ລັດຖະບານເລັ່ງໃສ່ຕ້ານການຟອກເງິນ

  ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2018 ໃນວັນທີ 27 ທັນວາ 2018 ທີ່ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດ ເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການເງິນ, ປະທານ ຄຕຟງ; ພ້ອມນີ້, ກໍມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທັງເປັນຮອງປະທານ ຄຕຟງ ແລະມີບັນດາສະມາຊິກ ຄຕຟງ ເຂົ້າຮ່ວມ.

   ກອງປະຊຸມໄດ້ຕີລາຄາສູງຜົນສຳເລັດວຽກງານການປະເມີນຄວາມສ່ຽງລະດັບຊາດການຟອກເງິນ ແລະສະໜອງທຶນແກ່ການກໍ່ການຮ້າຍຄັ້ງທຳອິດຂອງ ສປປ ລາວ, ພ້ອມທັງຮັບຮອງເອົາແຜນປະຕິບັດງານເພື່ອແກ້ໄຂຄວາມສ່ຽງຈາກຜົນການປະເມີນທີ່ໄດ້ຮັບ ແລະຍັງຮັບຊາບຜົນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະສະໜອງທຶນແກ່ການກໍ່ການຮ້າຍໂດຍສະເພາະການຂະຫຍາຍ ກົນໄກການຮ່ວມມືລະຫວ່າງອົງການສືບສວນ-ສອບສວນ, ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ເພື່ອໃຫ້ສາມາດມີຂໍ້ມູນ ແລະ ການເຂົ້າເຖິງແຫຼ່ງຂໍ້ມູນຂອງບັນດາພາກສ່ວນຕ່າງໆນຳໄປເຖິງການດຳເນີນຄະດີອາສະຍາກຳທີ່ເປັນຄວາມຜິດຕົ້ນຂອງການຟອກເງິນໃຫ້ມີປະສິດທິຜົນຍິ່ງຂຶ້ນພ້ອມກັບການສ້າງເຄືອຂ່າຍການຮ່ວມມືລະຫວ່າງອົງກອນທີ່ກ່ຽວຂ້ອງໃຫ້ກວ້າງອອກ;

   ນອກຈາກນີ້ຍັງສືບຕໍ່ໃນການສ້າງຄວາມສາມາດໃນລວງເລິກໃຫ້ກັບເຈົ້າໜ້າທີ່ກ່ຽວຂ້ອງກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະ ໜອງທຶນແກ່ການກໍ່ການຮ້າຍພ້ອມທັງໄດ້ຮັບຮອງເອົາແຜນວຽກການຕ້ານການຟອກເງິນ ແລະ ສະໜອງແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນປີ 2019 ແມ່ນການກະກຽມຮອບດ້ານເພື່ອຮອງຮັບການປະເມີນຮ່ວມຮອບທີ່ສອງ (ME) ຂອງ ສປປ ລາວ ກ່ຽວກັບວຽກງານການຕ້ານການຟອກເງິນ ແລະການສະໜອງທຶນແກ່ການກໍ່ການຮ້າຍ 2020-2021 ຈາກຄະນະກວດສອບຂອງກຸ່ມອາຊີປາຊີຟິກ (APG) ຄືດັ່ງທີ່ໃຫ້ກ່າວໄປແລ້ວວ່າ: ກອງປະຊຸມ ຄຕຟງ ໃນຄັ້ງທີ່ແລ້ວໄດ້ຈັດຂຶ້ນໃນກາງເດືອນມີນາ 2018 ຊຶ່ງໄດ້ແຈ້ງຜົນການປະເມີນເບື້ອງຕົ້ນຄວາມສ່ຽງ ລະດັບຊາດການຟອກເງິນ  ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ການສ້າງຄວາມສາມາດໃຫ້ບັນດາຂະແໜງການຕິດພັນກັບການສືບສວນ-ສອບສວນຄະດີການຟອກເງິນ ແລະປັບປຸງກົນໄກການດໍາເນີນງານ, ປະສານງານພາກສ່ວນກ່ຽວຂ້ອງເພື່ອຮັບຮອງການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາຂອງ FATF ແລະບັນຫາອື່ນໆປິ່ນອ້ອມ.

ທັງໝົດນີ້ກໍເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນການຕິດຕາມຂອງສາກົນ ກ່ຽວກັບວຽກງານ AML/CFT ແລະກະ ກຽມໃຫ້ແກ່ການປະເມີນ ສປປ ລາວ ຮອບດ້ານກ່ຽວກັບວຽກງານ AML/CFT (Mutual Evaluation “ME”) ໃນປີ 2020 ທັງນີ້ ກໍເພື່ອເຮັດໃຫ້ລະບົບເສດຖະກິດ-ການເງິນມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະເຊື່ອມໂຍງກັບພາກພື້ນ ແລະ ສາກົນ.