ແຂວງຊຽງຂວາງ ສ້າງຄອບຄົວພົ້ນທຸກໄດ້ 4,500 ກວ່າຄອບຄົວ

ໃນໄລຍະ 5 ປີຜ່ານມາ, ແຂວງຊຽງຂວາງ ສາມາດສ້າງຄອບຄົວພົ້ນທຸກໄດ້ 4,538 ຄອບຄົວ ທຽບໃສ່ແຜນບໍ່ປະຕິບັດໄດ້ 91 ຄອບຄົວ, ສ້າງບ້ານພົ້ນທຸກ ໄດ້ 116 ບ້ານ ປະຕິບັດໄດ້ເກີນແຜນ 11 ບ້ານ; ສ້າງເມືອງພົ້ນທຸກ ໄດ້ 1 ເມືອງ, ຍັງ 6 ເມືອງ, ສ້າງບ້ານພັດທະນາໄດ້ 96 ບ້ານ ທຽບໃສ່ແຜນບໍ່ປະຕິບັດໄດ້ 1 ບ້ານ, ພ້ອມນີ້, ແຂວງໄດ້ຈັດຕັ້ງຜັນຂະຫຍາຍນິຕິກໍາກ່ຽວກັບວຽກງານ 3 ສ້າງຂັ້ນສູນກາງ ອອກເປັນນິຕິກໍາຂອງແຂວງ ໂດຍສະເພາະ ການແບ່ງຂັ້ນຄຸ້ມຄອງຕາມທິດສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ນອກນີ້, ບັນດາພະແນກການ, ກົມກອງ, ຫ້ອງການຂັ້ນແຂວງ ກໍໄດ້ສໍາເລັດການແບ່ງຂັ້ນຄຸ້ມຄອງໃຫ້ຂັ້ນເມືອງ ຕາມນິຕິກໍາທີ່ໄດ້ກໍານົດໄວ້.

ທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ ໄດ້ລາຍງານໃນກອງປະຊຸມ ສະຫລຸບ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ພ້ອມທັງຕີລາຄາລວມການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໄລຍະ 6 ເດືອນທ້າຍປີ 2026 ຕາມມະຕິ 42/ຄປພຂ ໃນວັນທີ 18 ພະຈິກ 2026 ໂດຍໄດ້ຍົກໃຫ້ເຫັນໃນໄລຍະ 5 ປີ ຜ່ານມາ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນໃຫ້ ເຂັ້ມແຂງ ແລະ ໜັກແໜ້ນ ແລະ ບັນດາຄຳສັ່ງ ນິຕິກຳຕ່າງໆຂອງຂັ້ນເທິງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່ ທັງສຸມທຶນຮອນ, ກໍາລັງຄົນເຂົ້າໃສ່ສ້າງຮາກຖານພັກ, ການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເສດຖະກິດ-ວັດທະນະທໍາສັງຄົມໄດ້ຮັບການພັດທະນາ, ລະບົບການບໍລິຫານລັດມີຄວາມເຂັ້ມແຂງ ສ້າງບ້ານປ້ອມໝັ້ນສູ້ຮົບໄດ້ 29 ບ້ານ, ກຸ່ມບ້ານສູ້ຮົບຕິດລ່ຽນໄດ້ 3 ກຸ່ມ, ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 127 ບ້ານ, ຄອບຄົວປ້ອງກັນຄວາມສະຫງົບດີ ໄດ້ 12,894 ຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 296 ບ້ານ, ຄອບຄົວປ້ອງກັນຊາດເຂັ້ມແຂງ 33,913 ຄອບຄົວ, ບ້ານປອດຢາເສບຕິດໄດ້ 96 ບ້ານ, ໂຮງຮຽນປອດຢາເສບຕິດ 93 ແຫ່ງ ແລະ ໄດ້ຮັບການເອົາໃຈຢ່າງກວ້າງຂວາງ.

ພ້ອມນີ້, ຍັງໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຕາມ 2 ວາລະແຫ່ງຊາດ, ຫັນພະນັກງານຂອງແຂວງ, ຂອງເມືອງ ລົງກໍ່ສ້າງຮາກຖານຢູ່ 5 ເມືອງ, 46 ກຸ່ມບ້ານ, 284 ບ້ານເປົ້າໝາຍ ຮ່ວມກັບກໍາລັງປ້ອງກັນຊາດທີ່ປະຈໍາຢູ່ແລ້ວ ລວມທັງໝົດ 300 ສະຫາຍ, ຍິງ 12 ສະຫາຍ ໃນນີ້, ພະນັກງານຂັ້ນ ແຂວງ 73 ສະຫາຍ, ເມືອງ 140 ສະຫາຍ, ກະຊວງປ້ອງກັນປະເທດ 87 ສະຫາຍ.

ຂ່າວ: ບຸນມີ ແສງທຸມມີ