ທ່ານ ສົມດີ ດວງດີ ຈະໄດ້ຮັບປະດັບຫຼຽນຈາກລາດຊະວົງຍີ່ປຸ່ນ

  ໃນວັນທີ 21 ພຶດສະພາ 2019 ລັດຖະບານຍີ່ປຸ່ນໄດ້ປະກາດລາຍຊື່ຜູ້ໄດ້ຮັບການປະດັບຫຼຽນຈາກລາດຊະວົງໃນລະດູໃບໄມ້ປົ່ງປະຈຳປີ 2019 ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນແຫ່ງ ສປປ ລາວ ກໍແມ່ນໜຶ່ງໃນລາຍຊື່ຂອງຜູ້ຈະໄດ້ຮັບການຍ້ອງຍໍສຳລັບການ  ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນທາງດ້ານເສດຖະກິດລະຫວ່າງຍີ່ປຸ່ນ ແລະສປປ ລາວ, ຊຶ່ງພິທີປະດັບຫຼຽນຈະຈັດຂຶ້ນທີ່ບ້ານເອກອັກຄະຣາຊະທູດຍີ່ປຸ່ນ ຢູ່ນະຄອນຫຼວງວຽງຈັນໃນປີນີ້.

  ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການເງິນ, ເກີດທີ່ແຂວງສະຫວັນນະເຂດ ໃນປີ 1952 ທ່ານຈົບການສຶກສາລະດັບປະລິນຍາໂທຈາກອະດີດສະຫະພາບໂຊຫວຽດ ແລະປະເທດຝຣັ່ງກ່ອນທີ່ຈະກັບມາ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນວຽກງານໃນຂະແໜງການເສດຖະ ກິດ ແລະການລົງທຶນ.

   ຈາກຜົນສຳເລັດຕ່າງໆ ທ່ານຈິ່ງໄດ້ຖືກມອບໝາຍໃຫ້ປະຕິບັດໜ້າທີ່ລະດັບສູງ, ທີ່ພົ້ນເດັ່ນແມ່ນການຮັບໜ້າທີ່ເປັນລັດຖະມົນຕີກະຊວງແຜນການ ແລະການລົງທຶນຈາກປີ 2012 ເຖິງ 2016 ແລະ ຕໍ່ມາກໍໄດ້ຮັບໜ້າທີ່ເປັນຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການເງິນນັບແຕ່ປີ 2016 ເປັນຕົ້ນມາ.

  ໃນໄລຍະປະຕິບັດໜ້າທີ່ເປັນລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ສົມດີ ດວງດີ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງສະພາບ ແວດລ້ອມການດຳເນີນທຸລະກິດ ແລະສົ່ງເສີມໃຫ້ບໍລິສັດຍີ່ປຸ່ນເຂົ້າມາລົງທຶນໃນ ສປປ ລາວ ເພີ່ມຂຶ້ນ,ໂດຍສະເພາະການເປັນປະທານຮ່ວມກອງປະຊຸມຄູ່ຮ່ວມເຈລະຈາລະຫວ່າງພາກລັດ ແລະເອກະຊົນ ລາວ-ຍີ່ປຸ່ນ, ຫຼັງຈາກຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງການເງິນແລ້ວທ່ານຍັງໄດ້ມີບົດບາດນຳພາວຽກງານ ໃນຂະແໜງການເສດຖະກິດມະຫາພາກ ແລະການສ້າງສະຖຽນລະພາບດ້ານການເງິນນຳອີກ.

ພາບ ແລະຂ່າວໂດຍ:  ໜັງສືພິມເສດຖະກິດ-ສັງຄົມ