ບໍ່ແກ້ວຈະລຶບລ້າງຄອບຄົວທຸກຍາກໃຫ້ເຫຼືອ 5 ເປີເຊັນ ດຽວນີ້ມີ 3,5 ພັນຄອບຄົວ

  ແຂວງບໍ່ແກ້ວໄດ້ວາງຄາດໝາຍການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກໃນປີ 2019 ໃຫ້ຫຼຸດລົງຕື່ມຈາກບ້ານທຸກຍາກ 41 ບ້ານຊຶ່ງກວມເອົາ 16,08% ຂອງບ້ານທັງໝົດໃນທົ່ວແຂວງໃຫ້ຍັງເຫຼືອພຽງ 7% ແລະລຶບລ້າງຄອບຄົວທຸກຍາກໃຫ້ຫຼຸດລົງເຫຼືອ 5% ຈາກ ຄອບຄົວທຸກຍາກ 10,61% ຂອງປີ 2018.

   ອີງຕາມຂໍ້ມູນຈາກແຂວງບໍ່ແກ້ວໃຫ້ຮູ້ວ່າ: ແຂວງບໍ່ແກ້ວ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງລາວເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະຍັງມີເຂດສາມຫຼ່ຽມຄຳທີ່ມີຊາຍແດນຕິດກັບຫຼາຍປະເທດໃກ້ຄຽງ, ປະຈຸບັນປະກອບມີ 5 ເມືອງຄື: ເມືອງຫ້ວຍຊາຍ, ຕົ້ນເຜິ້ງ, ປາກທາ, ຜາອຸດົມ ແລະເມືອງເມິງ, ລວມມີທັງໝົດ 248 ບ້ານ, 35 ພັນກວ່າຄອບຄົວ ແລະມີພົນລະເມືອງທັງໝົດ 1,98 ແສນຄົນ, ຍິງ 97,02 ພັນຄົນ (ສະຖິຕິປີ 2017) ໃນນີ້ປະກອບດ້ວຍຫຼາຍຊົນເຜົ່າທີ່ແຕກຕ່າງກັນຄື: ໄຕ, ມົ້ງ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ... ການດໍາລົງຊີວິດຂອງປະຊາຊົນສ່ວນໃຫຍ່ແມ່ນການປູກຝັງ-ລ້ຽງສັດໂດຍພື້ນຖານ,ປະຈຸບັນທົ່ວແຂວງ ມີບ້ານທຸກຍາກ 41 ບ້ານ ກວມ 16,08%, ມີຄອບຄົວທຸກຍາກ 3.534 ຄອບຄົວກວມ 10,61% ຂອງຄອບຄົວທັງໝົດໃນທົ່ວແຂວງ.

   ແນວໃດກໍດີ ໃນປີ 2019 ທີ່ຈະມາເຖິງນີ້ ແຂວງບໍ່ແກ້ວຈະສືບຕໍ່ລຶບລ້າງເມືອງທຸກຍາກໃຫ້ໄດ້ໂດຍສິ້ນເຊີງ, ລຶບລ້າງບ້ານທຸກຍາກຫຼຸດລົງໃຫ້ຍັງເຫຼືອ 7% ຂອງບ້ານທັງໝົດ ແລະລຶບລ້າງຄອບຄົວທຸກຍາກຫຼຸດລົງໃຫ້ຍັງເຫຼືອ 5% ຂອງຄອບຄົວທັງໝົດໃນທົ່ວແຂວງ; ພ້ອມນັ້ນຍັງຈະສ້າງທຸກເງື່ອນໄຂເພື່ອສ້າງເມືອງຫ້ວຍຊາຍ ແລະເມືອງຕົ້ນເຜິ້ງເປັນເມືອງພັດທະນາ, ສ້າງບ້ານພັດທະນາໃຫ້ກວມ 60% ຂອງບ້ານທັງໝົດ ແລະສ້າງຄອບຄົວພັດທະນາໃຫ້ກວມ 70% ຂອງຄອບຄົວທັງໝົດໃນທົ່ວ ແຂວງ ແລະສືບຕໍ່ສ້າງບ້ານໃຫຍ່ໃຫ້ ກາຍເປັນໃຈກາງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະກາຍຕົວເມືອງໃນຊົນນະບົດໃຫ້ໄດ້ 1 ແຫ່ງ;ສືບຕໍ່ຈັດຕັ້ງປະຕິບັດແຜນທົດລອງແກ້ໄຂຄວາມທຸກຍາກໃນ 10 ບ້ານເປົ້າ ໝາຍຂອງແຂວງ; ສືບຕໍ່ຄຸ້ມຄອງ ແລະ ພັດທະນາ 3 ຈຸດສຸມພັດທະນາຊົນນະບົດໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ແລະກາຍເປັນຕົວແບບການພັດທະນາຂອງແຂວງ.

   ໃນຂະນະປີ 2018 ຜ່ານມາແຂວງ ບໍ່ແກ້ວແມ່ນໄດ້ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ວຍຫຼາຍຮູບການ, ມີແຜນການ, ໂຄງ ການ ແລະ ມີຈຸດສຸມຢ່າງຈະແຈ້ງໂດຍຖືເອົາຄອບຄົວ ແລະບ້ານເປົ້າໝາຍຈຸດສຸມໃນການແກ້ໄຂຄວາມທຸກຍາກຊຶ່ງໄດ້ຕັ້ງໜ້າສຸມທຶນຮອນເຂົ້າໃສ່ໃນການກໍ່ສ້າງ, ຂະຫຍາຍພື້ນຖານໂຄງລ່າງຮັບໃຊ້ການຜະລິດ, ຊຸກຍູ້ສົ່ງເສີມ ແລະຕິດຕາມກວດກາການປ່ອຍສິນເຊື່ອຊົນນະບົດເປັນຕົ້ນ: ທະນາຄານນະໂຍບາຍ, ກອງທຶນພັດທະນາບ້ານ.