
ລົງນາມພັດທະນາລະບົບ ຕິດຕາມ-ຄຸ້ມຄອງລາຍຮັບຄ່າບິນຜ່ານນ່ານຟ້າ (APS) ຍົກລະດັບການຈັດເກັບລາຍຮັບງົບປະມານແຫ່ງລັດ
.
ວັນທີ 18 ພະຈິກ 2026 ໄດ້ຈັດພິທີລົງນາມເຊັນສັນຍາ ໂຄງການພັດທະນາລະບົບຕິດຕາມ, ຄຸ້ມຄອງການເກັບລາຍຮັບຄ່າບິນຜ່ານນ່ານຟ້າ ແລະ ຂຶ້ນ-ລົງຈອດ ຢູ່ ສປປ ລາວ (APS) ລະຫວ່າງ ກະຊວງການເງິນ (ຕາງໜ້າລັດຖະບານ) ແລະ ບໍລິສັດ AIDC TECH ຈໍາກັດ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ປະທານບໍລິສັດ AIDC TECH ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການກະຊວງການເງິນ ໄດ້ລາຍງານກ່ຽວກັບສະພາບຄວາມເປັນມາ ແລະ ຄວາມສໍາຄັນຂອງໂຄງການວ່າ: ໃນໄລຍະຜ່ານມາ, ການຄຸ້ມຄອງຈັດເກັບລາຍຮັບຄ່າບິນຜ່ານນ່ານຟ້າ ແລະ ຂຶ້ນ-ລົງຈອດ ຢູ່ ສປປ ລາວ ຍັງພົບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນຂະບວນການຂໍໃບອະນຸຍາດການບິນ (Flight Permission) ຍັງເປັນການປ້ອນຂໍ້ມູນແບບທົ່ວໄປ (Manual), ການເຊື່ອມຕໍ່ຂໍ້ມູນລະຫວ່າງຂະແໜງການທີ່ກ່ຽວຂ້ອງ (ລະບົບຄວບຄຸມການບິນ, ລະບົບການເງິນຂອງທະນາຄານແຫ່ງ ສປປ ລາວ ແລະ ລະບົບຄຸ້ມຄອງການເງິນພາກລັດຂອງກະຊວງການເງິນ) ຍັງບໍ່ທັນເປັນລະບົບອັດຕະໂນມັດ ແລະ ຍັງມີຫຼາຍຂອດຂັ້ນທີ່ບໍ່ທັນສາມາດຕິດຕາມກວດກາລາຍຮັບໄດ້ແບບລວມສູນ. ສະນັ້ນ, ການພັດທະນາລະບົບ APS ໃໝ່ນີ້ ຈຶ່ງເປັນໂຄງການບຸລິມະສິດທີ່ສໍາຄັນຂອງລັດຖະບານ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຊຶ່ງຈະຊ່ວຍຍົກລະດັບການຄຸ້ມຄອງການຈັດເກັບລາຍຮັບໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນສະໄໝຕາມມາດຕະຖານສາກົນ ໂດຍມີຈຸດເດັ່ນຄື: ຮອງຮັບການຂໍໃບອະນຸຍາດການບິນ ຜ່ານຊ່ອງທາງອອນລາຍ ຊ່ວຍຫຼຸດໄລຍະເວລາໃນການອະນຸມັດ; ເຊື່ອມໂຍງຂໍ້ມູນການບິນເຂົ້າກັບລະບົບການຄິດໄລ່ຄ່າທໍານຽມ ແລະ ການອອກໃບຮຽກເກັບເງິນ (Invoice) ໂດຍອັດຕະໂນມັດ; ສາມາດຕິດຕາມການຊໍາລະເງິນໄດ້ແບບທັນທີ, ຫຼຸດຜ່ອນຄວາມຜິດພາດໃນການຈັບຄູ່ໃບແຈ້ງໜີ້ກັບການຊໍາລະຕົວຈິງ ແລະ ຊ່ວຍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າເຖິງຂໍ້ມູນທາງດ້ານການເງິນໄດ້ຢ່າງຊັດເຈນ.
ການລົງນາມສັນຍາໂຄງການພັດທະນາລະບົບ APS ໃນຄັ້ງນີ້ ໂດຍທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ AIDC TECH ຈໍາກັດ. ເຊິ່ງການລົງນາມຄັ້ງນີ້ ຖືເປັນໝາຍສໍາຄັນໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ຮອບດ້ານ ໃຫ້ແກ່ວຽກງານຄຸ້ມຄອງລາຍຮັບຄ່າບິນຜ່ານນ່ານຟ້າ ແລະ ຂຶ້ນ-ລົງຈອດ ຢູ່ ສປປ ລາວ ເພື່ອໃຫ້ສາມາດລວມສູນຜ່ານບັນຊີຄັງເງິນແຫ່ງລັດຢ່າງມີປະສິດທິພາບ ປະກອບສ່ວນສໍາຄັນເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງ.