ກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ

   ປິດລົງດ້ວຍຜົນສໍາເລັດອັນຈົບງາມກອງປະຊຸມສະໄໝສາມັນເທື່ອທີ VI ສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ I ໃນວັນທີ 28 ທັນ ວາ ຜ່ານມາທີ່ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງເຈົ້າເມືອງ 9 ຕົວ ເມືອງ ແລະສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນເຂົ້າຮ່ວມ.

 ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ຕະຫຼອດກອງປະຊຸມໄດ້ສຸມຄົ້ນຄວ້າປະກອບຄວາມຄິດເຫັນ ແລະເປັນເອກະພາບຮັບຮອງເອົາບົດລາຍ ງານຂອງອົງການປົກຄອງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະມານປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກກາງກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019 ແລະຮັບຮອງເອົາບົດລາຍງານຜົນຂອງການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2017 ຂອງນະຄອນຫຼວງວຽງຈັນ, ຮັບຮອງເອົາການສະເໜີຍົກຍ້າຍທ່ານຫົວໜ້າພະ ແນກ ສາທາລະນະສຸກ ນວ ຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ກະຊວງສາທາລະນະສຸກ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງຫົວໜ້າພະແນກສາ ທາລະນະສຸກ ນວ ຜູ້ໃໝ່, ຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະ ຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ຂອງອົງການໄອຍະ ການປະຊາຊົນ ແລະສານປະຊາຊົນ ນວ ແລະຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019 ຂອງສະພາປະຊາຊົນ ນວ ຊຸດທີ I .

  ຄຽງຄູ່ກັນນັ້ນກອງປະຊຸມຍັງໄດ້ຮັບຮອງເອົາບົດລາຍງານການຊີ້ແຈງບາງບັນຫາສໍາຄັນ ແລະພົ້ນເດັ່ນຂອງ ນວ ເປັນຄົນແມ່ນບັນຫາການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກບາງໂຄງການພັດທະນາບາງບັນຫາການນໍາໃຊ້ສານເຄມີການສ້າງມົນລະພິດຕໍ່ສິ່ງແວດລ້ອມບັນຫາການອອກໃບຕາດິນການກໍ່ສ້າງເສັ້ນທາງທີ່ບໍ່ໄດ້ມາດຕະຖານ ແລະ ຊັກຊ້າການຕິດຕາມກວດກາການເກັບຄ່າທໍານຽມຕ່າງໆຢູ່ຂັ້ນເມືອງຂັ້ນບ້ານບາງບັນຫາການດໍາເນີນຄະດີຊັກຊ້າການແກ້ໄຂບັນຫາຢາເສບຕິດ ແລະບັນຫາສໍາຄັນອື່ນໆອີກຈໍານວນໜຶ່ງ.