ລັດເຫັນດີປົດລັອກຂະໜາດຜະລິດຕະພັນໄມ້ສົ່ງອອກ ໃຫ້ສອດຄ່ອງຕະຫຼາດທີ່ຕ້ອງການ

  ລັດຖະບານໄດ້ຕົກລົງເຫັນດີໃຫ້ມີການປັບປຸງບັນຊີໄມ້ ແລະຜະລິດຕະພັນໄມ້ທີ່ເຫັນຄວນສົ່ງອອກເພື່ອເປັນການປົດລັອກທຸລະກິດຜູ້ຜະລິດໄມ້ສຳເລັດຮູບໄດ້ ເຄື່ອນໄຫວຢ່າງມີປະສິດທິຜົນທາງດ້ານເສດຖະກິດຫຼາຍຂຶ້ນປະກອບສ່ວນສ້າງແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດຂະນະທີ່ຜ່ານມາຜູ້ຜະລິດໄມ້ສຳເລັດຮູບສາ ມາດສົ່ງອອກໄດ້ພຽງ 30% ຂອງສິນຄ້າຜະລິດໄດ້ທັງໝົດ.

  ຄຶືດັ່ງທີ່ຮັບຮູ້ແລ້ວວ່ານັບແຕ່ກາງປີ 2016 ເປັນຕົ້ນມາທີ່ນາຍົກໄດ້ອອກຄຳສັ່ງເລັກທີ 15/ນຍ ກໍນັບວ່າເປັນສີ່ງທີ່ດີທີ່ສຸດອັນໄດ້ເຮັດໃຫ້ພື້ນທີ່ການປົກຫຸ້ມ ຂອງປ່າໄມ້ໃນລາວມີສີຂຽວເພີ່ມຂຶ້ນ, ການສົ່ງອອກໄມ້ທ່ອນໄດ້ຢຸດຕິລົງຢ່າງຊິນເຊີງ ແລະໂຮງງານໄມ້ບໍ່ໄດ້ມາດຕະຖານກໍຖືກສັ່ງປິດໃຫ້ໝົດໄປນັບມື້.

  ຢ່າງໃດກໍຕາມແຕ່ພາຍຫຼັງລັດຖະບານອອກຂໍ້ຕົກລົງເລກທີ 0002/ອຄ,ກອຫ ໃນຕົ້ນປີ 2018 ວ່າດ້ວຍການຮັບຮອງເອົາລາຍການ (ບັນຊີ) ຜະລິດຕະ ພັນໄມ້ເພື່ອສົ່ງອອກ (ສະບັບປັບປຸງ) ທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມເຟີນິເຈີໄມ້ລາວ (ສຟລ) ເປີດເຜີຍຕໍ່ທີມຂ່າວກ່ອນໜ້ານີ້ວ່າ: ໄດ້ສ້າງຄວາມຫຍຸ້ງຍາກຕໍ່ຜູ້ປະກອບການຫຼາຍສົມຄວນບັນຍາກາດການສົ່ງອອກຜະລິດຕະພັນໄມ້ງຽບເຫງົາຍ້ອນຂະໜາດຂອງສິນຄ້າທີ່ກຳນົດໃຫ້ແມ່ນນ້ອຍເກີນກວ່າຄວາມຕ້ອງການຂອງຕະຫຼາດຕ່າງປະເທດ ຫຼື ສາມາດສົ່ງອອກໄດ້ພຽງ 30% ຂອງຜະລິດຕະພັນທີ່ຜະລິດໄດ້ທັງໝົດຂະນະທີ່ການຈຳໜ່າຍພາຍໃນເຫັນວ່າເປັນ ຕະຫຼາດນ້ອຍກຳລັງຊື້ບໍ່ຫຼາຍ.

  ພ້ອມສະເໜີຮຽກຮ້ອງໃຫ້ລັດຖະບານຊ່ວຍໃນການປັບປຸງແກ້ໄຂເພາະທ່ານຮອງປະທານ ສຟລ ເຊື່ອວ່າຖ້າປະໄວ້ແກ່ຍາວອາດຈະສ້າງຄວາມເສຍຫາຍໃຫ້ກັບສິນຄ້າເຟີນິເຈີໄມ້ລາວຫຼາຍຂຶ້ນຢ່າງແນ່ນອນໂດຍສະເພາະໃນດ້າຍລາຄາເພາະຄຸນນະພາບ

  ໄມ້ຈະຫຼຸດລົງຕາມການເວລາໃນແຕ່ລະປີທັງເຮັດໃຫ້ສິນຄ້າລາວເສຍໂອກາດທີ່ຈະແຂ່ງຂັນໃນຕະຫຼາດໂລກໄດ້ໂດຍຜະລິດຕະພັນໄມ້ສຳເລັດຮູບທີ່ເປັນເຄື່ອງເຟີນິເຈີ ປະກອບມີຊຸດຮັບແຂກ, ໂຕະ, ຕຽງ, ຕັ່ງ, ໂຕະເຄື່ອງແຕ່ງໜ້າ, ຊຸດຕູ້ໃນເຮືອນ, ຕູ້ໃສ່ເຄື່ອງນຸ່ງຮົ່ມ ແລະໄມ້ແກະສະຫຼັກລວດລາຍຕ່າງໆທີ່ບໍ່ມີຂະໜາດໃຫຍ່ເກີດໄປກໍຄວນຈະອະນຸຍາດໃຫ້ສົ່ງອອກເລີຍທັງນີ້ກໍເພື່ອເປັນການເພີ່ມຄຸນຄ່າໃຫ້ຜະລິດຕະພັນໄມ້ລາວໃຫ້ສາມາດແຂ່ງຂັນກັບສາກົນຊ່ວຍຜູ້ປະກອບພາຍໃນທັງຈະເປັນການສ້າງລາຍຮັບເຂົ້າປະເທດຢ່າງມະຫາສານນຳອິກ.

ແນວໃດກໍດີໃນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພຶດສະພາ 2019 ທີ່ຈັດຂຶ້ນໃນລະຫວ່າງວັນທີ 22-23 ພຶດສະພາຜ່ານມາໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໜຶ່ງໃນຫຼາຍເອກະສານທີ່ຖືກຮັບຮອງກໍແມ່ນບົດລາຍງານກ່ຽວກັບບັນຊີລາຍການໄມ້ ແລະຜະ ລິດຕະພັນໄມ້ໃຫ້ສົ່ງອອກໂດຍໜຶ່ງໃນວຽກຈຸດສຸມສະເພາະເດືອນມິຖຸນາ 2019 ທີ່ລັດຖະບານຈະຈັດຕັ້ງປະຕິບັດກໍແມ່ນປັບປຸງບັນຊີໄມ້ ແລະຜະລິດຕະພັນໄມ້ທີ່ເຫັນຄວນສົ່ງອອກຄຽງຄູ່ກັບການຊຸກຍູ້ການປຸງແຕ່ງຜະລິດຕະພັນໄມ້ເພື່ອປົດລັອກທຸລະກິດໄມ້ໃຫ້ສາມາດເຄື່ອນໄຫວມີປະສິດທິຜົນທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ສ້າງແຫຼ່ງລາຍຮັບເຂົ້າງົບປະມານແຕ່ຕ້ອງບົນພື້ນຖານກົດໝາຍ ແລະ ລະບຽບການທີ່ລັດຖະບານໄດ້ກຳນົດອອກພ້ອມດຽວກັນນັ້ນກໍຈະສືບຕໍ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້ ແລະຄຳສັ່ງ 15/ນຍຢ່າງເຂັ້ມງວດ ແລະມີປະສິດທິຜົນຢ່າງແທ້ຈິງ.

ໂດຍເວລານີ້ອີງຕາມຂໍ້ມູນຈາກລັດຖະບານຮູ້ວ່າ: ທົ່ວປະເທດມີໂຮງງານໄມ້ທັງໝົດ 1.086 ແຫ່ງ ໃນນີ້ເປັນໂຮງເລື່ອຍ 8 ແຫ່ງ, ໂຮງງານ 404 ແຫ່ງ ແລະ ອີກ 674 ແຫ່ງແມ່ນເປັນໂຮງງານເຟີນິເຈີ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ