ປະເມີນໂຄງການດ້ານວິຊາການລະບົບຈັດຫາງານຢູ່ລາວ

  ກະຊວງແຮງງານ ແລະ ສະຫວັດດີການສັງຄົມຮ່ວມກັບທະນາຄານພັດທະນາອາຊີ ADB ໄດ້ຈັດກອງປະຊຸມຜ່ານບົດປະເມີນໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານຢູ່ລາວເພື່ອກໍານົດຜົນໄດ້ຮັບຂອງໂຄງການທັງໄລຍະສັ້ນ ແລະໄລຍະຍາວ, ກໍານົດບັນຫາທີ່ຍັງຄົງຄ້າງ, ຖອດຖອນບົດຮຽນ ແລະກໍານົດຂໍ້ແນະນໍາໃນການປັບປຸງການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ.

  ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນວັນທີ 22 ພຶດສະພາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ເປັນປະທານຂອງ ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມ ພຈງ ແລະ ທ່ານ ຈານົວ ຫັດຄິມ ຫົວໜ້າໜ່ວຍງານຄຸ້ມຄອງໂຄງການ ADB ມີບັນດາຄະນະກໍາມະການຊີ້ນໍາໂຄງການຈາກບັນດາກະຊວງອ້ອມຂ້າງ, ພະນັກງານຈຸດບໍລິ ການຈັດຫາງານທີ່ມາຈາກ 9 ແຂວງ ເຂົ້າຮ່ວມ.

  ທ່ານ ໄທ ແສງອາລຸນ ໄດ້ກ່າວວ່າ: ໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານຢູ່ລາວພາຍໃຕ້ການຊ່ວຍ ເຫຼືອຂອງປະເທດຍີ່ປຸນໂດຍຜ່ານທະນາຄານພັດທະນາອາຊີ ADB ເປັນ ໂຄງການໜຶ່ງທີ່ສໍາຄັນຂອງ ສປປ ລາວ ໃນເງື່ອນໄຂປະຈຸບັນເນື່ອງຈາກວ່າໂຄງການດັ່ງກ່າວນີ້ໄດ້ສ້າງລະບົບການຈັດຫາງານທີ່ທັນສະໄໝ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດໃນການໃຫ້ບໍລິການທີ່ມີປະສິດທິພາບ, ເປັນການປັບປຸງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ, ການວິໄຈ ແລະການໂຄສະນາປະຊາສໍາພັນເພື່ອສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ແກ່ຜູ້ຊອກວຽກເຮັດ, ນັກລົງທຶນ, ຫົວໜ່ວຍແຮງງານ ແລະບັນດາວິສາຫະກິດຕ່າງໆ.

  ໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານຢູ່ລາວໄດ້ຈັດຕັ້ງປະຕິບັດທັງໝົດ 2 ປີ ໂດຍເລີ່ມແຕ່ປີ 20 17-2019 ໃນໄລຍະຜ່ານມາໂຄງການໄດ້ຈັດຕັ້ງປະຕິບັດຫຼາຍໆກິດຈະກໍາໂດຍສະເພາະແມ່ນດໍາເນີນການສຶກສາ,ສ້າງແຜນບໍລິການຈັດຫາງານ, ສ້າງລະບົບການບໍລິການຈັດຫາງານອອນລາຍ, ຈັດຝຶກອົບຮົມສ້າງຄວາມສາມາດຫຼາຍໆດ້ານໃຫ້ແກ່ສູນບໍລິການຈັດຫາງານ, ພະແນກ ຮສສ ແລະພະນັກງານຮັບຜິດ ຊອບຈຸດບໍລິການຈັດຫາງານຢູ່ 9 ແຂວງ ເປົ້າໝາຍຂອງໂຄງການຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະແຂວງວຽງຈັນ.

 ສະນັ້ນ, ໂຄງການດັ່ງກ່າວແມ່ນໃກ້ຈະສິ້ນສຸດໂຄງການແລ້ວຈິ່ງໄດ້ດໍາເນີນການປະເມີນຜົນກະທົບຂອງໂຄງການຂຶ້ນເພື່ອກໍານົດຜົນໄດ້ຮັບຂອງໂຄງການທັງໄລ ຍະສັ້ນ ແລະໄລຍະຍາວ, ກໍານົດບັນຫາທີ່ຍັງຄົງຄ້າງ ແລະ ຖອດຖອນບົດຮຽນກໍານົດຂໍ້ແນະນໍາໃນການປັບປຸງການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້ານອກນັ້ນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ສົນທະນາກັນກ່ຽວກັບຮ່າງບົດປະເມີນຜົນໄດ້ຮັບຂອງໂຄງການເພື່ອເຮັດແນວໃດໃຫ້ບົດປະເມີນໂຄງ ການດັ່ງກ່າວສົມບູນຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນເພື່ອເຮັດແນວໃດໃຫ້ສາມາດຖອດຖອນບົດຮຽນຈາກໂຄງການນີ້ເກີດໃຫ້ມີການປັບປຸງບໍ່ສະເພາະລະບົບການຈັດຕັ້ງໂຄງການແຕ່ຍັງເປັນການປັບປຸງລະບົບການຈັດຫາງານໃຫ້ດີຂຶ້ນເທື່ອລະກ້າວ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ