ການຄ້າກວດເຂັ້ມຄຸນນະພາບ ແລະຫ້າມແມ່ຄ້າສວຍໂອກາດຂື້ນລາຄາສິນຄ້າໃນປີໃໝ່ສາກົນ

      ສືບເນື່ອງມາຈາກໃນມື້ວັນເທສະການຕ່າງໆຜ່ານມາໄດ້ເກີດແມ່ຄ້າຊາວຂາຍຈຳນວນໜຶ່ງມັກສວາຍໂອກາດຂຶ້ນລາຄາສິນຄ້າອຸປະໂພກ ແລະບໍລິໂພກພ້ອມດຽວກັນນີ້ຍັງມີການນຳເອົາສິນຄ້າເຊື່ອມຄຸນນະພາບມາວາງຂາຍອັນໄດ້ສ້າງຜົນກະທົບໂດຍກົງແກ່ພໍ່ແມ່ປະຊາຊົນແນວໃດກໍດີສຳລັບການສະເຫຼີມສະຫຼອງວັນປີໃໝ່ສາກົນ 2019 ຈະມາເຖິງນີ້ທາງເຈົ້າໜ້າທີ່ການຄ້າຫຼາຍແຂວງໃນຂອບເຂດກໍໄດ້ມີຄວາມເອົາໃຈໃນການຕິດຕາມກວດກາທັງນີ້ກໍເພື່ອເປັນການປົກປ້ອງຜູ້ຊົມໃຊ້.

    ໜຶ່ງໃນນັ້ນກໍແມ່ນແຂວງຜົ້ງສາລີໂດຍໃນວັນທີ 26 ທັນວາຜ່ານມາພະແນກອຸດສາຫະກໍາ ແລະການຄ້າແຂວງດັ່ງກ່າວໄດ້ອອກແຈ້ງ ການເຖິງຫ້ອງການອຸດສາຫະກໍາ ແລະການຄ້າເມືອງໃນທົ່ວແຂວງໃຫ້ພ້ອມກັນລົງຕິດຕາມກວດກາສິນຄ້ານໍາເຂົ້າ, ການຈໍາໜ່າຍສິນຄ້າ ແລະການບໍລິການ, ການຕິດປ້າຍລາຄາສິນຄ້າພາຍໃນຂອບເຂດເມືອງຂອງຕົນເປັນຕົ້ນສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ, ສິນຄ້ານອກລະບົບ, ສິນຄ້າລອກຮຽນແບບຕ່າງໆໃຫ້ທົ່ວເຖິງທັງນີ້ກໍ່ເພື່ອເປັນການປົກປ້ອງການຊົມໃຊ້ສິນຄ້າການບໍລິການ, ເພື່ອບໍ່ໃຫ້ບັນຫາການເອົາລັດເອົາປຽບກັນລະຫວ່າງຜູ້ຊື້ ຫຼື ຂາຍທັງຮັບປະກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽກຮ້ອຍໃນສັງຄົມ.

  ຊຶ່ງໃນຊ່ວງໄລຍະປີໃໝ່ສາກົນ ແລະ ເທສະການກິນຈຽງທີ່ໃກ້ຈະມາເຖິງນີ້ໃຫ້ເອົາໃຈໃສ່ພົວພັນພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວຄື: ໃຫ້ລົງຕິດຕາມບັນດາຫົວໜ່ວຍທຸລະກິດ, ຮ້ານອາຫານ, ຮ້ານກິນດື່ມ, ຕະຫຼາດ, ບັນດາຫ້າງຮ້ານຂາຍຍົກ-ຂາຍຍ່ອຍ ແລະບັນດາຕົວແທນສາຂາຈໍາໜ່າຍ, ເຫຼົ້າ, ເບຍ, ນໍ້າ ແລະອື່ນໆເພື່ອໃຫ້ຕິດລາຄາສິນຄ້າທຸກປະເພດ, ກວດກາບັນດາຄຸນນະພາບສິນຄ້າ ແລະອາຍຸການນໍາໃຊ້ແຕ່ລະປະເພດສິນຄ້າທີ່ໄດ້ວາງຢູ່ຕາມຫ້າງຮ້ານພາຍໃນຕະຫຼາດ, ວາງຂາຍຕາມສາທາລະນະຕ່າງໆ.

  ລົງກວດກາບັນດາຫ້າງຮ້ານທີ່ກະກຽມຫຸ້ມຫໍ່ກະຕ່າຂອງຂວັນເພື່ອວາງຈໍາໜ່າຍໃນຊ່ວງໄລຍະປີໃໝ່ສາກົນ 2019 ແລະບຸນກຸດຈີນທີ່ຈະມາເຖິງນີ້, ກວດກາເບິ່ງຄຸນນະພາບຂອງສິນຄ້າເປັນຕົ້ນວັນເດືອນປີຜະລິດ ແລະວັນໝົດອາຍຸພ້ອມທັງໃຫ້ຕິດປ້າຍແຕ່ລະລາຍການສິນຄ້າພາຍໃນກະຕ່າຂອງຂວັນໃຫ້ລະອຽດ ແລະແຈ້ງລາຄາລວມຂອງກະຕ່າພ້ອມທັງລະບຸຊື່ຮ້ານເບີໂທລະສັບໃສ່ພ້ອມ ແລະການຈັດຕັ້ງປະຕິບັດຕົວຈິງຫາກມີບັນຫາໃດພົບຄວາມຫຍຸ້ງຍາກ ຫຼື ບໍ່ເຂົ້າໃຈແມ່ນໃຫ້ພົວພັນກັບຂະແໜງການຄ້າພາຍໃນ, ພະແນກ, ອຄ ເພື່ອພ້ອມກັນປຶກສາຫາລື ແລະແກ້ໄຂໃຫ້ທັນ ກັບສະພາບການ ແລະພາຍຫຼັງສໍາເລັດການຈັດຕັ້ງປະຕິບັດແລ້ວໃຫ້ເຮັດບົດລາຍງານໃຫ້ພະແນກຊາບໃນເວລາອັນຄວນ.