ພັດທະນາຫຼັກສູດ ເຕັກນິກການແພດຍັງປະເຊີນຫຼາຍດ້ານ

   ແນໃສ່ພັດທະນາບຸກຄະລາກອນ ແລະ ຍົກລະດັບຄວາມຮູ້ຂອງພະນັກງານຄູ-ອາຈານໃຫ້ໄດ້ມາດຕະຖານ, ລວມທັງການພັດທະນາຫຼັກສູດການຮຽນ-ການສອນໃນຕໍ່ໜ້າ,ຄະນະເຕັກນິກການແພດກໍຍັງຕ້ອງປະເຊີນກັບສິ່ງທ້າທາຍຫຼາຍດ້ານຕົ້ນຕໍຄູ ແລະ ອຸປະກອນທີ່ປະກອບໃນວຽກການຮຽນ-ການສອນ.

 ທ່ານ ດຣ. ນາລີ ຄຳອິນຊູ ຮອງຄະນະບໍດີຄະນະເຕັກນິກການແພດໃຫ້ຮູ້ວ່າ: ໃນໄລຍະ 10 ປີ ຂອງການພັດທະນາຄະນະເຕັກນິກການແພດໂດຍອີງໃສ່ວິໄສທັດທີ່ຈະກາຍເປັນສະຖາບັນການສຶກສາທາງການແພດທີ່ດີທີ່ສຸດໃນການຜະລິດບຸກຄະລາກອນທາງການແພດທີ່ມີຄຸນນະ ພາບສູງເພື່ອສະໜອງການບໍລິການດ້ານສຸຂະພາບໃຫ້ແກ່ປວງຊົນ ແລະ ເພື່ອສືບຕໍ່ການຮຽນຮູ້ຕະຫຼອດໄປຕົ້ນຕໍປະຕິບັດຕາມພາລະໜ້າທີ່ຂອງຄະນະເຊັ່ນ: ພັດທະນາຫຼັກສູດການຮຽນ-ການສອນຂອງວິເຄາະການແພດ, ກາຍະບຳບັດ, ເຕັກນິກລັງສີ ແລະຮູບພາບການແພດ, ຊ່າງອົງຄະທຽມ-ເຄື່ອງຄ້ຳຊູບົນພື້ນຖານຂີດຄວາມສາມາດໃນການແກ້ໄຂບັນຫາດ້ານຄຸນນະພາບ ແລະຄວາມຮັບຜິດຊອບຂອງບຸກຄະລາກອນທາງການແພດ; ພັດທະນາຂະບວນການປະກັນຄຸນນະພາບເປັນປະຈຳເພື່ອເປັນເຄື່ອງມືໃນພັດທະນາການຮຽນ-ການສອນ;ສົ່ງເສີມ ແລະ ພັດທະນາງານວິໃຈໂດຍແນໃສ່ບັນຫາດ້ານການສຶກສາ ແລະ ການບໍລິການດ້ານສຸຂະພາບ; ໃຫ້ການບໍລິການດ້ານສຸຂະພາບແກ່ທຸກຄົນໃນສັງຄົມສົ່ງເສີມການອະນຸລັກວັດທະນະທຳປະເພນີຂອງລາວ, ລວມທັງວຽກການພັດທະນາບຸກຄະລາກອນເພືຶ່ອຍົກລະດັບຄວາມຮູ້ຂອງພະນັກງານຄູ-ອາຈານໃຫ້ໄດ້ມາດຕະຖານໃນປະຈຸບັນ.

   ສະເພາະການພັດທະນາຫຼັກສູດການຮຽນ-ການສອນມາຮອດດຽວນີ້ສຳເລັດແລ້ວ 9 ຫຼັກສູດຄື: ຫຼັກສູດປະລິນຍາຕີວິເຄາະການແພດ; ປະລິນຍາຕີກາຍະພາບບຳບັດ; ປະລິນຍາຕີເຕັກນິກລັງສີ ແລະຮູບພາບ; ຫຼັກສູດຕໍ່ເນື່ອງປະລິນຍາຕີວິເຄາະການແພດ; ຕໍ່ເນື່ອງອານຸປະ ລິນຍາວິເຄາະການແພດ; ຫຼັກສູດອານຸປະລິນຍາວິເຄາະການແພດ; ອານຸປະລິນຍາກາຍະບຳບັດຕໍ່ເນື່ອງ; ອານຸປະລິນຍາລັງສີ ແລະຮູບພາບການແພດ; ອານຸປະລິນຍາຊ່າງອົງຄະທຽມ ແລະ ເຄື່ອງຄ້ຳຊູ, ສ່ວນຫຼັກສູດທີ 10 ຫຼັກສູດຊ່ຽວຊານຂັ້ນ 1 ສາຂາເລືອດວິທະຍາ, ກຳລັງຂໍອະນຸມັດຈາກ 2 ກະຊວງ, ພ້ອມນັ້ນຍັງສາມາດສ້າງບຸກຄະລາກອນໄດ້ 43 ຄົນ.

  ທ່ານ ດຣ ນາລີ ຄຳອິນຊູ ໃຫ້ຮູ້ອີກວ່າ: ນອກຈາກເລັ່ງພັດທະນາຫຼັກສູດແລ້ວຄະນະຍັງໄດ້ສົ່ງພະນັກງານໄປອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວຢູ່ຕ່າງປະເທດອີກຈຳນວນໜຶ່ງ,ສະເພາະໃນສົກປີ 2018-2019 ນັກສຶກສາທີ່ເຂົ້າມາຮຽນຢູ່ໃນຄະນະເຕັກນິກການແພດທັງໝົດ 597 ຄົນ, ສະນັ້ນສິ່ງທີ່ທ້າທາຍຂອງຄະນະເຕັກນິກການແພດພວມປະເຊີນແມ່ນອາຈານຜູ້ສິດສອນ, ອຸປະກອນການສິດສອນຍັງບໍ່ພຽງພໍກັບຄວາມຕ້ອງການ, ຫ້ອງການຄູ-ອາຈານ, ຫ້ອງທົດລອງລວມເຖິງຫ້ອງຮຽນຂອງນັກສຶກສາກໍຍັງບໍ່ພຽງພໍກັບສະພາບຄວາມເປັນຈິງ.