ມະຫາກຳງານແຟຊື້ເພື່ອລູກມີ 50 ຮ້ານເຂົ້າຮ່ວມ

  ໃນໂອກາດວັນເດັກນ້ອຍສາກົນນີ້ ບໍລິສັດ ອໍຣາສະຕາ ຂາອອກ-ຂາເຂົ້າຈຳກັດໄດ້ຈັດວາງສະແດງມະຫາກຳງານແຟຊື້ເພື່ອລູກທີ່ສູນການຄ້າທາດຫຼວງພາຊ່າ ເພື່ອຮ່ວມສະເຫຼີມສະຫຼອງວັນເດັກສາກົນ ແລະ ສ້າງໂອກາດໃຫ້ບັນດານ້ອງໆໄດ້ມີບ່ອນຫຼິ້ນກິດຈະກຳພົບປະເຂົ້າເຖິງເຊິ່ງກັນ ແລະ ກັນພ້ອມນັ້ນພາຍໃນງານຍັງມີການວາງສະແດງສິນຄ້າເຄື່ອງຫຼິ້ນເດັກ ແລະສິນຄ້າຂອງກຸ່ມຫັດຖະກໍາຄົນພິການຊຶ່ງຄາດວ່າຈະມີ 3 ພັນກວ່າຄົນ ແລະ 50 ຮ້ານເຂົ້າຮ່ວມງານວາງສະ ແດງ.

ທ່ານ ນາງ ສຸກທິດາ ດວງມາລາ ຜູ້ບໍລິຫານບໍລິສັດ ອໍຣາສະຕາ ຂາອອກ-ຂາເຂົ້າຈຳກັດໃຫ້ສຳພາດວ່າ: ມະຫາກຳງານແຟຊື້ເພື່ອລູກແມ່ນເລີ່ມແຕ່ວັນທີ 26 ພຶດສະພາ ຫາວັນທີ 1 ມິຖຸນາ 2019 ທີ່ສູນການຄ້າທາດຫຼວງພາຊ່າຊັ້ນ 2 ງານດັ່ງກ່າວນີ້ພວກເຮົາໄດ້ກະກຽມມາໄດ້ 6 ເດືອນແລ້ວຊຶ່ງໄດ້ມີກິດຈະກຳຫຼາຍຢ່າງ,ຫຼາຍພາກສ່ວນເຂົ້າຮ່ວມວາງສະແດງບໍ່ວ່າຈະເປັນກຸ່ມຮ້ານຄ້າສຳລັບເດັກ,ໂຮງຮຽນອານຸບານ,ສູນສອນເພີ່ມທັກສະຕ່າງໆ,ໂຮງຮຽນສອນລອຍນໍ້າເດັກ ,

ສະມາຄົມຮ່ວມບໍລິຈາກສິນຄ້າ ແລະ ພາກສ່ວນບັນດາຄຣີນິກການແພດຕ່າງມາໃຫ້ຄໍາປຶກສາໃຫ້ແກ່ແມ່ລ້ຽງລູກນອກນັ້ນຍັງມີກິດຈະກໍາແຈກຂອງຂວັນລາງວັນ ຈາກຫ້າງຮ້ານທີ່ເຂົ້າຮ່ວມງານ ພິ ເສດຍັງມີກິດຈະກຳຖ່າຍຮູບເດັກ ໃນຊຸດປາຍຸກລາວແລ້ວເອົາມາ ໂຫວດເພື່ອຊິງເງິນລາງວັນຈຳນວນ 3 ລ້ານກີບ ພ້ອມນັ້ນຍັງມີສິນຄ້າເຄື່ອງຫຼີ້ນສຳລັບເດັກ ແລະສິນຄ້າຂອງກຸ່ມຫັດຖະກໍາຄົນພິການອື່ນໆທັງມີ 50 ຮ້ານເຂົ້າຮ່ວມງານວາງສະແດງຊຶ່ງຄາດວ່າຈະມີແຂກເຂົ້າທ່ຽວຊົມ 3 ພັນກວ່າຄົນ.

ຈຸດປະສົງຫຼັກໆການຈັດງານຄັ້ງນີ້ແມ່ນເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນທີ່ໄດ້ສ້າງກິດຈະກຳຮ່ວມຮັບບໍລິຈາກເຄື່ອງນຸ່ງຫຸ້ມເພື່ອໄປຊ່ວຍເຫຼືອຄອບ ຄົວທີ່ຖືກເຄາະຮ້າຍຈາກອັກຄີໄພ ແລະຊ່ວຍເຫຼືອເດັກທີ່ດ້ອຍໂອກາດຢູ່ເຂດຫ່າງໄກຊອກຫຼີກນອກນັ້ນຍັງໄດ້ສົ່ງເສີມການຂາຍສິນຄ້າຂອງກຸ່ມຫັດຖະກໍາຄົນພິ ການທ່າເດືອ, ກຸ່ມຫັດຖະກໍາຄົນພິການຊົນເຜົ່າເພື່ອຈະໄດ້ມີທຶນມາໝູນໃຊ້ໃນສະມາຄົມ ແລະສົ່ງເສີມສ້າງກິດຈະກໍາຮ່ວມໃຫ້ແກ່ບັນດານ້ອງໆໄດ້ສ້າງໂອກາດໃຫ້ທີ່ມາຈາກໂຮງຮຽນ, ສູນການສຶກສາຕ່າງໆໄດ້ມີໝູ່ເພື່ອນພົບປະເຂົ້າເຖິງພໍ່ໍແມ່ໂດຍກົງດ້ວຍໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ສະເໜີທາງເລືອກໃຫ້ກັບຜູ້ປົກຄອງທີ່ດີ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ