ເມືອງທ່າແຕງເນັ້ນ 5 ບັນຫາ ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ

  ເນື່ອງຈາກທ່າແຕງເປັນເມືອງທີ່ມີທ່າແຮງດ້ານການຜະລິດກະສິກຳສະນັ້ນເພື່ອເຮັດໃຫ້ການຜະລິດກາຍເປັນສິນຄ້າ, ມີຈຸດສຸມ ແລະຖືກຕາມຄວາມຕ້ອງ ການຂອງຕະຫຼາດ, ດ້ານການນຳຂອງເມືອງລະບຸຕ້ອງເອົາໃຈໃສ່ 5 ບັນ ຫາສຳຄັນເພື່ອສົ່ງເສີມປະຊາຊົນຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ.

  ທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງໆທ່າແຕງໃຫ້ຮູ້ວ່າ: ທ່າແຕງ ແມ່ນເມືອງໜຶ່ງຂອງແຂວງເຊກອງ, ມີເນື້ອທີ່ທັງໝົດ 70 ພັນກວ່າເຮັກຕາ, ປະກອບມີ 47 ບ້ານ 8.579 ຄອບຄົວ, ມີພົນລະເມືອງ 42.661 ຄົນ, ຍິງ 21.575 ຄົນ ແລະພົນເມືອງກວ່າ 85% ມີອາຊີບປູກຝັງ-ລ້ຽງສັດເປັນສິນຄ້າ. ທັງນີ້ກໍເນື່ອງຈາກເປັນເມືອງອຸດົມສົມບູນເໝາະສົມໃຫ້ແກ່ການຜະລິດກະສິກໍາເປັນສິນຄ້າ.

  ດ້ານການຜະລິດເປັນສິນຄ້າໂດຍໃນປີ 2018 ຜ່ານມາສາມາດເກັບກູ້ຜົນຜະລິດກາເຟໄດ້ 19.679 ໂຕນ; ໝາກແໜ່ງ 1.405 ໂຕນ; ສາລີ 8.784 ໂຕນ; ຜັກກາດຫໍ່ກະລ່ໍາປີ 27.120 ໂຕນ; ກ້ວຍ 5.103 ໂຕນ; ຖົ່ວດິນ 615 ໂຕນ; ມັນຕົ້ນທາດແປ້ງ 15.304 ໂຕນ ແລະ ໝາກນັດ 1.250 ໂຕນ, ນອກນັ້ນຍັງມີສັດລ້ຽງປະເພດຄວາຍ, ງົວ, ແບ້, ໝູ ແລະສັດປີກຊຶ່ງເຮັດໃຫ້ການສົ່ງອອກສິນຄ້າຂອງເມືອງບັນລຸໄດ້ 42 ຕື້ກີບ.

 ແນວໃດກໍດີເພື່ອເຮັດໃຫ້ການຜະລິດຂອງປະຊາຊົນມີຂະການຂະຫຍາຍຕົວດີຂຶ້ນທາງດ້ານປະລິມານ ແລະຄຸນນະພາບ, ທ່ານເຈົ້າເມືອງໆທ່າແຕງລະບຸວ່າ: ໃນປີ 2019 ເມືອງຈະເນັ້ນ 5 ບັນຫາຄື: ອັນທີໜຶ່ງແມ່ນສືບຕໍ່ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ, ສົ່ງເສີມການປູກພືດທີ່ມີຕະຫຼາດຮອງຮັບເພື່ອຂາຍເປັນສິນຄ້າໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ; ສອງແມ່ນຊ່ວຍເຫຼືອປະຊາຊົນຜູ້ທີ່ຂາດເຂີນທຶນຮອນການຜະລິດໃຫ້ເຂົາເຈົ້າສາມາດເຂົ້າເຖິງແຫຼ່ງທຶນ (ການກູ້ຢືມເງິນ) ຈາກທະນາຄານເພື່ອນຳໃຊ້ເຂົ້າໃນການຜະລິດຄືກັບຄອບຄົວອື່ນທີ່ພໍຢູ່ພໍກິນ ແລະຮັ່ງມີແລ້ວ, ພ້ອມນັ້ນກໍຊ່ວຍແນະນໍາເຕັກນິກວິຊາການເຂົ້າຊ່ວຍໃນການຜະລິດ.

  ສາມແມ່ນສືບຕໍ່ປັບປຸງ ແລະ ຈັດສັນເຂດການຜະລິດໃຫ້ເໝາະສົມກັບທ່າແຮງ ແລະເໝາະສົມກັບເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ, ແຕ່ລະບ້ານເປັນຕົ້ນແມ່ນການກຳນົດເນື້ອທີ່ໆຄວນປູກພືດໃນແຕ່ລະຕະກຸນວ່າ: ບ່ອນໃດເໝາະສົມປູກກາເຟ, ໝາກແໜ່ງ, ສາລີ, ມັນຕົ້ນ ແລະພືດຜັກອື່ນໆໃຫ້ເໝາະສົມໂດຍບໍ່ສັບສົນຄືໃນເມື່ອກ່ອນ, ສີ່ແມ່ນຈັດຫາວຽກເຮັດງານທຳໃຫ້ປະຊາຊົນ, ຄອບຄົວປະຊາຊົນຜູ້ທີ່ບໍ່ມີເນື້ອທີ່ທຳການຜະລິດຊຶ່ງຈະໃຫ້ເຂົາເຈົ້າໄດ້ເຂົ້າເຮັດວຽ ກນຳບັນດາບໍລິສັດ ແລະໂຄງການລົງທຶນຕ່າງໆພາຍໃນເມືອງ.

 ບັນຫາສຸດທ້າຍພະຍາຍາມຍາດແຍ່ງ ແລະດຶງດູດເອົາການລົງທຶນຈາກພາກສ່ວນຕ່າງໆທົ່ວສັງຄົມໂດຍສະເພາະແມ່ນການລົງທຶນຂອງພາກເອກະຊົນໃຫ້ເຂົ້າ ມາລົງທຶນພາຍໃນເມືອງທ່າແຕງໃຫ້ນັບມື້ຫຼາຍຂຶ້ນເປັນຕົ້ນແມ່ນໂຄງການຂະໜາດໃຫຍ່, ຂະໜາດກາງທີ່ບໍ່ແມ່ນໂຄງການທີ່ຕິດພັນກັບທີ່ດິນໂດຍຈະເປັນໂຄງການທີ່ພົວພັນກັບທ່າແຮງຂອງເມືອງຄື: ການສ້າງຕັ້ງໂຮງງານປຸງແຕ່ງ ແລະໂຮງງານແປຮູບຜົນຜະລິດກະສິກໍາເຫຼົ່ານີ້ເປັນຕົ້ນ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ