ທ່ານ ປອ ນາງ ແກ້ວສຸດໃຈ ປຣະເສີດ ໄດ້ຮັບລາງວັນດີເດັ່ນ

ໃນອາທິດຜ່ານມານີ້, ຢູ່ທີ່ໂຮງແຮມ ແຊງກຣີ-ລາ ນະຄອນຫຼວງພະນົມເປັນຣາຊະອານາຈັກກຳປູເຈຍ, ທ່ານ ປອ ນາງ ແກ້ວສຸດໃຈ ປຣະເສີດ ປະທານ ບໍລິສັດ ປຣະເສີດ ບໍລິການທຸລະກິດ ຈໍາກັດຜູ້ດຽວ (PSBS) ໄດ້ຮັບລາງວັນດີເດັ່ນດ້ານຄວາມຮັບຜິດຊອບຕໍ່ສັງຄົມ ລະດັບອາຊຽນ (Great ASEAN CSR Business Award) ປະຈຳປີ 2026 ທີ່ມີຜົນງານດີເດັ່ນໃນວຽກງານຊ່ວຍເຫຼືອແບ່ງປັນນ້ຳໃຈໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມໃນໄລຍະຜ່ານມາ ເຊິ່ງມອບໂດຍ ທ່ານ ຮີວ ຈົນນຽດ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແຫ່ງ ຣາຊະອານາຈັກກຳປູເຈຍ ໂດຍມີບັນດາຜູ້ນຳທຸລະກິດຊັ້ນນໍາຈາກພາກພື້ນອາຊຽນ ແລະ ສາກົນເຂົ້າຮ່ວມ.

ລາງວັນດັ່ງກ່າວ ໄດ້ຈັດຂຶ້ນເປັນຄັ້ງທີ 16 ເພື່ອຍ້ອງຍໍບັນດາບໍລິສັດ ແລະ ບຸກຄົນຜູ້ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສ້າງຄວາມປ່ຽນແປງທີ່ຍືນຍົງໃນທົ່ວພາກພື້ນອາຊຽນ. ຄະນະກຳມະການຕັດສິນ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ປອ ນາງ ແກ້ວສຸດໃຈ ປຣະເສີດ ເປັນບຸກຄົນທີ່ມີຍຸດທະສາດ CSR, ມີຫົວຄິດປະດິດສ້າງ ແລະ ມີຄວາມເປັນຜູ້ນຳທີ່ເປັນແບບຢ່າງທີ່ດີ ຂອງສັງຄົມ.