ປະເທດອົດສະຕຣາລີ ໃຫ້ການຊ່ວຍເຫຼືອຊຸມຊົນໃນ ສປປ ລາວໃນການກຽມພ້ອມຮັບມືກັບໄພພິບັດທາງທຳມະຊາດ ໂດຍການສະໜອງເຄື່ອງບັນເທົາທຸກດ້ານມະນຸດສະທຳທີ່ຈຳເປັນ ເຊິ່ງສາມາດລະດົມ ແລະ ຈັດສົ່ງໄດ້ຢ່າງທັນການເມື່ອເກີດເຫດສຸກເສີນ.
ໃນວັນທີ່ 20 ພະຈິກ 2026ນີ້ , ທີ່ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ, ໄດ້ມີ ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ສະໜາມບິນສາກົນວັດໄຕ ເພື່ອເປັນຂີດໝາຍແຫ່ງການມາເຖິງຂອງເຄື່ອງຊ່ວຍເຫຼືອບັນເທົາທຸກດ້ານມະນຸດສະທຳ ທີ່ນຳສົ່ງໂດຍເຮືອບິນ C-130ຂອງກອງທັບອາກາດອົດສະຕຣາລີ. ທ່ານ ນາງ ເບັນນິຕາ ຊຳເມີວິວ, ອຸປະທູດປະຈຳສະຖານທູດອົດສະຕຣາລີ ໄດ້ຕາງໜ້າມອບເຄື່ອງຊ່ວຍເຫຼືອດັ່ງກ່າວໃຫ້ແກ່ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືດ້ານວຽກງານການປ້ອງກັນຊາດ, ເຊິ່ງເປັນການຮ່ວມມືລະດັບພາກພື້ນປະຈຳປີຂອງລັດຖະບານອົດສະຕຣາລີ ນຳພາ ແລະ ຈັດຕັ້ງປະຕິບັດໂດຍກອງກຳລັງປ້ອງກັນຊາດອົດສະຕຣາລີ. ກິດຈະກຳຮ່ວມມືດ້ານວຽກງານການປ້ອງກັນຊາດໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການພົວພັນ ແລະ ການເປັນຄູ່ຮ່ວມມືຂອງອົດສະຕຣາລີໃນທົ່ວພາກພື້ນ, ລວມທັງຜ່ານການຮ່ວມມືດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ການກຽມຄວາມພ້ອມຮັບມືກັບໄພພິບັດ.
ໃນປີນີ້, ອົດສະຕຣາລີ ໄດ້ສະໜອງເຄື່ອງຊ່ວຍເຫຼືອບັນເທົາທຸກດ້ານມະນຸດສະທຳ ປະມານ 10 ໂຕນ, ປະກອບມີ ຊຸດອຸປະກອນສຸຂະອະນາໄມ 504 ຊຸດ, ຊຸດເຄື່ອງຄົວ 504 ຊຸດ, ຜ້າຫົ່ມ 2,800 ຜືນ, ມຸ້ງກັນຍຸງ 1,600 ດາງ ແລະ ສາດນອນ 2,700 ຜືນ. ເຄື່ອງຊ່ວຍເຫຼືອເຫຼົ່ານີ້ ຈະສາມາດຊ່ວຍປະຊາຊົນຫຼາຍກວ່າ 500 ຄອບຄົວ ແລະ ຈະຖືກກະກຽມໄວ້ໃນ ສປປ ລາວ ເພື່ອສະໜັບສະໜູນການກຽມຄວາມພ້ອມຂອງລັດຖະບານລາວ ໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ເຫດການສຸກເສີນດ້ານມະນຸດສະທຳ, ລວມທັງການກະກຽມພ້ອມກ່ອນໄລຍະມໍລະສຸມໃນລະດູຝົນທີ່ຈະມາເຖິງ.
ທ່ານ ນາງ ເບັນນິຕາ ຊຳເມີວິວ, ອຸປະທູດປະຈຳສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ອົດສະຕຣາລີ ແລະ ລາວ ມີການຮ່ວມມືທີ່ເຂັ້ມແຂງໃນການກະກຽມພ້ອມ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນດ້ານມະນຸດສະທຳ. ການມອບເຄື່ອງຊ່ວຍເຫຼືອໃນປີນີ້ ແມ່ນການຕໍ່ຍອດຈາກການຮ່ວມມືດັ່ງກ່າວ ໂດຍຮັບປະກັນວ່າເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ຈຳເປັນໄດ້ມີພ້ອມຢູ່ໃນປະເທດລາວແລ້ວ ແລະ ສາມາດນຳໄປແຈກຢາຍໄດ້ຢ່າງວ່ອງໄວ ເມື່ອເວລາຊຸມຊົນຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ.”
ອົດສະຕຣາລີ ໄດ້ສະໜັບສະໜູນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຂີດຄວາມສາມາດດ້ານການກຽມຄວາມພ້ອມຮັບມືກັບໄພພິບັດ ແລະ ການຕອບໂຕ້ເຫດການສຸກເສີນ ຜ່ານກິດຈະກຳຮ່ວມມືດ້ານວຽກງານການປ້ອງກັນຊາດມາຕັ້ງແຕ່ປີ 2022.
ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: “ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືອັນຍາວນານກັບອົດສະຕຣາລີ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການກຽມຄວາມພ້ອມຮັບມືກັບໄພພິບັດ ແລະ ການຕອບໂຕ້ເຫດການສຸກເສີນ. ຕະຫຼອດຫຼາຍປີທີ່ຜ່ານມາ, ການຮ່ວມມືຂອງພວກເຮົາໃນຂົງເຂດນີ້ໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ, ເຊິ່ງສະທ້ອນໃຫ້ເຫັນເຖິງສາຍພົວພັນອັນໃກ້ຊິດລະຫວ່າງສອງປະເທດ ແລະ ຄວາມມຸ່ງໝັ້ນຮ່ວມກັນໃນການສ້າງຄວາມທົນທານຕໍ່ໄພພິບັດ. ການຮ່ວມມືນີ້ ຍັງເປັນການປະກອບສ່ວນສຳຄັນເຂົ້າໃນຄວາມພະຍາຍາມລວມຂອງລັດຖະບານລາວ ເພື່ອສ້າງຄວາມທົນທານແລະ ຄວາມສາມາດໃນການຟື້ນຕົວຈາກໄພພິບັດທາງທຳມະຊາດ.”
ອົດສະຕຣາລີ ແລະ ສປປ ລາວ ໄດ້ຮ່ວມມືກັນຢ່າງໃກ້ຊິດຕະຫຼອດຫຼາຍປີຢ່າງຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການກຽມຄວາມພ້ອມຮັບມືກັບໄພພິບັດ ແລະ ການຕອບໂຕ້ດ້ານມະນຸດສະທຳ. ການຮ່ວມມືອັນຍາວນານນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາໃນການສ້າງຄວາມທົນທານ ແລະ ຮັບປະກັນວ່າຊຸມຊົນມີຄວາມພ້ອມຫຼາຍຂຶ້ນເມື່ອເກີດໄພພິບັດ.
ໂດຍຜ່ານໂຄງການລິເລີ່ມຕ່າງໆເຊັ່ນກິດຈະກຳຮ່ວມມືດ້ານວຽກງານການປ້ອງກັນຊາດ, ອົດສະຕຣາລີ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການກຽມຄວາມພ້ອມຮັບມືກັບໄພພິບັດ, ການຕອບໂຕ້ດ້ານມະນຸດສະທຳ ແລະ ຄວາມທົນທານຂອງຊຸມຊົນ.
(ຂ່າວສານຮສສ)