ຈຳປາສັກມີຜູ້ຕິດເຊື້ອໄຂ້ຍຸງ 8 ຮ້ອຍກວ່າຄົນ

 ເມື່ອບໍ່ດົນມານີ້ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈໍາປາສັກ ປະທານຄະນະກໍາມະສະກັດກັ້ນພະຍາດຕິດຕໍ່ຂັ້ນແຂວງໄດ້ເຄື່ອນໄຫວຊີ້ນຳແພດໝໍເອົາ ໃຈໃສ່ຕິດຕາມ, ປິ່ນປົວຄົນເຈັບທ່ີມາປິ່ນປົວຢູ່ໂຮງໝໍແຂວງໂດຍສະເພາະໃນປະຈຸບັນພະຍາດໄຂ້ຍຸງລາຍກຳລັງລະບາດ ແລະຕິດຕາມການປິ່ນປົວ, ຕິດຕາມ ການເຄື່ອນໄຫວມີ ທ່ານ ດຣ. ສີວິໄຊ ໄຊຍະສານ ຮອງຫົວ ໜ້າພະແນກສາທາລະນະສຸກແຂວງໂດຍມີ ທ່ານ ດຣ.ຄໍາສິງ ແກ້ວທອງກຸຜູ້ອໍານວຍການໂຮງໝໍແຂວງ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ແລະທີມງານແພດໝໍທີ່ກ່ຽວຂ້ອງຂອງໂຮງໝໍແຂວງໃຫ້ການຕ້ອນຮັບ.

  ການເຄື່ອນໄຫວຄັ້ງນີ້ທ່ານຮອງເຈົ້າແຂວງໄດ້ຮັບຟັງລາຍງານການປິ່ນປົວຄົນເຈັບໃນຂອບເຂດທີ່ໂຮງໝໍແຂວງຮັບຜິດຊອບນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 6 ພຶດສະພາ 2019 ເຫັນວ່າຈໍານວນຄົນເຈັບຍ້ອນພະຍາດໄຂ້ຍຸງລາຍເພີ່ມຂຶ້ນເລື້ອຍໆ ມາຮອດປະຈຸບັນມີຄົນເຈັບທີ່ມາປິ່ນປົວຢູ່ໂຮງໝໍແຂວງທັງ ໝົດ 836 ຄົນ, ໃນນັ້ນຄົນເຈັບທີ່ເປັນເດັກນ້ອຍ 429 ຄົນ.

   ຕໍ່ສະພາບການດັ່ງກ່າວ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈໍາປາສັກ ກໍ່ໄດ້ແນະນໍາໃຫ້ການນໍາພະແນກສາທາລະນະສຸກແຂວງສົມທົບກັບໂຮງໝໍແຂວງເພື່ອແຕ່ງຕັ້ງຄະນະກໍາມະການສະເພາະກິດຕ້ານ, ສະກັດກັ້ນ ແລະຄວບຄຸມພະ ຍາດໄຂ້ຍຸງລາຍຂັ້ນແຂວງໂດຍກໍານົດເອົາພະແນກການກົມກອງຕ່າງໆພາຍໃນແຂວງເຂົ້າຢູ່ໃນຄະນະກໍາມະການສະເພາະກິດເພື່ອລົງໃກ້ຊິດຕິດແທດກັບທ້ອງຖິ່ນຮາກຖານ ແລະຖືເອົາການໂຄສະນາສຸຂະສຶກສາເປັນບັນຫາສໍາຄັນໄປຄຽງຄູ່ກັບການປິ່ນປົວຄົນເຈັບ; ນອກນັ້ນກໍ່ເອົາໃຈໃສ່ປຸກລະດົມພະນັກງານແພດໝໍໃຫ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ, ມີຄວາມມັກຮັກອາຊີບ ແລະມີຈັນຍາບັນ.

  ຈາກນັ້ນທ່ານຮອງເຈົ້າແຂວງໆຈໍາປາສັກ ຍັງໄດ້ພົບປະຢ້ຽມຢາມຄົນເຈັບທ່ີນອນປິ່ນປົວຢູ່ໂຮງໝໍແຂວງ ແລະສະແດງຄວາມເປັນຫ່ວງເປັນໄຍຕໍ່ຜູ້ທ່ີເຈັບ ເປັນທັງເປັນກໍາລັງໃຫ້ໃຈແກ່ຄົນເຈັບ ແລະພໍ່ແມ່ພີ່ນ້ອງຂອງຄົນເຈັບຕື່ມອີກ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ