ຜ-ຟຟລ ຈັດກິດຈະກຳປູກຕົ້ນໄມ້ ແລະປ່ອຍປາ

  ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ (ຜ-ຟຟລ) ໄດ້ຈັດພິທີປູກຕົ້ນໄມ້ ແລະປ່ອຍປາຢູ່ບໍລິເວນເຂື່ອນໄຟຟ້ານ້ຳມັງ 3, ເມືອງທຸລະຄົມ ແຂວງວຽງຈັນ ໃນວັນທີ 31 ພຶດສະພາຜ່ານມາເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ  2019 ໂດຍເປັນປະທານຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນ ຕີກະຊວງພະລັງງານ ແລະບໍ່ແຮ່, ປະທານສະພາບໍລິຫານ ຜ-ຟຟລ, ພ້ອມແຂກຖືກເຊີນ ແລະພະນັກງານ ຜ-ຟຟລ ເຂົ້າຮ່ວມ.

  ການປູກຕົ້ນໄມ້ຂອງ ຜ-ຟຟລ ຄັ້ງນີ້ມີຈຳນວນ 650 ກວ່າຕົ້ນ ແລະປ່ອຍພັນປາພື້ນເມືອງຈຳນວນ 20 ພັນກວ່າໂຕ ລົງສູ່ເຂດວັງສະຫງວນຫຼັງໂຮງຈັກຂອ ງເຂື່ອນໄຟຟ້ານໍ້າມັງ 3 ເພື່ອເປັນການສົ່ງເສີມຊີວະນາໆພັນ ແລະຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດູນ. ນອກນັ້ນ ຜ-ຟຟລ ຍັງໄດ້ມອບອຸປະກອນການສຶກສາຈຳນວນໜຶ່ງໃຫ້ໂຮງຮຽນປະຖົມສົມບູນບ້ານພູເຂົາຄວາຍໃໝ່, ບ້ານນໍ້າຫຍາມ, ບ້ານພູປ່າມັນ ແລະ ບ້ານວັງເຮືອເພື່ອນຳໃຊ້ເຂົ້າໃນການເຮັດກິດຈະກຳ ຕ່າງໆຂອງໂຮງຮຽນ.

  ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ ເມື່ອ 5 ປີກ່ອນກໍຄືໃນປີ 2013 ໄດ້ເຄີຍດໍາເນີນການຈັດຕັ້ງປະຕິບັດການປູກຕົ້ນໄມ້ ແລະປ່ອຍປາຢູ່ເຂື່ອນນໍ້າມັງ 3 ໂດຍໄດ້ປູກຕົ້ນໄມ້ເປັນຈໍານວນ 300 ກວ່າຕົ້ນ ປະກອບມີ: ໄມ້ດູ່ ໄມ້ແຄນ ແລະ ອື່ນໆ, ປະຈຸບັນບັນດາຕົ້ນໄມ້ດັ່ງກ່າວມີອັດຕາການລອດເຖິງ 90%, ແລະໃນໄລຍະ 8 ປີຜ່ານມາ ຜ-ຟຟລ ໄດ້ສ້າງຕັ້ງຂະບວນປູກຕົ້ນໄມ້ໃຫ້ກາຍເປັນປ່າ ແລະ ຮ່ວມກັນຮັກສາຊີວະນາໆພັນໃຫ້ອຸດົມສົມບູນດ້ວຍການປ່ອຍປາເພື່ອ ຮັກສາ ແລະເພີ່ມພູນຄວາມອຸດົມສົມບູນຂອງລະບົບນິເວດເຊິ່ງແມ່ນໜຶ່ງໃນພາລະກິດຂອງ ຜ-ຟຟລ ຄືເອົາໃຈໃສ່ຕໍ່ສັງຄົມແຫຼ່ງນ້ຳ ແລະສິ່ງແວດລ້ອມໂດຍໄດ້ລົງທຶນໃນການປົກປັກຮັກສາໄດ້ຫຼາຍກວ່າ 27 ພັນກວ່າຕົ້ນກວມເອົາ 25 ພັນກວ່າເຮັກຕາ ແລະປ່ອຍປາຫຼາຍກວ່າ 1 ແສນໂຕ ລົງສູ່ທໍາມະຊາດ (ບໍ່ລວມແຕ່ລະເຂື່ອນປູກເອງ).

  ສ່ວນວຽກງານສັງຄົມ ຜ-ຟຟລ ໄດ້ຈັດກິດຈະກໍາຊ່ວຍເຫຼືອສັງຄົມ ແລະມອບອຸປະກອນການສຶກສາ ແລະກີລາໃຫ້ບັນດາບ້ານທີ່ຢູ່ບໍລິເວນອ້ອມຂ້າງບັນດາ ເຂື່ອນໄຟຟ້າຢ່າງເປັນປະຈໍາ, ເຊິ່ງໃນປີ 2018 ໄດ້ມອບທຶນຈໍານວນ 33 ລ້ານກວ່າກີບ ໃຫ້ແກ່ໂຮງຮຽນ 5 ແຫ່ງ ແລະ ໄດ້ລົງຊ່ວຍເຫຼືອຊຸມຊົນຢູ່ທີ່ເຂື່ອນໄຟຟ້າເຊເສັດ 1 ແລະ 2 ໂດຍລວມມູນຄ່າ 72 ລ້ານກີບ.

  ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນເປັນບໍລິສັດຜະລິດໄຟຟ້າດ້ວຍພະລັງງານນ້ຳລາຍໃຫຍ່, ປະຈຸບັນມີເຂື່ອນໄຟຟ້າທີ່ຄຸ້ມຄອງຈໍານວນ 10 ເຂື່ອນ ແລະ ໄດ້ເຂົ້າໄປຖືຮຸ້ນໃນເຂື່ອນໄຟຟ້າເອກະຊົນ 15 ເຂື່ອນມີກຳລັງຕິດຕັ້ງທັງໝົດ 1.729 ເມກາວັດ. ຜ-ຟຟລ ເປັນບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ ແລະມີມູນຄ່າຫຼາຍກວ່າ 1,6 ຕື້ລ້ານໂດລາສະຫະລັດ ມີຜູ້ຖືຮຸ້ນຢູ່ປະມານ 3 ພັນກວ່າລາຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ