ສູນເສຍອົງຄະ 790 ແລະ489 ໄດ້ຮັບເຄື່ອງຊ່ວຍເຫຼືອ

   ໃນວັນທີ 27 ທັນວາຜ່ານມາຄະນະຜູ້ແທນສະຫະພັນກຳມະບານລາວ, ກຳມະບານກະຊວງປ້ອງກັນປະເທດ, ກຳມະບານກະຊວງກະສິກຳ ແລະປ່າໄມ້ ແລະ ບໍລິສັດ ດວງພະສຸກ ກໍ່ສ້າງ ຈຳກັດ, ພ້ອມດ້ວຍຂະແໜງການກ່ຽວຂ້ອງນຳໂດຍທ່ານ ປ້ານ ນ້ອຍມະນີ ປະທານກຳມະບານລາວໄດ້ລົງຢ້ຽມຢາມ ແລະມອບເຄື່ອງໃຫ້ພະນັກງານຜູ້ເສຍອົງຄະ 790 ແລະ ສູນພັດທະນາຜູ້ເສຍອົງຄະ 489 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ.

  ທ່ານ ໂອ້ຍຄຳ ປັນດາທອງ ຫົວໜ້າສູນເສຍອົງຄະພິເສດ 790 ໄດ້ລາຍງານສະພາບໂດຍລວມຂອງສູນວ່າ: ສູນເສຍອົງຄະພິເສດສ້າງຕັ້ງຂຶ້ນໃນເດືອນກໍລະກົດປີ 1990 ເພື່ອເຕົ້າໂຮມເອົາພະນັກງານທີ່ເສຍອົງຄະພິເສດທົ່ວປະເທດທີ່ເສຍອົງຍ້ອນການສູ້ຮົບເພື່ອການປະຕິວັດຊາດປະຊາທິປະໄຕ ຊຶ່ງມີຕົ້ນກຳເນີດມາຈາກກອງ 18 ສູນກາງທີ່ຂຶ້ນກັບເມືອງວຽງໄຊ ແຂວງຫົວພັນ, ປະຈຸບັນມີຈຳນວນພົນທັງໝົດ 196 ຄົນສູນແຫ່ງນີ້ເປັນສູນຂອງພະນັກງານທີ່ເສຍກຳລັງແຮງງານແຕ່ 81% ຂຶ້ນໄປຫາ 100% ບວກໃສ່ສຸຂະພາບອ່ອນ ເພຍ-ເຖົ້າແກ່.

    ຕອນບ່າຍຂອງວັນດຽວກັນນັ້ນທາງຄະນະໄດ້ລົງຢ້ຽມຢາມສູນພັດທະນາຜູ້ເສຍອົງຄະ 489 ໂດຍມີ ທ່ານ ສາຍແກ້ວ ຈໍຈະເລີນພົນ ຫົວ ໜ້າສູນໃຫ້ການຕ້ອນຮັບ, ພ້ອມລາຍງານສະພາບໂດຍລວມຂອງສູນວ່າສູນແຫ່ງນີ້ເປັນບ່ອນເຕົ້າໂຮມນາຍ ແລະພົນທະຫານອະດີດນັກຮົບທີ່ເສຍອົງຄະຍ້ອນການຕໍ່ສູ້ຮັບໃຊ້ຊາດນັບແຕ່ປະເພດ 1-4 ສູນນີ້ຮັບການສ້າງຕັ້ງໃນເດືອນກຸມພາ 1962 ປະຈຸບັນມີ 248 ຄອບຄົວ, ໃນນີ້ ມີຄອບຄົວຜູ້ເສຍອົງຄະ 189 ຄອບຄົວ, ແບ່ງປັນ 6 ກຸ່ມ, ມີຈຳນວນພົນທັງໝົດ 977 ຄົນ, ຍິງ 509 ຄົນ, ພະນັກງານເສຍອົງຄະມີ 138 ຄົນ, ຍິງ 75 ຄົນ, ການລົງຢ້ຽມຄັ້ງນີ້ທາງຄະນະໄດ້ນຳເອົາເຄື່ອງອຸປະໂພກ ແລະບໍລິໂພກ ລວມມູນຄ່າ 61 ລ້ານກວ່າກີບມາມອບໃຫ້ແກ່ພະ ນັກງານບຳນານອາວຸໂສ ແລະພະນັກງານຜູ້ເສຍອົງຄະທັງສອງສູນນຳອີກ