ການາດາ ເຂົ້າຮ່ວມກອງທຶນ ການປະດິດສ້າງ ໃໝ່ນາໂຕ ຢ່າງເປັນ ທາງການ

ວິທະຍຸ ໂທລະພາບສູນກາງຈີນ, ທ່ານ ດາວິດ ໄມກວິນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ການາດາ ໄດ້ຖະແຫລງ ເມືອບໍ່ດົນມານີ້ວ່າ: ການາ ດາ ໄດ້ເຂົ້າຮ່ວມກອງທຶນ ການປະດິດ ສ້າງໃໝ່ ນາໂຕ ຢ່າງເປັນທາງການ ແລະ ກາຍເປັນປະເທດສະມາຊິກທີ 25 ຂອງນາໂຕ ທີ່ເຂົ້າຮ່ວມກອງທຶນ ດັ່ງກ່າວ, ທັງເປັນປະເທດ ສະມາຊິກ ທຳອິດຂອງນາໂຕ ທີ່ເຂົ້າຮ່ວມ ກອງ ທຶນດັ່ງກ່າວ ຢູ່ເຂດ ອາເມລິກາເໜືອ. ສຳລັບ ກອງທຶນ ການປະດິດສ້າງໃໝ່ ນາໂຕ ໄດ້ສ້າງຕັ້ງຂຶ້ນໃນປີ 2022 ໂດຍມີຈຸດປະສົງ ເພື່ອເສີມສ້າງ ວຽກງານ ປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ຄວາມແໜ້ນໜຽວ ຂອງນາໂຕ ຜ່ານການລົງທຶນ ພັດທະນາ ເຕັກໂນໂລຊີ ລ້ຳຍຸກ. ການາດາ ຈະສົມທົບທຶນ ຫລາຍກວ່າ 100 ລ້ານໂດລາການາດາ ຫລື ປະມານ 70 ລ້ານໂດລາສະຫະລັດ ເຮັດໃຫ້ກອງທຶນດັ່ງກ່າວ ສາມາດລົງທຶນຕໍ່ ວິສາ ຫະກິດສະຕາອັບ ຫລື Start-ups ແລະ ກອງທຶນຂອງການາດາໄດ້. ການເຂົ້າຮ່ວມ ກອງທຶນການ ປະດິດສ້າງໃໝ່ ນາໂຕ ຈະເປັນການທະລຸ ຊ່ອງທາງໃຫ້ແກ່ ວິສາຫະກິດ ປະດິດສ້າງໃໝ່ ຂອງ ການາດາ ແລະ ສາມາດເຂົ້າເຖິງທຶນ ໃນຂະໜາດ ຫລາຍກວ່າ 1 ຕື້ເອີໂຣ, ພ້ອມນີ້ ຈະສ້າງຊ່ອງທາງໃໝ່ ເພື່ອລົງເລິກການ ລົງທຶນ ດ້ານການປ້ອງກັນປະເທດ ລະຫວ່າງ ການາດາ ກັບພັນທະມິດ ນາໂຕຢູ່ເອີຣົບ.
 
ຂ່າວໂດຍ: ສະໄຫວ ລາດປາກດີ