ເງິນປອມລະບາດ ທຫລ ເຕືອນປະຊາຊົນລະວັງເມື່ອຮັບ ແລະ ຈ່າຍ

   ຫ້ອງການທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບເລກທີ 518/ຫກ ລົງວັນທີ 27 ທັນວາ 2018 ເຖິງພໍ່ແມ່ປະຊາຊົນ,ຕະ ຫຼອດເຖິງມວນຊົນທົ່ວໄປໃນຂອບເຂດທົ່ວປະເທດເລື່ອງເພີ່ມທະວີສະຕິລະວັງຕົວໃນການຮັບ-ຈ່າຍທະນະບັດປະເພດໃບ 50.000 ແລະ 100.000 ກີບ, ໂດຍຜູ້ລະມືດປອມແປງທະນະບັດຈະຖືກລົງໂທດຕັດອິດສະລະພາບພ້ອມປັບໃໝເງິນເຖິງ 300 ລ້ານກີບ.

  ແຈ້ງການດັ່ງກ່າວລະບຸວ່າ: ປະຈຸບັນໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງໄດ້ລັກລອບປອມແປງທະນະບັດປະເພດໃບ 50.000 ແລະ 100.000 ກີບ ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມດ້ວຍຮູບແບບການນໍາເອົາທະນະບັດໄປອັດສໍາ ເນົາສີໃສ່ເຈ້ຍ A4 ທໍາມະດາ, ມີສີສັນລວດລາຍຄ້າຍຄືທະນະບັດແທ້. ສະນັ້ນກ່ອນຈະຮັບ-ຈ່າຍ ທະນະບັດປະເພດໃບ 50.000 ແລະ 100.000 ກີບ ທຸກໆຄັ້ງກະນຸລາກວດເບິ່ງໃຫ້ລະອຽດເພື່ອຫຼີກລຽງການຮັບ-ຈ່າຍທະນະບັດປອມ.

  ວິທີສັງເກດທະນະບັດຂັ້ນພື້ນຖານແບບງ່າຍທີ່ສາມາດປະຕິບັດດ້ວຍຕົວຂອງທ່ານເອງໄດ້ມີ 3 ວິທີຄື:1) ວິທີສໍາພັດດ້ວຍມື: ທະນະບັດແທ້ຕົວເລກມູນຄ່າລາວເມື່ອເອົາມືສໍາພັດຈະຮູ້ມື່ນ, ສ່ວນທະນະບັດປອມ ເມື່ອເອົາມືສໍາພັດຈະບໍ່ຮູ້ສືກ; 2) ວິທີຍົກສ່ອງ: ທະນະບັດແທ້ ຮູບລາຍນໍ້າ ປະທານໄກສອນ ພົມວິຫານ ຝັງຢູ່ໃນເນື້ອເຈ້ຍ ເມື່ອຍົກສ່ອງໃສ່ແສງສະຫວ່າງຈະເຫັນໄດ້ຢ່າງຊັດເຈນທັງດ້ານໜ້າ ແລະດ້ານຫຼັງ, ແຕ່ທະນະບັດປອມຮູບລາຍນໍ້າ ປະທານ ໄກສອນ ພົມວິຫານ ພິມດ້ວຍມຶກສີດຽວຈະບໍ່ຝັງຢູ່ໃນ ເນື້ອເຈ້ຍ ເມື່ອຍົກສ່ອງໃສ່ແສງສະ ຫວ່າງຈະເຫັນເປັນລັກສະນະຄືຮູບແຕ້ມທໍາມະດາ; 3) ວິທີສ່ອງໃສ່ແສງໄຟສີມ້ວງ: ທະນະບັດແທ້ເມື່ອສ່ອງໃສ່ໄຟສີມ້ວງຕົວເລກມູນຄ່າ, ຮູບທາດຫຼວງ, ເຄື່ອງໝາຍຊາດ, ຕົວໜັງສື ສປປ ລາວ, ຮູບລາຍໆ, ເສັງໄຍສັງເຄາະສີຟ້າ ແລະ ສີແດງຈະເຮືອງແສງ, ຊຶ່ງກົງກັນຂ້າມກັບທະນະບັດປອມຈະບໍ່ເຮືອງແສງ.

  ສໍາລັບຜູ້ປອມແປງທະນະບັດຈະຖືກປັບໃໝຕາມກົດໝາຍອາຍາມາດຕາ 63, ຖ້າບຸກຄົນໃດຫາກໃຊ້ເຄື່ອງພິມ ຫຼື ໃຊ້ວິທີການປອມແປງເງິນທະນາຄານ, ເງິນຕາຕ່າງປະເທດ ຫຼື ນໍາເອົາເງິນປອມຕ່າງປະເທດເຂົ້າມາຈໍາໜ່າຍຈະຖືກລົງໂທດຕັດອິດສະລະພາບ 5-15 ປີ ແລະຈະຖືກປັບໃໝເງິນ 10 ລ້ານ -150 ລ້ານ ກີບ; ໃນກໍນີຜູ້ກະທໍາຜິດຫາກໄດ້ປອມແປງເງິນ ຫຼື ເອົາເງິນປອມເຂົ້າມາຢ່າງຫຼວງຫຼາຍໂດຍມີການຈັດຕັ້ງຈະຖືກລົງໂທດຕັດອິດສະລະພາບ 10-20 ປີ ແລະ ປັບໃໝ 20 ລ້ານ ຫາ 300 ລ້ານກີບ; ບຸກຄົນໃດຫາກຮູ້ວ່າແມ່ນເງິນປອມແຕ່ຍັງເອົາມານໍາໃຊ້ຈະຖືກຕັດອິດສະລະພາບ 3 ເດືອນ-5 ປີ ພ້ອມປັບໃໝ 2 ແສນ ຫາ 5 ລ້ານກີບ ແລະບຸກຄົນໃດຫາກຮູ້ວ່າຕົນມີເງິນປອມຢູ່ໃນການຄອບຄອງແຕ່ບໍ່ແຈ້ງເຈົ້າໜ້າທີ່ຈະຖືກຕັດອິດສະລະພາບ 3 ເດືອນ-2 ປີ ແລະປັບໃໝ 1 ແສນ ຫາ 5 ແສນກີບ.

   ຫາກບຸກຄົນໃດພົບເຫັນກະລຸນາແຈ້ງເຈົ້າໜ້າທີ່ຕໍາຫຼວດ, ທະນາຄານທຸກແຫ່ງໃນຂອບເຂດທົ່ວປະເທດ ຫຼື ໂທ 021 213119.