ລະປືບ”ເປັນງານບຸນປະເພນີແຈກເຂົ້າຂອງຊົນເຜົ່າບຣູແລະກະຕ່າງທີ່ດຳລົງຊີວິດຢູ່ບາງທ້ອງຖິ່ນໃນແຂວງສະຫວັນນະເຂດແລະສາລະວັນ,ຊຶ່ງໄດ້ຮັບການປະຕິບັດສືບທອດກັນມາແຕ່ບູຮານນະການ.
ປະເທດລາວເຮົາມີຫຼາກຫຼາຍຊົນເຜົ່າ ແລະມີຮີດຄອງປະເພນີທີ່ແຕກຕ່າງກັນໄປຊຶ່ງສະແດງອອກເຖິງຄວາມເປັນເອກະລັກໃນແຕ່ລະເຜົ່າຂອງຕົນເອງ ແລະຮີດຄອງປະເພນີເຫຼົ່ານັ້ນລ້ວນແຕ່ໄດ້ຮັບການຖ່າຍທອດຈາກປູ່ຍ່າຕາຍາຍຈາກຮຸ່ນຄົນນີ້ສູ່ຮຸ່ນລູກຫຼານຕໍ່ໄປ.ດັ່ງບຸນ“ລະປືບ”ຂອງຊົນເຜົ່າບຣູ-ກະຕ່າງທີ່ຊາວບ້ານເອີ້ນກັນວ່າ ກິນປືບ”ເປັນປະເພນີການແຈກເຂົ້າຂອງຊົນເຜົ່າບຣູກະຕ່າງທີ່ດຳລົງຊີວິດຢູ່ ບາງທ້ອງຖິ່ນເຊັ່ນ:ບາງເມືອງໃນແຂວງສະຫວັນນະເຂດແລະສາລະວັນ, ຊຶ່ງໄດ້ຮັບການປະຕິບັດສືບທອດກັນມາແຕ່ບູຮານນະການ.ຊຶ່ງພວກເຂົາມີຄວາມເຊື່ອວ່າ: ຜີຂອງບັນພະບູລຸດຜູ້ລ່ວງລັບໄປຍັງດຳລົງຢູ່ຮ່ວມກັບລູກຫຼານແຕ່ຢູ່ກັນຄົນລະພົບຊາດແລະອາໄສເຊິ່ງກັນແລະກັນຄື: ຜີ ຫຼື ວິນຍານຂອງພໍ່ແມ່ນັ້ນເປັນຜູ້ຊ່ວຍເບິ່ງແຍງສັດສາວາສິ່ງ, ການປູກການຝັງເຮັດໃຫ້ໄດ້ຮັບໝາກຜົນແລະຂະຫຍາຍແຜ່ພັນໄດ້ຫຼາຍ.ສ່ວນວ່າລູກຫຼານທີ່ຍັງມີຊິວິດຢູ່ເມື່ອໄດ້ຮັບຜົນຜະລິດ ແລະສັດລ້ຽງອອກແມ່ແຜ່ລູກຄືແນວນັ້ນກໍຈຳຕ້ອງໄດ້ເຮັດບຸນແຈກເຂົ້າໄປຫາດ້ວຍການຂ້າສັດລ້ຽງນັ້ນເພື່ອເຮັດພິທີກຳສັງເວີຍແກ່ຜີບັນພະບູ ລຸດຂອງຕົນຕາມຄວາມເຊື່ອຖື.
ສ່ວນຂັ້ນຕອນໃນການເຮັດບຸນລະປືບແມ່ນໄດ້ກະກຽມຄື:ເຕົ້າໂຮມຕະກຸນປູ່ຍ່າຕາຍາຍພໍ່ແມ່ເຖົ້າແກ່ອາວຸໂສ ແລະມີຄວາມພ້ອມຢ່າງໜ້ອຍ 9 ຄອບຄົວຂຶ້ນໄປ, ແລ້ວພ້ອມກັນປຸກຜາມ ແລະຫໍໄວ້ເຄິ່ງກາງເພື່ອນຳໃຊ້ເຂົ້າໃນການເຮັດພິທີກຳ.ໃນຫໍດັ່ງກ່າວນັ້ນປະກອບໄປດ້ວຍພືດພັນທັນຍາຫານທີ່ເປັນຜົນ ຜະລິດແລະອຸປະກອນຮັບໃຊ້ໃນຄົວເຮືອນເປັນຕົ້ນແມ່ນເຄື່ອງນຸ່ງຂອງ ຖື, ຈົກ, ສຽມ, ມີດພ້າ,ກະຕ່າກະບຸງທີ່ຄົບຕາມອົງປະກອບຂອງເຄື່ອງຄົວເຮືອນ, ສຳລັບຜູ້ເປັນເຂີຍຕ້ອງໄດ້ກຽມງົວ, ຄວາຍໄວ້ຂ້າຜູ້ ລະໂຕຕາມຈຳນວນຂອງລູກເຂີຍໃນຄອບຄົວນັ້ນ. ເມື່ອຮອດມື້ບຸນຜູ້ເປັນເຂີຍຕ້ອງໄດ້ຂ້າງົວ, ຄວາຍແຕ່ຕອນເຊົ້າໆແລ້ວນຳເອົາແຕ່ກະດູກ, ຫົວ, ຫາງ, ໜັງ, ຕີນ,ເຄື່ອງໃນໄປ ແຫ່ອ້ອມຫໍພ້ອມກັບຈັງຫວະດົນຕີ ພື້ນເມືອງ. ເມື່ອແຫ່ສຳເລັດແລ້ວກໍເອົາຊິ້ນສ່ວນຕ່າງໆນັ້ນໄປກອງ ໄວ້ຕໍ່ໜ້າຜາມເພື່ອປະກອບພິທີ,ຜູ້ເປັນໝໍຜີກໍປະກອບພິທີກຳເປັນຜູ້ ເອີ້ນເອົາວິນຍານຂອງຜູ້ໄດ້ລ່ວງລັບໄປແລ້ວນັ້ນມາຮັບເອົາເພິ່ນເອີ້ນວ່າ“ອະລ່ອຍ”ແລະຫຼັງຈາກເຮັດແລ້ວ ແມ່ນເອົາກະດູກທັງໝົດໄປໄວ້ຫົວໄຮ່ປາຍນາບ່ອນທີ່ເຊື່ອວ່າເປັນສະຖານທີ່ຢູ່ຂອງຜູ້ລ່ວງລັບໄປ.ສ່ວນຊີ້ນທີ່ຖືກປາດໄວ້ນັ້ນກໍເອົາມາປຸງແຕ່ງເປັນອາຫານຕ້ອນຮັບແຂກຄົນທີ່ເຂົ້າຮ່ວມໃນມື້ບຸນ.
ນສພ ເສດຖະກິດ ສັງຄົມ