ຜູ້ປະສົບໄພສະໜາມໄຊຮັບລົດໄຖນາ ແລະແນວພັນເຂົ້າສ່ວນບຸກເບີກເນື້ອທີ່ຈະທັນຜະລິຝົນນີ້

  ບໍລິສັດ ເອສເອມພີເທຣດດິ້ງ ຈໍາກັດຜູ້ດຽວ ທີ່ຊະນະການປະມູນໂຄງການສະໜອງພັນພືດ, ຝຸ່ນ, ຢາປາບສັດຕູພືດເຄື່ອງມືອຸປະກອນ ແລະພາຫະນະການຜະລິດໄດ້ນໍາເອົາພາຫະນະການຜະລິດພ້ອມດ້ວຍແນວພັນພືດມາມອບໃຫ້ພະແນກກະສິກໍາ ແລະປ່າໄມ້ເພື່ອນໍາໄປສະໜອງໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ເພື່ອນໍາໃຊ້ເຂົ້າໃນການຜະລິດລະດູຝົນນີ້ໃຫ້ທ່ວງທັນກັບລະດູການ.

  ເຄື່ອງທີ່ບໍລິສັດ ເອສເອມພີເທຣດດິ້ງ ຈໍາກັດຜູ້ດຽວ ນໍາມາມອບຄັ້ງນີ້ລວມມູນຄ່າທັງໝົດ 3,6 ຕື້ກີບ ເຊິ່ງປະກອບມີ: ລົດໄຖນາ ພ້ອມອຸປະກອນຄົບຊຸດ ຈໍານວນ 66 ຄັນ, ແນວພັນເຂົ້າປັບປຸງ 77 ໂຕນ, ແນວພັນໄມ້ໃຫ້ໝາກ 9 ພັນກວ່າເບ້ຍ ແລະແນວພັນພືດຜັກອີກຈໍານວນໜຶ່ງ .

  ໂດຍມີພິທີມອບ-ຮັບຂຶ້ນໃນວັນທີ 21 ພຶດສະພາຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ເຂົ້າຮ່ວມມີທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື, ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .

ແນວໃດກໍດີກ່ອນໜ້ານີ້ທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງອັດຕະປື ໄດ້ເປີດເຜີຍຮູ້ວ່າ: ການບຸກເບີກເນື້ອທີ່ທໍາການຜະລິດໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ແມ່ນມີຄວາມຄືບໜ້າເປັນສ່ວນໃຫຍ່ເຊິ່ງການບຸກເບີກເນື້ອທີ່ທໍາການຜະລິດໃນ 4 ຈຸດພັກຊົ່ວຄາວນັ້ນ ລວມມີ 9 ເຂດ, ມີເນື້ອທີ່ທັງໝົດ 2.140 ເຮັກຕາ, ມາຮອດປະຈຸບັນແມ່ນເກືອບຈະສໍາເລັດແລ້ວ, ຄາດການບຸກເບີກເນື້ອທີ່ທໍາການຜະລິດທັງໝົດຈະໃຫ້ສໍາເລັດທັນການຜະລິດລະດູຝົນນີ້ .

  ທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ຍັງໄດ້ກ່າວຕ່າມວ່າ: ປະຈຸບັນນີ້ທາງພາກສ່ວນທີ່ກ່ຽວຂ້ອງແມ່ນກໍາລັງເລັ່ງມືການຈັດແບ່ງເນື້ອທີ່ການຜະລິດທີ່ສໍາເລັດການບຸກເບີກໄປ ແລ້ວໂດຍກໍານົດໃນເບື້ອງຕົ້ນວ່າ: ສໍາລັບຄອບຄົວທີ່ມີແຮງງານ 1 ຄົນຈະໄດ້ເນື້ອທີ່ການຜະລິດ 1 ເຮັກ ຕາ, ຄອບຄົວໃດທີ່ມີແຮງງານ 2 ຫາ 3 ຄົນຈະໄດ້ 2 ເຮັກຕາ ແລະຄອບຄົວທີ່ມີແຮງງານ 4 ຄົນຂຶ້ນໄປຈະໄດ້ເນື້ອທີ່ການຜະລິດ 3 ເຮັກຕາ, ສຳລັບການຜະ ລິດແມ່ນຈະເນັ້ນການຍົກສະມັດຕະພາບຕໍ່ເນື້ອທີ່ໃຫ້ໄດ້ຫຼາຍ ແລະມີປະສິດທິພາບສູງ.

ສ່ວນພືດທີ່ຈະນໍາມາໃຫ້ປະຊາຊົນທໍາການຜະລິດນັ້ນທາງພະແນກກະສິກໍາ ແລະ ປ່າໄມ້ໄດ້ມີການກະກຽມແນວພັດພືດໂດຍອີງຕາມຜົນການວິໃຈຂອງດິນເປັນຫຼັກ,ໃນນັ້ນຈຸດດົງບາດມີເນື້ອທີ່ 1 ພັນກວ່າເຮັກຕາ ແມ່ນເລັ່ງໃສ່ການປູກມັນຕົ້ນ, ເຂດຕະມໍຢອດມີເນື້ອທີ່ 510 ເຮັກຕາແມ່ນປູກມັນຕົ້ນ ແລະ ໝາກເຜັດ, ເຂດປີນດົງເນື້ອທີ່ 468 ເຮັກຕາ ແມ່ນເລັງໃສ່ກ້ວຍ, ເຂດທ່າແສງຈັນມີເນື້ອທີ່ 138 ເຮັກຕາ ແມ່ນເຮັດນາ 100 ເຮັກຕາ ແລະ ປູກມັນຕົ້ນ 38 ເຮັກຕາ .

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ