ບຸກຈັບກຸ່ມຄົນ ສັນຊາດໄທ ແລະ ມຽນມາ 13 ຄົນ ລັກລອບເປີດພະນັນອອນລາຍ

ຄະນະສະເພາະກິດ ກະຊວງ ປກສ ສົບທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຂົ້າກວດຄົ້ນ ແລະ ຈັບກຸມກຸ່ມຄົນຕ່າງປະເທດ ທີ່ລັກລອບເປີດພະນັນອອນລາຍ ຢູ່ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 20 ພະຈິກ 2026 ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 13 ຄົນ, ຍິງ 9 ຄົນ ພ້ອມຂອງກາງອຸປະກອນການກະທຳຜິດຈຳນວນຫຼາຍ.
ຈາກການກວດກາຜູ້ຖືກຫາ ຈຳນວນ 13 ຄົນ, ຍິງ 9 ຄົນ, ມີ 2 ສັນຊາດ ໃນນີ້, ສັນຊາດໄທ 10 ຄົນ, ຍິງ 7 ຄົນ, ສັນຊາດມຽນມາ 3 ຄົນ, ຍິງ 2 ຄົນ ພ້ອມຍຶດເຄື່ອງທີ່ໃຊ້ເຂົ້າໃນການກະທຳຜິດ ປະກອບມີ ຄອມພິວເຕີຕັ້ງໂຕະ ຈຳນວນ 27 ໜ່ວຍ ແລະ ໂທລະສັບມືຖື 341 ໜ່ວຍ.
ກຸ່ມຄົນດັ່ງກ່າວໃຊ້ຮູບແບບເຊົ່າເຮືອນທີ່ພາຍນອກຮົກເຮືອມີຫຍ້າຕຶບໜາ ແລະ ກຳແພງເຮືອນສູງຄືບໍ່ມີຄົນອາໄສຢູ່ ເພື່ອອຳພາງຕາ ແລະ ຫຼົບຫຼີກການກວດກາຂອງເຈົ້າໜ້າທີ່ ແລ້ວລັກລອບຕັ້ງຖານປະຕິບັດການລັກລອບເປີດພະນັນອອນລາຍ.
ປະຈຸບັນເຈົ້າໜ້າທີ່ໆກ່ຽວຂ້ອງພວມສືບສວນ-ສອບສວນ ຂະຫຍາຍຜົນ ແລະ ດໍາເນີນຄະດີຕາມກົດໜາຍ
ທີ່ມາ: ວິທະຍຸປ້ອງກັນຄວາມສະຫງົບ fm101,5 Mhz