ນັກທຸລະກິດຈີນຄອງອັນດັບ 1 ລົງທຶນຢູ່ລາວ ສ່ວນຕົວເລກການຄ້າບັນລຸ 22,78 ພັນຕື້ກີບ

       ໃນໄລຍະຜ່ານມານັກທຸລະກິດຈີນໄດ້ເຂົ້າມາລົງທຶນຢູ່ລາວເປັນຈຳນວນຫຼວງຫຼາຍມີຫຼາຍໆໂຄງການພັດທະນາຂະໜາດໃຫຍ່ໆຊຶ່ງສິ່ງດັ່ງກ່າວໄດ້ເຮັດໃຫ້ປະຈຸບັນ ສປ ຈີນ ກາຍເປັນປະເທດອັນດັບ1 ທີ່ມາລົງທຶນຢູ່ ສປປ ລາວ ແລະ ເປັນອັນດັບ 2 ດ້ານການຄ້າໂດຍໃນປີ 2018 ຕົວເລກການຄ້າລາວ-ຈີນ ມີມູນຄ່າເຖິງ 22,78 ພັນຕື້ກີບເພີ່ມຂຶ້ນ 15% ຈາກປີກ່ອນ.

   ວັນທີ 28 ທັນວາ ຜ່ານມາທີ່ນະຄອນຫຼວງວຽງຈັນສະພາການຄ້າຈີນປະຈຳ ສປປ ລາວ ໄດ້ຈັດກອງປະຊຸມ ແລະງານລ້ຽງສະເຫຼີມສະຫຼອງປີ ໃໝ່ສາກົນ 2019 ໂດຍເຂົ້າຮ່ວມມີທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ຊຸນເລ້ ປະທານສະ ພາການຄ້າຈີນປະຈຳ ສປປ ລາວ, ມີບັນດາສະມາຊິກສະພາການຄ້າຈີນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ຊຸນເລ້ ກ່າວວ່າ: ໃນປີ 2018 ພາຍໃຕ້ການຊີ້ນຳ  ແລະເປັນຫວ່ງເປັນໃຍຂອງການນຳພັກ-ລັດພ້ອມດ້ວຍການນຳສະຖານທູດຈີນປະຈຳລາວ, ການອູ້ມຊູຊ່ວຍເຫຼືອຂອງບັນດາສະພາການຄ້າຕ່າງໆອ້ອມຂ້າງແລະການປະກອບສ່ວນຢ່າງຕັ້ງໜ້າຂອງສະມາຊິກທຸກທ່ານ, ພວກເຮົາໄດ້ມີສ່ວນຮ່ວມໃນການປະກອບສ່ວນໃນວຽກງານ ແລະກິດຈະກຳຕ່າງໆທີ່ທາງລັດຖະບານລາວຈັດຂຶ້ນ, ຕັ້ງໜ້າປະຕິບັດຕາມແນວທາງຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງທີ່ລັດຖະບານວາງອອກ.

   ເພື່ອເປັນການພັດທະນາວຽກງານຂອງສະພາການຄ້າໃຫ້ກ້າວໜ້າຂຶ້ນເລື້ອຍໆເນື່ອງໃນໂອກາດປີໃໝ່ສາກົນ 2019 ໃນນາມຕາງໜ້າສະ ພາການຄ້າຈີນປະຈຳລາວຂໍອວຍພອນໃຫ້ເສດຖະກິດຂອງສອງປະເທດລາວ-ຈີນຈົ່ງເຕີບໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ໃຫ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະມິດຕະພາບທີ່ດີຂອງສອງຊາດແໜ້ນແຟ້ນຍິ່ງຂຶ້ນທ່ານປະທານສະພາການຄ້າຈີນປະຈຳ ສປປ ລາວ ກ່າວ.

  ທ່ານ ພັນທອງ ພິດທຸມມາ ກ່າວວ່າ: ປີ 2018 ຈະຜ່ານພົ້ນໄປບໍ່ພຽງເທົ່າໃດຂ້າງໜ້ານີ້ເປັນປີທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດ ສາດສອງປະເທດພວກ ເຮົາໄດ້ມີຫຼາຍໂຄງການຮ່ວມກັນພັດທະນາເຊັ່ນ: ໂຄງການລົດໄຟ ລາວ-ຈີນ ແລະ ໂຄງການອື່ນໆຂອງນັກທຸລະກິດຈີນຢູ່ ສປປ ລາວ, ມາຮອດປະຈຸບັນ ສປ ຈີນ ໄດ້ເປັນປະເທດອັນດັບ1 ທີ່ມາລົງທຶນຢູ່ລາວ ແລະເປັນອັນດັບ 2 ທາງດ້ານການຄ້າ, ນອກນັ້ນປີ 2018 ສະເພາະດ້ານການຄ້າລາວ-ຈີນກໍໄດ້ຮັບການພັດທະນາດີຂຶ້ນຄາມລຳດັບມີມູນຄ່າການຄ້າບັນລຸເຖິງ 22,78 ພັນຕື້ກີບ ຫຼື ປະມານ 2,68 ຕື້ໂດລາ ເພີ່ມຂຶ້ນ 15% ທຽບໃສ່ ປີຜ່ານມາ.

   ທ່ານ ພັນທອງ ພິດທຸມມາ ກ່າວຕື່ມ ວ່າ: ຂໍສະແດງຄວາມຊົມເຊີຍສະພາການຄ້າຈີນປະຈຳລາວທີ່ໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍນັກທຸລະກິດຈີນມາລົງທຶນ ແລະຄ້າຂາຍຢູ່ລາວນັບມື້ນັບຫຼາຍຂຶ້ນ ແລະໄດ້ຊ່ວຍສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວກໍຄືຊ່ວຍກະຊວງ ອຸດສາຫະກຳ ແລະການຄ້າໃນການຄຸ້ມຄອງບັນດາຫົວໜ່ວຍທຸລະກິດຈີນໃຫ້ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ທັງໝົດນັ້ນເປັນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງລາວ.