
ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນດ້ານການຄຸ້ມຄອງ ແລະ ພັດທະນາໂຮງໝໍ ຢູ່ນະຄອນນານຈິ່ງ ແຂວງຈຽງຊູ ສປ ຈີນ.
.
ໃນລະຫວ່າງວັນທີ 16–17 ພະຈິກ 2026, ຄະນະຜູ້ແທນຈາກກະຊວງສາທາລະນະສຸກ ສປປ ລາວ ນໍາໂດຍ ທ່ານ ປອ. ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບໂຮງໝໍຂັ້ນຕ່າງໆ ຢູ່ນະຄອນນານຈິ່ງ ແຂວງຈຽງຊູ ສປ ຈີນ.
ການຢ້ຽມຢາມຄັ້ງນີ້ມີເປົ້າໝາຍເພື່ອສຶກສາຮູບແບບການບໍລິຫານຈັດການ, ການນໍາໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີທາງການແພດ ລວມທັງການເຊື່ອມຕໍ່ລະບົບບໍລິການສຸຂະພາບ ແຕ່ລະດັບຊຸມຊົນຈົນເຖິງໂຮງໝໍຊັ້ນນໍາ ເພື່ອຖອດຖອນບົດຮຽນມາໝູນໃຊ້ເຂົ້າໃນການພັດທະນາລະບົບສາທາລະນະສຸກຂອງ ສປປ ລາວ.
1. ໂຮງໝໍນານຈິງກູໂລ. ຕົ້ນແບບໂຮງໝໍມາດຕະຖານສາກົນ ແລະ ການແພດສະເພາະທາງ ຂະໜາດ 5,000 ຕຽງ ຂຶ້ນກັບມະຫາວິທະຍາໄລນານຈິງ ແລະ ເປັນສະຖາບັນທີ່ໄດ້ຮັບການຮັບຮອງຈາກສູນກາງຂອງ ສປ ຈີນ ໃນດ້ານການຄົ້ນຄວ້າ ແລະ ນໍາໃຊ້ເຕັກໂນໂລຊີການປິ່ນປົວທີ່ທັນສະໄໝ. ໂຮງໝໍມີຄວາມຊ່ຽວຊານສະເພາະທາງດ້ານພະຍາດລະບົບລະລາຍ, ກະດູກ, ການກວດບົ່ງມະຕິ ແລະ ການປິ່ນປົວດ້ວຍລະບົບລັງສີທີ່ທັນສະໄໝ ພ້ອມດ້ວຍການປິ່ນປົວສະເພາະທາງອື່ນໆຢ່າງຄົບວົງຈອນ. ປະລິມານການບໍລິການ ແລະ ບຸກຄະລາກອນ ສາມາດຮອງຮັບຄົນເຈັບກວດເຂດນອກໄດ້ປະມານ 9 ລ້ານເທື່ອຄົນຕໍ່ປີ ແລະ ຍັງເປັນສູນກາງສໍາຄັນໃນການກໍ່ສ້າງ ແລະ ພັດທະນາບຸກຄະລາກອນການແພດຂອງແຂວງຈຽງຊູ.
2. ໂຮງໝໍຊຸມຊົນ ເຂດຈຽງໜິງ ການເຊື່ອມຕໍ່ລະບົບສຸຂະພາບທາງໄກ ແລະ ການບໍລິການທີ່ໃກ້ບ້ານ, ເປັນໂຮງໝໍປິ່ນປົວທົ່ວໄປ ຂະໜາດ 1,600 ຕຽງ ທີ່ສະແດງໃຫ້ເຫັນພະລັງຂອງການເຊື່ອມໂຍງລະບົບສາທາລະນະສຸກຂັ້ນພື້ນຖານກັບໂຮງໝໍຂະໜາດໃຫຍ່, ຈຸດເດັ່ນດ້ານການບໍລິການ ໂດຍສະເພາະການປິ່ນປົວພະຍາດບໍ່ຕິດຕໍ່, ພະຍາດຫົວໃຈ ແລະ ເສັ້ນເລືອດ, ການຜ່າຕັດ ແລະ ລະບົບຮັບຄົນເຈັບສຸກເສີນ. ນຳໃຊ້ນະວັດຕະກໍາເຂົ້າໃນການບໍລິການ ໂດຍການ ເຊື່ອມຕໍ່ຂໍ້ມູນ ແລະ ການບໍລິການກັບສູນປິ່ນປົວສຸຂະພາບຊຸມຊົນ ຜ່ານລະບົບກວດບົ່ງມະຕິທາງໄກ (Telemedicine) ເຊິ່ງຊ່ວຍຫຼຸດຜ່ອນການເດີນທາງ ແລະ ຄວາມແອອັດຂອງຄົນເຈັບຈາກຊຸມຊົນ ພ້ອມທັງຍົກລະດັບຄວາມສະດວກ ແລະ ຄວາມໄວໃນການເຂົ້າເຖິງການຮັກສາ.
3. ໂຮງໝໍການແພດພື້ນເມືອງ ເຂດຈຽງໜິງ ເປັນການປະສົມປະສານ ພູມປັນຍາພື້ນເມືອງກັບການແພດສະໄໝ ໃໝ່ໂຮງໝໍການແພດພື້ນເມືອງ ເຂດຈຽງໜິງ ເປັນໂຮງໝໍຂະໜາດ 600 ຕຽງ ທີ່ສະທ້ອນໃຫ້ເຫັນບົດບາດອັນເຂັ້ມແຂງຂອງການແພດພື້ນເມືອງໃນລະບົບສາທາລະນະສຸກຍຸກໃໝ່. ການນໍາໃຊ້ການແພດພື້ນເມືອງປະສານສົມທົບກັບການແພດສະໄໝໃໝ່ ເພື່ອສ້າງເປັນທາງເລືອກທີ່ມີປະສິດທິພາບ ແລະ ເໝາະສົມກັບສະພາບຂອງຄົນເຈັບແຕ່ລະຄົນ.
ການຢ້ຽມຢາມໂຮງໝໍທັງ 3 ແຫ່ງ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການເປີດກວ້າງວິໄສທັດດ້ານການຄຸ້ມຄອງໂຮງໝໍ ແລະ ການນໍາໃຊ້ເຕັກໂນໂລຊີທາງການແພດເທົ່ານັ້ນ ແຕ່ຍັງເປັນແລກປ່ຽນຂໍ້ມູນ ແລະ ບົດຮຽນຕົວຈິງ ໃນການສຶກສາຄວາມເປັນໄປໄດ້ ແລະ ວາງແຜນພັດທະນາລະບົບການບໍລິການສາທາລະນະສຸກຂອງ ສປປ ລາວ ໃນອະນາຄົດ ໃຫ້ມີຄວາມທັນສະໄໝ, ທົ່ວເຖິງ ແລະ ກ້າວສູ່ມາດຕະຖານທີ່ທຽບເທົ່າກັບພາກພື້ນ ແລະ ສາກົນ.