ມ້າງກຸ່ມແກ້ງຢາເສບຕິດ

  ໃນເວລາ 14:30 ໂມງ ຂອງວັນທີ 7 ພຶດສະພາຜ່ານມາເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສດຕິດຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ໄດ້ຮັບແຫ່ງຂ່າວຈາກພົນລະເມືອງດີວ່າມີກຸ່ມຄົນບໍ່ດີກຳລັງເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ໃນເທສະບານເມືອງໄຊຍະບູລີຈຶ່ງໄດ້ນຳໜ່ວຍງານວິຊາສະເພາະລົງເຄື່ອນໄຫວຕິດຕາມຫາເປົ້າໝາຍ.

 ຂະນະດຽວກັນໄດ້ກັກຕົວທ້າວ ກາໂມ ອາຍຸ 30 ປີ ແລະ ນາງ ນິດ ອາຍຸ 26 ປີ, ທັງສອງຜົວ-ເມຍເປັນປະຊາຊົນຢູ່ບ້ານລ້ອງປໍ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຍຶດໄດ້ວັດຖຸຂອງກາງຢາບ້າຈຳນວນ127 ເມັດ, ເງິນ 1,90 ແສນກີບ, ໂທລະສັບ 2 ເຄື່ອງ, ລົດຈັກ 1 ຄັນ ໝາຍເລກທະບຽນ ຈສ 9713 ໄຊຍະບູລີ.

 ຕໍ່ມາໄດ້ກັກຕົວ ທ້າວ ອາຫຼົງ ອາຍຸ 22 ປີ, ອາຊີບປະຊາຊົນ, ບ້ານລ້ອງປໍ ເມືອງໄຊຍະບູລີ ກວດຄົ້ນພົບເຫັນຂອງກາງຢາບ້າ 77 ເມັດ, ເງິນກີບ 1,61 ແສນກີບ ໂທລະສັບ 3 ເຄື່ອງ ແລະທ້າວ ບຸນມີ ອາຍຸ 21 ປີ, ອາຊີບປະຊາຊົນ, ບ້ານລ້ອງປໍ ເມືອງໄຊຍະບູລີ ຍຶດໄດ້ຂອງກາງຢາບ້າຈຳນວນ 11 ເມັດ, ອຸປະ ກອນເສບຢາບ້າຈຳນວນ 6 ຊຸດ, ໂທລະສັບມືຖື 1 ເຄື່ອງ, ຖົງໃສ່ຢາບ້າເປົ່າຈຳນວນ 1 ຖົງ.

  ໂດຍຜ່ານການສືບສວນ-ສອບສວນ. ກຸ່ມແກ້ງດັ່ງກ່າວຈຶ່ງສາມາດຂະຫຍາຍຜົນໄດ້ບຸກຄົນທີ່ຮ່ວມຂະບວນດຽວກັນຄື: ທ້າວ ຈູ່ເລຍ ຫວາ ອາຍຸ 35 ປີ, ປະ ຊາຊົນ, ບ້ານແກ້ງ ເມືອງໄຊຍະບູລີ, ພ້ອມຍຶດໄດ້ວັດຖຸຂອງກາງຢາບ້າຈຳນວນ 3,6 ພັນເມັດ, ໂທລະສັບມືຖື 1 ເຄື່ອງ,  ລົດຈັກ 1 ຄັນ, ບໍ່ມີໝາຍເລກທະບຽນ, ລົດໃຫຍ່ 1 ຄັນ, ໝາຍເລກທະບຽນ ກດ 1545 ກຳແພງນະຄອນ.

  ຈາກນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ຮິບໂຮມວັດຖຸຂອງກາງຢາບ້າທັງໝົດຈຳນວນ 3.815 ເມັດ ພ້ອມດ້ວຍວັດຖຸຂອງກາງທີ່ພົວພັນເຖິງການກະທຳຜິດ ແລະ ຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ