20 ປີ FM93! ຈາກຄື້ນສຽງປັກກິ່ງສູ່ສື່ປະສົມຄົບວົງຈອນ ກຽມຮັບ “ປີທ່ອງທ່ຽວ ລາວ-ຈີນ” 2027

ວັນທີ 19 ພະຈິກ 2026 ນີ້ ທີ່ນະຄອນຫຼວງຫຼັງວຽງຈັນ, ໄດ້ມີການຈັດກອງປະຊຸມສົນທະນາ “20 ປີ ແຫ່ງການສ້າງຕັ້ງສະຖານີວິທະຍຸ FM 93.0 MHz ແລະ ການຮ່ວມມືພັດທະນາສື່ມວນຊົນລາວ-ຈີນ”; ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳ ສປປ ລາວ ພ້ອມດ້ວຍແຂກຜູ້ມີກຽດຈາກພາກສ່ວນກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ, ທ່ານນາງ ແສງແກ້ວ ໄດ້ລາຍງານໂດຍສັງເຂບເຖິງການເຕີບໃຫຍ່ຂອງສະຖານີວິທະຍຸ FM 93.0 MHz ຕະຫຼອດໄລຍະ 20 ປີ ນັບແຕ່ການນຳຂັ້ນສູງສຸດຂອງສອງປະເທດ ລາວ-ຈີນ ຮ່ວມກັນກົດປຸ່ມເປີດອອກອາກາດຢ່າງເປັນທາງການ ໃນວັນທີ 19 ພະຈິກ 2006 ທີ່ນະຄອນຫຼວງວຽງຈັນ. ຈາກການຜະລິດລາຍການຢູ່ນະຄອນຫຼວງປັກກິ່ງ ໄດ້ຫັນມາສູ່ການອອກອາກາດພາສາລາວເຕັມຄື້ນຄວາມຖີ່ ພາຍຫຼັງສ້າງຕັ້ງຫ້ອງການ CMG ປະຈຳລາວ ໃນປີ 2011 ແລະ ຂະຫຍາຍສູ່ສື່ປະສົມຄົບວົງຈອນ ທັງເວັບໄຊ, ເຟສບຸກ ແລະ ຕິກຕັອກ. ຕະຫຼອດ 20 ປີຜ່ານມາ, FM 93.0 MHz ໄດ້ຮ່ວມມືກັບສື່ມວນຊົນຫຼັກ ແລະ ອົງການຈັດຕັ້ງຕ່າງໆຂອງລາວ ໃນການຜະລິດລາຍການ, ພາກສຽງຮູບເງົາ-ລະຄອນ, ຈັດສາຍຮູບເງົາເຄື່ອນທີ່, ແຂ່ງຂັນເວົ້າຊາວໜຸ່ມ, ພິມປຶ້ມ “ເສັ້ນທາງປະສານໃຈ” ແລະ ຝຶກອົບຮົມບຸກຄະລາກອນສື່ມວນຊົນລາວຢູ່ ສປ ຈີນ ຫຼາຍກວ່າ 100 ເທື່ອຄົນ; ພ້ອມທັງກຽມສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການອອກອາກາດພາກພາສາລາວຂອງຈີນ ໃນກາງເດືອນທັນວາ 2026.

ຂະນະດຽວກັນ, ທ່ານນາງ ເຂັມມະນີ ພົນເສນາ ໄດ້ຕີລາຄາສູງຕໍ່ບົດບາດຂອງ FM 93.0 MHz ໃນການເຜີຍແຜ່ຂໍ້ມູນຂ່າວສານດ້ານເສດຖະກິດ ລາວ-ຈີນ, ເສັ້ນທາງລົດໄຟ ລາວ-ຈີນ ແລະ ການເສີມສ້າງຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນສອງຊາດ ຜ່ານການແລກປ່ຽນດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ການທ່ອງທ່ຽວ.

ສ່ວນ ທ່ານ ວັນສີ ກົວມົວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງ FM 93.0 MHz ທີ່ເປັນຂີດໝາຍສຳຄັນແຫ່ງການຮ່ວມມືດ້ານສື່ມວນຊົນ ລາວ-ຈີນ ແລະ ໄດ້ສະເໜີ 4 ທິດທາງການພັດທະນາສື່ມວນຊົນ ລາວ-ຈີນ ໃນຕໍ່ໜ້າ ປະກອບມີ: ການຮ່ວມກັນສຳພາດ, ຜະລິດ ແລະ ອອກອາກາດຫົວຂໍ້ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ ເຊັ່ນ ຊີວິດການເປັນຢູ່, ການທ່ອງທ່ຽວ, ການຫຼຸດຜ່ອນຄວາມທຸກຍາກ ແລະ ເສັ້ນທາງລົດໄຟ ລາວ-ຈີນ; ການແລກປ່ຽນການແປ ແລະ ອອກອາກາດລາຍການເຊິ່ງກັນແລະກັນ ໂດຍສະເພາະຮັບ “ປີທ່ອງທ່ຽວ ລາວ-ຈີນ” ປີ 2027; ການແລກປ່ຽນ ແລະ ຝຶກອົບຮົມບຸກຄະລາກອນສື່ມວນຊົນ; ແລະ ການກໍ່ສ້າງແພລັດຟອມດິຈິຕອນ ລວມທັງການນຳໃຊ້ປັນຍາປະດິດ (AI). ພ້ອມນີ້, ທ່ານນາງ ແສງແກ້ວ ກໍໄດ້ຢືນຢັນຈະສືບຕໍ່ເຊື່ອມໂຍງທຸກແພລັດຟອມ ແລະ ນຳໃຊ້ເຕັກໂນໂລຊີທັນສະໄໝ ເພື່ອເລົ່າເລື່ອງລາວຂອງຈີນແລະລາວ ພ້ອມສະໜັບສະໜູນການຫັນເປັນດິຈິຕອນຂອງສື່ມວນຊົນລາວໃຫ້ແໜ້ນແຟ້ນຍິ່ງຂຶ້ນ.