ມີເດຍ ສະຫຼອງຄົບຮອບ 50 ປີ

  ບໍລິສັດ ມີເດຍ ເປັນບໍລິສັດທີ່ຜະລິດ ແລະຈໍາໜ່າຍສິນຄ້າກຸ່ມອຸດສາຫະກໍາເຄື່ອງໃຊ້ໄຟຟ້າພາຍໃນບ້ານ ແລະ ເປັນຜູ້ສົ່ງອອກສິນຄ້າເຄື່ອງປັບອາກາດອັນດັບ 1 ຂອງປະເທດຈີນ, ໂດຍມີສໍານັກງານໃຫຍ່ຕັ້ງຢູ່ຕອນໃຕ້ຂອງຈີນປະຈຸບັນມີໂຮງງານຜະລິດສິນຄ້າເຖິງ 21 ແຫ່ງ ແລະມີສູນໂລຈິດຕິກສໍາລັບເກັບ ແລະກະຈາຍສິນຄ້າກວ່າ 260 ແຫ່ງທົ່ວໂລກ ແລະມີພະນັກງານຫຼາຍກວ່າ 1,3 ແສນຄົນຈາກ 200 ປະເທດ.

  ພິທີຖະແຫຼງຂ່າວສະເຫຼີມສະຫຼອງຄົບຮອບ 50 ປີຂອງການສ້າງຕັ້ງບໍລິສັດໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2018 ທີ່ໂຮງແຮມຄຣາວພາຊ່າ, ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ນາງ ປາດຖະໜາ ພຣະລາດຊະໂຍທາ ປະທານກຸ່ມບໍລິສັດໂອດຽນ ແລະ ພີເອັນພີ ຕົວແທນມີເດຍ, ທ່ານ Henry CHENG ຜູ້ອໍານວຍການຝ່າຍຜະລິດຕະພັນເຄື່ອງປັບອາກາດມີເດຍໃນກຸ່ມປະເທດອາຊຽນ, ທ່ານ ນາງ ກິລະນາ ຣັດຕະນະປະທີບທອງ ຜູ້ອໍານວຍການຮ້ານໂອດຽນເຄື່ອງເຢັນ, ມີບັນດາແຂກຖືກເຊີນ, ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

   ທ່ານ ນາງ ປາດຖະໜາ ພຣະລາດຊະໂຍທາ ກ່າວວ່າ: ບໍລິສັດ ມີເດຍ ສ້າງ ຕັ້ງຂຶ້ນໃນປີ 1968 ແລະໄດ້ຈົດທະບຽນເຂົ້າຕະຫຼາດຫຼັກຊັບໃນເດືອນກໍລະກົດ 2016 ຊຶ່ງເປັນໜຶ່ງໃນ 500 ບໍລິສັດ ທີ່ໃຫຍ່ທີ່ສຸດໃນໂລກທີ່ຜະລິດ ແລະ ຈໍາໜ່າຍສິນຄ້າກຸ່ມອຸດສາຫະກໍາເຄື່ອງໃຊ້ໄຟຟ້າ, ປະຈຸບັນບໍລິສັດມີເດຍມີລາຍຮັບຈາກການບໍລິຫານທຸລະກິດທົ່ວໂລກຫຼາຍກວ່າ 2,2 ພັນລ້ານໂດລາສະຫະລັດຕໍ່ປິ ແລະໃນປີຜ່ານມາໄດ້ຮັບລາງວັນທີ 1 ຂອງໂລກໃນກຸ່ມຜະລິດຕະພັນເຄື່ອງປັບອາກາດ, ພັດລົມ, ແອເຢັນ, ກາຕົ້ມນໍ້າ ແລະໝໍ້ຫຸງເຂົ້າ. ນອກຈາກນີ້ໃນແຕ່ລະປີມີເດຍ ຍັງໄດ້ຮັບລາງວັນດ້ານການອອກແບບຫຼາຍກວ່າ 40 ລາງວັນໃນການປະກວດອອກແບບຕ່າງໆທົ່ວໂລກເຊັ່ນ: Reddot, if ແລະGood Design Award.

   ສໍາລັບກຸ່ມບໍລິສັດໂອດຽນຕົວແທນມີເດຍໄດ້ດໍາເນີນທຸລະກິດມາເປັນເວລາ 30 ປີ, ປະຈຸບັນໄດ້ຈໍາໜ່າຍເຄື່ອງອຸປະກອນນໍ້າປະປາ ແລະເຄື່ອງໄຊ້ໄຟຟ້າເຊັ່ນ: ເຄື່ອງປັບອາກາດ, ເຄື່ອງຊັກ- ລີດ, ເຄື່ອງຄົວເຮືອນນ້ອຍ ແລະ ຂະໜາດໃຫຍ່, ເຄື່ອງໃຊ້ໄຟຟ້າທີ່ກ່ຽວຂ້ອງກັບນໍ້າ ແລະ ເຄື່ອງທໍາຄວາມສະອາດບ້ານ ແລະ ໃຫ້ແສງສະຫວ່າງ.

  ຜູ້ອໍານວຍການຝ່າຍຜະລິດຕະພັນກ່າວວ່າ: ແຜນຍຸດທະສາດໃນກຸ່ມທຸລະກິດເຄື່ອງປັບອາກາດບຸກຕະຫຼາດໃນປະເທດລາວຢ່າງທົ່ວເຖິງ, ໂດຍຈະເຮັດການສົ່ງເສີມການຕະຫຼາດແບບຄົບວົງຈອນເພື່ອເຂົ້າເຖິງຜູ້ບໍລິໂພກໃຫ້ໄດ້ຫຼາຍທີ່ສຸດຜ່ານສື່ຕ່າງໆເຊັ່ນ: ເຮັດປ້າຍໂຄສະນາ, ລົງຂ່າວຜ່ານສື່ສິ່ງພິມ-ວິທະຍຸ ແລະໂທລະພາບ, ຈັດໂປຣໂມຊັນສົ່ງເສີມການຂາຍໃນຮ້ານຕົວແທນຈໍາໜ່າຍທົ່ວປະເທດ. ພ້ອມນີ້ບໍລິສັດ ມີເດຍຍັງຈະສືບຕໍ່ພັດທະນາຜະລິດຕະພັນໃໝ່ ແລະຄຸນນະພາບທີ່ເໜືອລາຄາອອກສູ່ຕະຫຼາດໃຫ້ດີທີ່ສຸດ ແລະຢູ່ຄູ່ກັບສັງຄົມຕະຫຼອດໄປ. ແນວໃດກໍດີຖ້າຫາກທ່ານໃດສົນໃຈເຄື່ອງໃຊ້ໄຟຟ້າ ແລະເຄື່ອງອຸປະກອນນໍ້າປະປາທຸກຊະນິດຂອງບໍລິສັດ ມີເດຍກໍສາມາດເຂົ້າເບິ່ງ ຫຼື  ສອບຖາມຂໍ້ມູນໄດ້ທຸກໆຮ້ານຄ້າເຄື່ອງໃຊ້ໄຟຟ້າທົ່ວປະເທດ.