ທຫລ ຮັກສາສະຖຽນລະພາບເງິນຕາແຫ່ງຊາດໄວ້ຢ່າງໝັ້ນທ່ຽງ

   ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈໍາປີ 2018 ໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ ແລະ ກອງປະຊຸມຍັງໄດ້ແຕ່ງຕັ້ງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເປັນຮອງປະທານ ຄຄຊ ແລະເປັນຜູ້ປະຈຳການຄົນໃໝ່.

ພາຍຫຼັງຜົນສຳເລັດກອງປະຊຸມຄັ້ງຜ່ານມາ; ຄຄຊ ກໍ່ຄືສຳນັກງານ ຄຄຊ ກໍ່ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບຢ່າງຕັ້ງໜ້າໃນນັ້ນຜົນສໍາເລັດອັນພົ້ນເດັ່ນແມ່ນໄດ້ສຳເລັດການຄົ້ນຄວ້າຮ່າງນິຕິກຳລຸ່ມກົດໝາຍຈຳນວນ 2 ສະບັບ ແລະສົມທົບກັບກະຊວງການເງິນສຳເລັດການຄົ້ນຄວ້າອອກຈຳໜ່າຍພັນທະບັດລັດຖະບານໃຫ້ແກ່ຜູ້ລົງທຶນທົ່ວໄປຊຶ່ງມາເຖິງວັນທີ 25 ທັນວາ 2018 (ເປັນເວລາປະມານ 1 ເດືອນ) ສາມາດອອກຈໍາໜ່າຍພັນທະບັດລັດຖະບານ 285 ຕື້ກວ່າກີບ; ແຕ່ຢ່າງໃດກໍ່ຕາມ, ກໍ່ຍັງຈະໄດ້ສືບຕໍ່ເອົາໃຈໃສ່ພັດທະນາຕະຫຼາດທຶນລາວໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະມີມາດຕະຖານສາກົນ.

ກອງປະຊຸມຄັ້ງນີ້ຍັງໄດ້ຄົ້ນຄ້ວາ, ປຶກສາຫາລື ແລະພິຈາລະນາບາງໜ້າວຽກທີ່ສຳຄັນເປັນຕົ້ນລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ II ປີ 2018; ຮັບຮອງບົດສະຫຼຸບການຈັດຕັ້ງການເຄື່ອນໄຫວວຽກງານສໍານັກງານ ຄຄຊ ປະຈໍາປີ 2018 ແລະແຜນການເຄື່ອນໄຫວ ປີ 2019; ຮັບຮອງການສະເໜີຂໍອອກຈໍາໜ່າຍຮຸ້ນ ແລະຈົດ ທະບຽນໃນຕະຫຼາດຫຼັກຊັບລາວຂອງບໍ ລິສັດເປົ້າໝາຍ 1 ແຫ່ງ; ຮັບຮອງ (ຮ່າງ)ລະບຽບວ່າດ້ວຍການລາຍງານ ແລະ ເປີດເຜີຍຂໍ້ມູນ (ສະບັບປັບປຸງ); ຮັບຮອງ (ຮ່າງ) ຂໍ້ຕົກລົງວ່າດ້ວຍການອອກຈໍາ ໜ່າຍຮຸ້ນໃຫ້ແກ່ມວນຊົນ (ສະບັບປັບ ປຸງ); ລາຍງານການຊື້-ຂາຍຮຸ້ນ ຂອງຕະ ຫຼາດຫຼັກຊັບລາວ ປະຈຳປີ 2018 ແລະ ລາຍງານການຈັດຕັ້ງປະຕິບັດງົບປະມານຂອງຕະຫຼາດຫຼັກຊັບລາວປະຈຳປີ 2018 ແລະແຜນການ 2019; ຂະນະດຽວກັນຍັງໄດ້ມີການລາຍງານການ ກະກຽມເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງຫຼັກຊັບສາກົນຊຶ່ງ ສປປ ລາວ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກສໍາຮອງຂອງອົງການຄຸ້ມຄອງຫຼັກຊັບສາກົນໃນເດືອນກັນຍາ 2018.

ທ່ານ ສົມດີ ດວງດີ ຮອງນາຍົກລັດ ຖະມົນຕີ, ປະທານ ຄຄຊ ໄດ້ຕີລາສູງຕໍ່ຜົນ ການຈັດຕັ້ງປະຕິບັດກອງປະຊຸມໃນຄັ້ງ ຜ່ານມາ ແລະເພື່ອສືບຕໍ່ຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງຫຼັກຊັບໃຫ້ໜັກແໜ້ນ ເຂັ້ມແຂງກວ່າເກົ່າ; ມອບໃຫ້ຮອງປະ ທານ ຄຄຊ, ຜູ້ປະຈຳການ ແລະສໍານັກ ງານ ຄຄຊ ຈົ່ງຮີບຮ້ອນປະສານສົມທົບ ກັບຂະແໜງການກ່ຽວຂ້ອງຕ່າງໆພ້ອມ ກັນຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈທີ່ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາໃຫ້ ເປັນຮູບປະທໍາ, ດ້ວຍຈິດໃຈເປັນເຈົ້າການ ແລະຄວາມຮັບຜິດຊອບສູງ. ໃນການຈັດ ຕັ້ງປະຕິບັດກໍ່ໃຫ້ມີການຕິດຕາມກວດກາ ແລະສະຫຼຸບຖອດຖອນບົດຮຽນແຕ່ ລະໄລຍະຢ່າງເໝາະສົມເພື່ອໃຫ້ການ ຈັດຕັ້ງປະຕິບັດມີປະສິດທິຜົນສູງ. ຈາກ ນັ້ນໃຫ້ສະຫຼຸບຕີລາຄາການຈັດຕັ້ງປະ ຕິບັດດັ່ງກ່າວ ເພື່ອລາຍງານຕໍ່ກອງປະ ຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບຄັ້ງຕໍ່ໄປ ແລະມອບໃຫ້ ທ່ານ ສອນໄຊ ສິດພະໄຊ ຮອງປະທານ ຄຄຊ ຜູ້ປະຈຳ ການຊີ້ນໍາໂດຍກົງຕໍ່ການປະຕິບັດໜ້າ ວຽກດັ່ງກ່າວ.