ສິນຄ້າເຂົ້າ-ອອກຜ່ານດ່ານສາກົນບໍ່ແຕນຄຶກຄັກ 4 ເດືອນສ້າງລາຍຮັບໃຫ້ລັດ 83 ຕື້ກີບ

  ບັນຍາກາດການນໍາເຂົ້າ-ສົ່ງອອກສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ ແລະອື່ນໆທີ່ຜ່ານດ່ານພາສີສາກົນບໍ່ເຕັນແຂວງຫຼວງນໍ້າທາຄຶກຄື້ນກວ່າປີຜ່ານມາໃນ 4 ເດືອນຕົ້ນປີ 2019 (ມັງກອນ-ເມສາ) ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ແລ້ວ 83 ຕື້ກວ່າກີບເທົ່າກັບ 31,44% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19,40%, ສ່ວນລາຍຮັບໝົດປີດ່ານພາສີສາກົນບໍ່ເຕັນໄດ້ຮັບຕົວເລກມອບໝາຍ 264 ຕື້ກວ່າກີບ ຄາດຈະບັນລຸຕາມແຜນການ ຫຼື ລື່ນແຜນການ.

  ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ໃຫ້ສຳພາດກັບທີມຂ່າວກະຊວງການເງິນວ່າ: ໃນປີ 2019 ດ່ານພາສີສາກົນບໍ່ເຕັນໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 264 ຕື້ກີບ. ໃນນັ້ນ, ໄດ້ແບ່ງໃຫ້ບັນດາດ່ານທີ່ຂຶ້ນກັບຄື: ດ່ານພາສີສາກົນບໍ່ເຕັນ 236 ຕື້ກວ່າກີບ; ດ່ານພາສີທ້ອງຖິ່ນປາງໄຮ 24,9 ຕື້ກວ່າກີບ; ດ່ານພາສີທ້ອງຖິ່ນຊຽງກົກ 100 ລ້ານກີບ; ດ່ານພາສີທ້ອງຖິ່ນບ້ານມອມ 2 ຕື້ກີບ; ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ 1 ຕື້ກີບ, ມາຮອດປະຈຸບັນ (4 ເດືອນ, ນັບແຕ່ເດືອນ 1-4/2019) ດ່ານພາສີສາກົນບໍ່ເຕັນສາມາດຈັດເກັບລາຍຮັບໄດ້ທັງໝົດ 83 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 31,44% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19,40%.

 ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັກພິເສດຂາອອກ; ການເສຍພາສີ-ອາກອນຂາເຂົ້າປະເພດນໍ້າມັນເຊື້ອໄຟ; ພາຫະນະ; ເຄື່ອງກໍ່ສ້າງ; ເຄື່ອງໃຊ້ໄຟ ຟ້າ; ເຄື່ອງອຸປະໂພກ-ບໍລິໂພກ; ຄ່າທຳນຽມຄົນເຂົ້າ-ອອກເມືອງ; ຄ່າທຳນຽມພາຫະນະເຂົ້າ-ອອກເມືອງ; ຄ່າທຳນຽມຜ່ານແດນ, ຄ່າທຳນຽມຄັງແຮນໍ້າມັນເຊື້ອໄຟ, ຄ່າປັບໃໝ-ຂາຍເຄື່ອງຮິບ ແລະ ອື່ນໆ.

  ຜົນສຳເລັດທັງໝົດນີ້ກໍ່ຍ້ອນຄະນະພັກຄະນະນໍາທຸກຂັ້ນໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທບ, ລວມທັງຄະນະດ່ານໄດ້ວາງຫຼາຍມາດຕະການບວກອ້າຍນ້ອງເຈົ້າໜ້າທີ່ພາສີໝົດທຸກຄົນໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ ແລະການການນໍາເຂົ້າ-ສົ່ງອອກສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ ແລະ ອື່ນໆຜ່ານດ່ານສາກົນບໍ່ເຕັນຄຶກຄື້ນກວ່າປີຜ່ານມາສະເລ່ຍຫຼາຍຮ້ອຍຄັນຕໍ່ວັນ.

  ເພື່ອເຮັດໃຫ້ບັນລຸຕາມແຜນການທີ່ວາງໄວ້ຈໍານວນ 264 ຕື້ກີບ, ຢ່າງໃດກໍຕາມຫົວໜ້າດ່ານພາສີສາກົນບໍ່ເຕັນກ່າວຕື່ມອີກວ່າ: ຄະນະດ່ານພາສີສາກົນ ບໍ່ເຕັນໄດ້ວາງຫຼາຍມາດຕະການໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຄະນະດ່ານຕ້ອງໄດ້ສືບຕໍ່ໃນການຕິດຕາມ, ກວດກາ-ກວດການໃນການປະຕິ ບັດໜ້າທີ່ວຽກງານຂອງແຕ່ລະໜ່ວຍງານ ແລະບັນດາດ່ານທີ່ຂຶ້ນກັບໃຫ້ມີຄວາມຮັບຜິດຊອບສູງໂດຍຖືເອົາການຄຸ້ມຄອງວຽກ ແລະ ຄຸ້ມຄອງຄົນໄປພ້ອມໆ ກັນ; ເພີ່ມທະວີການຂຸດຄົ້ນລາຍຮັບໃຫ້ໄດ້ຕາມຕົວເລກແຜນການ, ປະຕິບັດມູນຄ່າແຈ້ງພາສີ, ຂັ້ນຕອນການແຈ້ງພາສີ, ສ້າງຖານຂໍ້ມູນດ້ານລາຄາແຈ້ງ ພາສີໃຫ້ລະອຽດ, ຊັດເຈນເພື່ອເປັນບ່ອນອີງໃນການກຳນົດມູນຄ່າແຈ້ງພາສີໃຫ້ສອດຄ່ອງກັບຫຼັກການທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງທົ່ວໄປວ່າດ້ວຍພາສີ ແລະ ການຄ້າຂອງອົງການການຄ້າໂລກວ່າດ້ວຍການກຳນົດມູນຄ່າແຈ້ງພາສີ; ເພີ່ມທະວີການຄຸ້ມຄອງການຫັກລົບແຜນຍົກເວັ້ນ, ຫຼຸດຜ່ອນ ຫຼື ງົດເກັບພາສີ  ແລະພັນທະອື່ນໆ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ