ປີ 2026 ແຂວງໄຊຍະບູລີ ຄາດເສດຖະກິດຂະຫຍາຍຕົວ 5.5% GDP ລາຍຮັບສະເລ່ຍ 2,836 ໂດລາ/ຄົນ

ແຂວງໄຊຍະບູລີ ຄາດວ່າຮອດທ້າຍປີ 2026 ເສດຖະກິດຈະຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5.5% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 24,875 ຕື້ກີບ ແລະ ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2,836 ໂດລາສະຫະລັດ ຫຼື ເທົ່າກັບ 56.7 ລ້ານກີບຕໍ່ຄົນ ຕາມການລາຍງານຂອງ ທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V ເຊິ່ງດຳເນີນໃນວັນທີ 19–21 ພະຈິກ 2026.

ຜົນສຳເລັດດັ່ງກ່າວ ແມ່ນຍ້ອນການຜັນຂະຫຍາຍໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ທ້ອງຖິ່ນໃນໄລຍະ 1 ປີຜ່ານມາ ພ້ອມທັງລົງຕິດຕາມ, ຊີ້ນຳບັນຊາຢູ່ບັນດາພະແນກການ, ອົງການ, ກົມກອງ ແລະ ເມືອງ ຜ່ານກົນໄກສ່ອງແສງ, ລາຍງານ ແລະ ປະຊຸມປະຈຳເດືອນເປັນປົກກະຕິ ເຮັດໃຫ້ແຂວງຮັກສາສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ຫຼາຍຄາດໝາຍບັນລຸຕາມແຜນ.


ດ້ານການຜະລິດກະສິກຳ, ແຂວງໄດ້ຊຸກຍູ້ເພື່ອຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ ໄປຄຽງຄູ່ກັບການເຝົ້າລະວັງ ແລະ ແກ້ໄຂພະຍາດສັດ ແລະ ສັດຕູພືດ. ໃນນີ້, ຜະລິດເຂົ້ານາແຊງໄດ້ 8,500 ກວ່າໂຕນ ແລະ ພວມເກັບກູ້ເຂົ້າລະດູຝົນ ໂດຍຄາດຄະເນໝົດປີ 197,100 ໂຕນ (98.55% ຂອງມະຕິສະພາ); ພືດສະບຽງອາຫານປະຕິບັດໄດ້ 65,933 ກວ່າໂຕນ (40.2% ຂອງມະຕິສະພາ) ແລະ ລະດູຝົນເນື້ອທີ່ 8,351.42 ເຮັກຕາ ຄາດໝົດປີ 147,300 ໂຕນ (89.81% ຂອງມະຕິສະພາ) ໂດຍມີພືດເດັ່ນແມ່ນ ສາລີຫວານ ແລະ ເຜືອກ-ມັນຕ່າງໆ. ນອກຈາກນີ້, ຍັງສົ່ງເສີມການປູກພືດຜັກໃນເຮືອນຮົ່ມ ເຊິ່ງປັດຈຸບັນມີເຮືອນຮົ່ມພືດຜັກ ແລະ ໄມ້ໃຫ້ໝາກ 244 ຫຼັງ ຕອບສະໜອງຜົນຜະລິດພາຍໃນໄດ້ 1,205 ກວ່າໂຕນ.

ດ້ານການຄ້າ, ອຸດສາຫະກຳ ແລະ ບໍ່ແຮ່, ແຂວງສົ່ງອອກສິນຄ້າໄປຕ່າງປະເທດໄດ້ 63.11 ລ້ານໂດລາສະຫະລັດ (44.20% ຂອງມະຕິສະພາ) ສ່ວນໃຫຍ່ແມ່ນຜະລິດຕະພັນກະສິກຳ ແລະ ເຄື່ອງປ່າຂອງດົງ; ຄຸ້ມຄອງການນຳເຂົ້າໄດ້ 223.11 ລ້ານໂດລາສະຫະລັດ (197.03% ຂອງມະຕິສະພາ) ເຊັ່ນ ອຸປະກອນກໍ່ສ້າງ, ເຄື່ອງໄຟຟ້າ, ອາໄຫຼ່, ອຸປະກອນຮັບໃຊ້ໂຮງງານ ແລະ ສານເຄມີ. ສາມາດຈົດທະບຽນເຄື່ອງໝາຍການຄ້າໄດ້ 3 ຫົວໜ່ວຍ (150% ຂອງມະຕິສະພາ) ແລະ ກາໝາຍໂອດອບ (ODOP) 1 ກາໝາຍ ມີ 30 ຜະລິດຕະພັນ (100% ຂອງມະຕິສະພາ). ມູນຄ່າການຜະລິດອຸດສາຫະກຳ ແລະ ຫັດຖະກຳ ປະຕິບັດໄດ້ 217.57 ຕື້ກີບ (104.02% ຂອງມະຕິ) ແລະ ມູນຄ່າການຈຳໜ່າຍ 275.19 ຕື້ກີບ (105.40% ຂອງມະຕິສະພາ). ສ່ວນໂຄງການດ້ານທໍລະນີສາດ ແລະ ບໍ່ແຮ່ ມີທັງໝົດ 35 ໂຄງການ (ຂັ້ນສູນກາງອະນຸຍາດ 13 ໂຄງການ ແລະ ຂັ້ນແຂວງອະນຸຍາດ 22 ໂຄງການ) ໂດຍຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນໄດ້ 13 ລ້ານກວ່າໂຕນ (89.93% ຂອງມະຕິ), ແຮ່ມັງການ 1,100 ໂຕນ (55% ຂອງມະຕິ) ແລະ ຫີນປູນ 257,825 ໂຕນ (85.94% ຂອງມະຕິ).

ດ້ານໂຄງລ່າງ ແລະ ການຄົມມະນາຄົມ, ແຂວງໄດ້ຊຸກຍູ້ການບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ ແລະ ທາງຊົນນະບົດ, ຟື້ນຟູເສັ້ນທາງຫຼັງລະດູຝົນ ແລະ ແກ້ໄຂສຸກເສີນໄພພິບັດ ພ້ອມຄຸ້ມຄອງບໍລິມາດການຂົນສົ່ງສິນຄ້າ ແລະ ໂດຍສານ. ປັດຈຸບັນໄດ້ແກ້ໄຂການເປ່ເພຂອງເສັ້ນທາງຫຼວງແຫ່ງຊາດ ເລກ 4, 4A, 4B ແລະ 2W ໃຫ້ນຳໃຊ້ໄດ້ປົກກະຕິ ໂດຍສະເພາະການປັບປຸງສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກ 4 ແຕ່ສົ້ນຂົວນ້ຳຂອງ ບ້ານທ່າເດື່ອ ຫາ ດ່ານສາກົນນ້ຳເຫືອງ ເມືອງແກ່ນທ້າວ ມີຄວາມຄືບໜ້າຫຼາຍ ເຮັດໃຫ້ການຂົນສົ່ງ ແລະ ການໄປມາຫາສູ່ຂອງປະຊາຊົນສະດວກປົກກະຕິ.
ຂ່າວ: ຂັນແກ້ວ

.

#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ