9 ເອກະສານສຳຄັນ ຍົກມາຫາລືໃນກອງປະຊຸມລັດຖະບານປະຈຳເດືອນພຶດສະພາ

  ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພຶດສະພາ 2019 ໄດ້ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານເຂົ້າຮ່ວມ.

 ກອງປະຊຸມລັດຖະບານຄັ້ງນີ້ຈະໄດ້ດຳເນີນເປັນເວລາ 2 ວັນ (ວັນທີ 22-23 ພຶດສະພາ 2019) ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 9 ເອກະສານສໍາຄັນ ຄື:

1. ບົດລາຍງານການຄຸ້ມຄອງ, ການຟື້ນຟູ ແລະການປູກປ່າ ເພື່ອທົດແທນການຫັນເນື້ອທີ່ປ່າເປັນເຂດສຳປະທານການລົງທຶນ ແລະ ເພື່ອບັນລຸຄາດ ໝາຍເນື້ອທີ່ປ່າປົກຫຸ້ມໃນປີ 2020.                                                                                                                

2. ບົດລາຍງານການປະຕິບັດວຽກຈຸດສຸມພັດທະນາຊັບພະຍາກອນມະນຸດຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ.

3. ບົດລາຍງານຜົນການວິເຄາະໂຄງສ້າງລາຄານໍ້າມັນ ແລະທິດທາງໃນການຄຸ້ມຄອງນໍ້າໃນ ສປປ ລາວ.        

4. ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 02/ນຍ, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳ ເນີນທຸລະກິດຢູ່ ສປປ ລາວ.

5. ບົດລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ 5 ເດືອນຕົ້ນປີ ແລະວຽກຈຸດສຸມສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019.

6. ບົດລາຍງານການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.

7. ບົດລາຍງານການປັບປຸງຮ່າງລັດຖະບັນຍັດ 003/ປປທ, ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ.

8. ບົດລາຍງານກ່ຽວກັບບັນຊີລາຍການໄມ້ ແລະຜະລິດຕະພັນໄມ້ເພື່ອສົ່ງອອກ.

9. ບົດລາຍງານຜົນການສຶກສາກ່ຽວກັບແຜນຍຸດທະສາດສຳລັບການຄຸ້ມຄອງທຸລະກິດຄາຊິໂນຢູ່ ສປປ ລາວ ແລະອະນາຄົດ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ