ສວນພຶກສາ ຈັດກິດຈະກຳສະຫຼອງວັນເດັກ ແລະປູກຕົ້ນໄມ້

  ວັນທີ 1 ມິຖຸນາ ຜ່ານມານີ້ ສວນພຶກສາບ້ານໃໝ່ດານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດໃຫ້ກຽດເຂົ້າຮ່ວມທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ແກ້ວຍອດມະນີ ສຸພານຸວົງ ຮອງປະທານສູນກາງແນວລາວສ້າງຊາດບັນດາທ່ານລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ນ້ອງນັກຮຽນ ແລະ ມວນຊົນທັງຫຼາຍເຂົ້າຮ່ວມໃນຢ່າງຄຶກຄື້ນ.

 ທ່ານ ພູວົງ ພະມີສິດ ປະທານສວນພຶກສາໄດ້ກ່າວວ່າ: ໃນໂອກາດວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດຂ້າ ພະເຈົ້າເຫັນເຖິງຄວາມສຳຄັນຂອງການພັດທະນາແຫຼ່ງທ່ອງທ່ຽວ ຈຶ່ງໄດ້ຈັດພິທີ ປູກຕົ້ນໄມ້ເພື່ອສົ່ງເສີມຟື້ນຟູຕົ້ນໄມ້ຕາມ ທິດທາງນະໂຍບາຍ ແລະເປົ້າໝາຍຍຸດທະສາດຂອງລັດຖະບາພ້ອມທັງປູກຈິດ ສຳນຶກນ້ອງນ້ອຍເຍົາວະຊົນໃຫ້ຮູ້ຈັກຄຸນ ຄ່າ ແລະ ຮູ້ຈັກຮັກປ່າໄມ້ຊັບພະຍາກອນ ທຳມະຊາດ ສຳລັບເບ້ຍໄມ້ທີ່ນຳມາປູກ ຄັ້ງນີ້ທັງໝົດມີ 10 ພັນກວ່າ

ຕົ້ນ, ມີເນື້ອທີ່ 6 ເຮັກຕາ ໃນນັ້ນແມ່ນຈະແບ່ງປູກເບ້ຍໄມ້ ປະເພດສະໝຸນໄພ 4 ເຮັກຕາ ນອກນັ້ນເພື່ອ ໃຫ້ພິທີດັ່ງກ່າວມີຄວາມໝາຍຄວາມສຳຄັນຈຶ່ງໄດ້ຈັດກິດຈະກຳສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ສ້າງຂະບວນການໃຫ້ເດັກມີການເຄື່ອນໄຫວກິດຈະກຳ ກ້າສະແດງອອກໃນທຸກດ້ານ, ເປັນການປູກຈິດສຳນຶກຄວາມຮູ້ຄວາມໝາຍຄວາມ ສຳຄັນຂອງຊາດ.

  ປະຈຸບັນສວນພຶກສາມີເນື້ອທີ່ທັງໝົດ 47 ເຮັກຕາ ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳທີ່ສວຍງາມແບບຄົບວົງຈອນໂດຍມີຮູບແບບການຕົບແຕ່ງ ໄປດ້ວຍບັນຍາກາດແຫ່ງຄວາມຮັກ, ຄວາມອົບອຸ່ນຂອງຄອບຄົວ ແລະປະດັບປະດາຕົບແຕ່ງດ້ວຍສວນດອກໄມ້ທີ່ມີຄວາມງາມແຍ້ມບານຕ້ອນຮັບທຸກໆທ່ານ ຕະຫຼອດປີ, ມີໜອງປາທີ່ອຸດົມສົມບູນ, ມີສວນນໍ້າ ແລະມີປະຕິມາກຳທີ່ໂດດ ເດັ່ນເຊັ່ນ: ໄດໂນເສົາທີ່ຍິ່ງໃຫຍ່ຢືນຕ້ອນ ຮັບທຸກໆທ່ານໃນບໍລິເວນທາງເຂົ້າ, ມີ

ບ່ອນສຳລັບຖ່່າຍຮູບທີ່ປະດັບດ້ວຍຄຳ ເວົ້າຄຳຄົມທີ່ເລິກເຊິ່ງທີ່ແຝງໄປດ້ວຍ ເນື້ອຫາອັນດີປະທັບໃຈຂອງບັນດານັກທ່ອງທ່ຽວພ້ອມດຽວກັນນີ້ຍັງປະກອບໄປດ້ວຍການບໍລິການທີ່ຫຼາກຫຼາຍເຊັ່ນ: ບໍລິການລົດນໍາທ່ຽວ,ຫໍພິພິຕະພັນຊົນເຜົ່າ,ສູນປະຕິບັດທຳ,ບໍລິການຂີ້ມ້າ,ບໍລິການເບິ່ງສາທິດວິທີການປູກຕົ້ນດອກໄມ້ ແລະ ຍັງມີກິດຈະກຳຫຼາຍໆຢ່າງທີ່ໜ້າສົນໃຈພາຍໃນສວນພຶກສາ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ