ມຽນມາ ແນະນຳສະພາບການດຳເນີນງານ-ແຜນການປະຕິບັດງານ ໃນຕໍ່ໜ້າ

ວິທະຍຸ ໂທລະພາບສູນກາງຈີນ, ທ່ານ ນາງ ໄຄອິງ ໄຄງ ຊໍ ຮອງລັດ ຖະມົນຕີຂອງທຳນຽບປະທານາທິບໍດີ ທັງເປັນໂຄສົກ ຂອງປະທານາ ທິບໍດີ ມຽນມາ ໄດ້ແນະນຳ ສະພາບການປະຕິບັດງານ ຂອງ ລັດຖະບານຊຸດໃໝ່ ໃນໄລຍະ ເຄິ່ງປີທີ່ຜ່ານມາ ພ້ອມດ້ວຍ ແຜນກາພັດທະນາ 5 ປີ ຂອງລັດຖະ ບານ ຊຸດໃໝ່ ຄືແຕ່ປີ 2026-2030. ທ່ານ ນາງ ໄຄອິງ ໄຄອິງ ຊໍ ກ່າວວ່າ: ລັດຖະບານຊຸດໃໝ່ ຈະສຸມ ໃສ່ຖືການສ້າງຄວາມໝັ້ນຄົງ ທາງດ້ານການ ເມືອງເປັນພື້ນຖານ, ການພັດທະນາ ເສດຖະກິດ ເປັນໃຈກາງ ແລະ ຖືການ ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ເປັນເປົ້າໝາຍ, ຢຶດໝັ້ນ ການເປີດປະຕູ ສູ່ພາຍນອກ ແລະ ການຮ່ວມມືສາກົນ, ເພີ່ມທະວີ ການ ຮ່ວມມື ທາງດ້ານເສດຖະ ກິດ ແລະ ການຄ້າກັບ ສປ ຈີນ, ອາຊຽນ ແລະ ປະເທດອື່ນໆ, ເປີດກວ້າງການລົງທຶນສາກົນ ແລະ ການຄ້າຂາຍ ລະຫວ່າງ ປະເທດ. ລັດຖະບານຊຸດໃໝ່ ຍັງຈະສືບຕໍ່ ຊຸກຍູ້ການສົນທະນາ ດ້ານການ ເມືອງ ພາຍໃນປະເທດ, ແລະ ມີແຜນຈະຈັດການເຈລະຈາ ສັນຕິພາບ ທົ່ວປະເທດ ກັບກຸ່ມປະກອບອາວຸດ ຂອງຊົນເຜົ່າ ທ້ອງຖິ່ນ ໃນປີ 2028 ເພື່ອພະຍາຍາມ ບັນລຸສັນຕິພາບຖາວອນ ພາຍໃນອາຍຸຕຳແໜ່ງ ຂອງລັດຖະບານຊຸດນີ້.
 ຂ່າວໂດຍ: ສະໄຫວ