອງຄະນະສິລະປະການຟ້ອນຮ່ວມສະໄໝໂຮງລະຄອນສິລະປະການຟ້ອນ ແຂວງເສສວນຮ່ວມກັບ ທ່ານ ໂຢຣາມ ກາມີຜູ້ກໍາກັບຊາວອິດສະແອນທີ່ໄດ້ແຮງບັນດານໃຈຈາກການຄົ້ນພົບຫຼັກຖານທາງບູຮານນະຄະດີຊານຊຽງດຸຍ ໃນແຂວງເສສວນ, ເຊຶ່ງເປັນການຟ້ອນຮ່ວມສະໄໝທີ່ຕ່າງຈາກນິຍາມແຫ່ງຄວາມງາມ ແລະຮູບແບບການສະແດງແບບພື້ນເມືອງເຮັດໃຫ້ຜູ້ໍຊົມຄົນລາວຕື່ນຕາຕື່ນໃຈ. ນອກຈາກນີ້ຍັງມີການຟ້ອນໜ້າກາກງິ້ວ DIY, ເກມ Nite ndo  Switch, ບູດຖ່າຍຮູບ 3 ມິຕິ, ມາດສະຄຶດ ແພນດ້າ ແລະແຈກຂອງລາງວັນຢ່າງຫຼວງຫຼາຍ, ເຊິ່ງສ້າງຄວາມປະທັບໃຈ ແລະຄວາມມ່ວນຊື່ນໃຫ້ແກ່ ເດັກນ້ອຍລາວຢາງຫວງຫຼາຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ