ເປີດບໍລິສັດ ພັດທະນາກະສິກຳລາວ-ຍີ່ປຸ່ນ ແລະເລີ່ມສ້າງລິສອດງົວພັນນົມ

  ພິທີເປີດໂຕບໍລິສັດ ພັດທະນາກະສິກຳລາວ-ຍີ່ປຸ່ນຈຳກັດ (Lao-Jagro delopment xiengkhoang CO.LTD (Lao-Jagro) ແລະ ການລົງມືກໍ່ສ້າງກຸ່ມລີສອດຟາມງົວພັນນົມອິນຊີມີຂຶ້ນໃນ ວັນທີ 24 ພຶດສະພາ 2019 ທີ່ແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍສູນກາງພັກຄອມມູນິດຫວຽດນາມ,ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງມີບັນດາຮອງລັດຖະມົນຕີ ແລະພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດພາກທຸລະກິດເຂົ້າຮ່ວມ.

  ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງໄດ້ກ່າວວ່າ: ແຂວງຊຽງຂວາງ ມີເນື້ອທີ່ 15.800 ຕາລາງກີໂລແມັດ ພື້ນທີ່ສ່ວນໃຫຍ່ເປັນເຂດພູດອຍປ່າໄມ້ປົກຫຸ້ມ. ເນື້ອທີ່ທົ່ງພຽງ  ແລະ ພູພຽງກວມພຽງແຕ່ 10% ປະກອບດ້ວຍ 7 ເມືອງ 478 ບ້ານທ່າແຮງດ້ານເສດຖະກິດທີ່ກໍານົດໃນແຜນຍຸດທະສາດ ຂອງແຂວງປະກອບມີ 3 ດ້ານຕົ້ນຕໍຄື: 1 ການລ້ຽງສັດ, ລ້ຽງງົວ, ແກະ, ແບ້, 2 ການທ່ອງທ່ຽວຍ້ອນແຂວງຊຽງຂວາງມີພູມອາກາດທີ່ເໝາະສົມ, ບໍ່ຮ້ອນບໍ່ໜາວເກີນໄປມີແຫຼ່ງທ່ອງທ່ຽວວັດທະນະທໍາ , ປະຫວັດສາດ ແລະ ທໍາມະຊາດຫຼາຍແຫ່ງພິເສດແມ່ນໄຫຫີນເຊິ່ງໄດ້ເຂົ້າເປັນມໍລະດົກໂລກໃນກາງເດືອນນີ້. 3 ການປູກຜັກໝາກໄມ້ເຂດໜາວ.

  ປັດຈຸບັນ ແຂວງຊຽງຂວາງມີຟາມງົວຂະໜາດນ້ອຍແບບຄອບຄົວ 8 ຟາມ ມີງົວທັງໝົດ 1.500 ໂຕ ແຕ່ສ່ວນໃຫຍ່ການລ້ຽງແບບຟື້ນເມືອງຄອບຄົວໃຜ ຄອບຄົວລາວລ້ຽງແບບທໍາມະຊາດປ່ອຍໄປຕາມທົ່ງຫຍ້າ ແລະ ລ້ຽງແບບທອມງົວປູກຫຍ້າແລ້ວເອົາໃຫ້ງົວຈໍານວນໜ້ອຍສູງສຸດບໍ່ເກີນ 10 ໂຕ ມາລ້ຽງໄລຍະສັ້ນໃນລະດູຝົນພໍສັດຕຸ້ຍແລ້ວຈຶ່ງຂາຍລວມທັງໝົດຂອງງົວທີ່ລ້ຽງແບບທໍາມະຊາດ ແລະ ລ້ຽງທອມຂາຍມີທັງໝົດ 160.139 ໂຕ.

 ທ່ານ ອິໂມຣິ ດາຍຈິ ອໍານວຍການໃຫຍ່ບໍລິສັດລາວ ຈາໂກ ໄດ້ກ່າວວ່າ: ໄລຍະທີໜຶ່ງຂອງການລົງທຶນມີເນື້ອທີ່ 5 ພັນເຮັກຕາຕໍ່ຝູງງົວ 24 ພັນໂຕດ້ວຍທຶນເລີ່ມຕົ້ນແມ່ນ 120 ລ້ານໂດລາສະຫະລັດຄາດຄະເນເຖິງປີ 2020 ຟາມ ຈະສໍາເລັດການກໍ່ສ້າງ  ແລະບັນລຸການຢັ້ງຢືນອິນຊີຕາມມາດຕະຖານເອີລົບ ແລະ ມາດຕະຖານຂອງສະຫະລັດອາເມລິກາເພື່ອສະໜອງວັດຖຸດິບ, ນົມງົວສົດອິນຊີໃຫ້ໄດ້ຕາມຄວາມຕ້ອງການຂອງຜູ້ຊົມໃຊ້ທັງພາຍໃນ ແລະ ປະເທດຫວຽດ ນາມ.

  ໄລຍະທີ 2 ຈະລົງທຶນເພີ່ມຈໍານວນງົວຄາດຄະເນໃຫ້ໄດ້ເຖິງ 1 ແສນໂຕ ໃນເນື້ອທີ່ເລີ່ມແຕ່ 15-20 ພັນເຮັກຕາ ເຊິ່ງລວມຍອດການລົງທຶນທັງສອງໄລຍະ 500 ລ້ານໂດລາສະຫະລັດ.

  ທ່ານ ນາງ ມາຍ ກ່ຽວ ລຽນ ຜູ້ອໍານວຍການໃຫຍ່ບໍລິສັດ ວິນາມິວ ໄດ້ກ່າວວ່າ: ການຮ່ວມມືຂອງທັງສາມປະເທດລາວ, ຫວຽດນາມແລະຍີ່ປຸ່ນຍ້ອນເຫັນໄດ້ ທ່າແຮງບົ່ມຊ້ອນຂອງແຂວງຊຽງຂວາງເຊິ່ງພວກເຮົາໄດ້ກໍານົດຍຸດທະສາດດ້ວຍວິໄສທັດອັນຍາວໄກເຊິ່ງທາງຝ່າຍວິນານິວຂອງຫວຽດນາມຈະນໍາໃຊ້ເຕັກໂນໂລ ຊີ 4.0 ເຄື່ອງຈັກວັຖຸອຸປະກອນທີ່ກ້າວໜ້າພ້ອມຊ່ຽວຊານທີ່ເກັ່ງ ແລະປະສົບການຈາກປະເທດຍີ່ປຸ່ນ ແລະ ໃນໂລກເພື່ອແນໃສ່ເຮັດໃຫ້ໂຄງການປະສົບຜົນສໍາເລັດ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ