ນາຍົກເນັ້ນນັກກີລາທີມຊາດລາວຕ້ອງສ້າງຜົນງານຍາດເອົາຫຼຽນໄຊຊະນະໃຫ້ດີຂື້ນກວ່າເກົ່າ

    ເມື່ອວັນທີ 28 ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີຍ້ອງຍໍ ແລະປະດັບຫຼຽນໄຊໃຫ້ຄະນະນຳ, ຄູຝຶກ, ນັກກີລາທີມຊາດລາວ ແລະບຸກຄົນບໍລິສັດຫ້າງຮ້ານທີ່ໃຫ້ການອຸປະຖຳນັກກີລາເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆເປັນກຽດມອບໃບຍ້ອງຍໍ ແລະປະດັບຫຼຽນໄຊໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມນີ້ກໍມີມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ປະທານຄະນະກຳມະການພາລາແລມປິກແຫ່ງຊາດລາວພ້ອມດ້ວຍຄະນະນຳຄູຝຶກນັກກີລາ ແລະບໍລິສັດຫ້າງຮ້ານທີ່ໃຫ້ການອຸປະຖຳເຂົ້າຮ່ວມ.

  ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະກີລາທັງເປັນຮອງປະທານ-ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວໄດ້ລາຍງານຜົນງານຂອງແຕ່ລະສະຫະພັນໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທີ່ສາມາດຍາດໄດ້ຫຼຽນລາງວັນມາໃຫ້ປະເທດຊາດໃນຜ່ານມາເປັນຕົ້ນແມ່ນສຳເລັດການເຂົ້າຮ່ວມແຂ່ງຂັນງານກີລາເອຊຽນເກມຄັ້ງທີ 18 ທີ່ປະເທດອິນໂດເນເຊຍສາມາດຍາດໄດ້ 2 ຫຼຽນເງິນ ແລະ 3 ຫຼຽນທອງ; ເອ ຊຽນພາລາເກມຄັ້ງທີ 12 ປີ 2018 ທີ່ ປະເທດອິນໂດເນເຊຍສາມາດຍາດໄດ້ 1 ຫຼຽນຄຳ ຈາກປະເພດກີລາຍົກນ້ຳໜັກດ່ຽວຊາຍຄືທ້າວເປ້ຍເຫຼົ່າພັກດີ; ເຂົ້າຮ່ວມແຂ່ງຂັນກີລາໂວວີນາມຊິງແຊັມອາຊຽນຄັ້ງທີ 5 ທີ່ນະຄອນເນປີດໍປະ ເທດມຽນມາສາມາດຍາດໄດ້1 ຫຼຽນ ຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ, ເຂົ້າຮ່ວມແຂ່ງຂັນກີລາກະຕໍ້ຊິງແຊັມໂລກຄັ້ງທີ 33 ທີ່ປະເທດໄທສາມາດຍາດໄດ້ 2 ຫຼຽນຄຳ,1 ຫຼຽນເງິນ ແລະ 1 ຫຼຽນທອງແລະເຂົ້າຮ່ວມແຂ່ງຂັນກີລາລະດັບສາກົນ.

  ຕໍ່ກັບຜົນງານດັ່ງກ່າວລັດຖະບານຈຶ່ງໄດ້ມອບໃບຍ້ອງຍໍ ແລະປະດັບຫຼຽນໄຊໃຫ້ບຸກຄົນ ແລະກົມກອງດັ່ງລຸ່ມນີ້: ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ 14 ທ່ານ ແລະ 2 ກົມກອງທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນກີລາກະຕໍ້ຊິງແຊັມໂລກຄັ້ງທີ 33 ແລະກີລາເອຊຽນພາລາເກມຄັ້ງທີ 12 ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ 26 ທ່ານ ແລະ 4 ກົມກອງທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນກີລາເອຊຽນເກມຄັ້ງທີ 18; ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 26 ທ່ານ ແລະ 1 ກົມ ກອງ; ປະດັບຫຼຽນກາແຮງງານໃຫ້ 26 ທ່ານ ແລະມອບໃບຍ້ອງຍໍລັດຖະບານໃຫ້ 2 ທ່ານ ແລະ 21 ກົມກອງ.

   ແນວໃດກໍດີຕໍ່ກັບຜົນງານດັ່ງກ່າວທ່ານ  ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງຄະນະນຳຄູຝຶກ ແລະນັກກີລາທຸກຄົນທີໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນຈົນສາມາດສ້າງຊື່ສຽງມາໃຫ້ປະເທດຊາດແຕ່ໃນຕໍ່ໜ້າຕ້ອງໄດ້ພ້ອມກັນສຶບຕໍ່ສ້າງຜົນງານ ແລະ ຍາດເອົາໄຊຊະນະໃຫຍ່ຫຼວງກວ່າເກົ່າມາໃຫ້ເກັບປະເທດຊາດ, ຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາດັ່ງນີ້: ຄະນະພັກ, ຄະນະນຳກະຊວງສຶກສາທິການ ແລະ ກີລາ (ສສກ) ຕ້ອງເອົາໃຈໃສ່ຊີ້ນຳວຽກງານແນວຄິດການເມືອງໃຫ້ບັນດາສະຫະພັນກີລາແຫ່ງຊາດລາວ, ຄູຝຶກ ແລະ ນັກກີລາໃຫ້ໄປຕາມທິດຫັນປ່ຽນໃໝ່ຂອງພັກ-ລັດ; ໃຫ້ສືບຕໍ່ມູນເຊື້ອທີ່ດີງາມໃນການສ້າງ ແລະ ພັດທະນາວຽກງານກີລາທີ່ມີແລ້ວນັ້ນໃຫ້ດີຂຶ້ນກວ່າເກົ່າ; ສ້າງນັກກີລາໃນລະດັບເຍົາວະຊົນໄວ້ ເປັນພື້ນຖານ, ສ້າງທຸກເງື່ອນໄຂໃຫ້ມີການພັດທະນາກີລາແບບຕໍ່ເນື່ອງເພື່ອເຮັດໃຫ້ນັກກີລາຂອງລາວເຮົາເປັນທີ່ຍອມຮັບຂອງນາໆຊາດ.