ປະທານປະເທດ ພົບປະ ຮອງປະທານາທິບໍດີ ສະວິດ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ໃນວັນທີ 15 ພະຈິກ 2026 ທີ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis), ຮອງປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໂດຍສະເພາະການສະໜັບສະໜູນ ສປປ ລາວ ໃນໄລຍະຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນທ້າຍປີ 2026 ນີ້.

ການພົບປະຄັ້ງນີ້ ເປັນຂີດໝາຍສຳຄັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດ ສະວິດ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນປີ 1963. ສປປ ລາວ ຖືວ່າ ສະມາພັນທະລັດ ສະວິດ ແມ່ນໜຶ່ງໃນບັນດາປະເທດຄູ່ຮ່ວມມືເພື່ອການພັດທະນາທີ່ສຳຄັນ ແລະ ໃຫ້ການສະໜັບສະໜູນ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຜ່ານການຮ່ວມມືໃນຂອບຫຼາຍຝ່າຍ, ເປັນຕົ້ນແມ່ນ ການຊ່ວຍເຫຼືອ ນັບແຕ່ປີ 2006 - 2025 ລວມມູນຄ່າທັງໝົດ 307 ລ້ານໂດລາສະຫະລັດ. ພ້ອມດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຊຸກຍູ້ໃຫ້ ສະມາພັນທະລັດ ສະວິດ ສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນທ້າຍປີ 2026. ໂດຍສະເພາະ ແມ່ນການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (STS).

ໃນຂະນະດຽວກັນນີ້, ພະນະທ່ານ ອິກນາຊິໂອ ກາສຊິດ ກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັບ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ. ຝ່າຍສະວິດ ສະແດງຄວາມຍິນດີ ທີ່ຈະສືບຕໍ່ສະໜັບສະໜູນ ສປປ ລາວ ພາຍຫຼັງອອກຈາກ ສະຖານະພາບປະເທດດ້ອຍພັດທະນາ, ການພັດທະນາແບບຍືນຍົງ ແລະ ຍິນດີຈະສຶກສາຄວາມເປັນໄປໄດ້ໃນການຮ່ວມມືໃນຂົງເຂດໃໝ່ໃນອະນາຄົດ ໂດຍສະເພາະ ດ້ານເສດຖະກິດ ແລະ ການລົງທຶນ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ເຫັນດີຈະສືບຕໍ່ຈັດຕັ້ງປະຕິບັດກົນໄກການຮ່ວມມືສອງຝ່າຍ ທີ່ມີຮ່ວມກັນຢູ່ແລ້ວ ເຊັ່ນ: ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ສະວິດ ແລະ ອື່ນໆ ເພື່ອປະກອບສ່ວນໃຫ້ແກ່ຜົນສໍາເລັດຂອງການຮ່ວມມືໃນຊຸມປີຕໍ່ໜ້າ.

ການພົບປະໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດດີ, ໃກ້ຊິດຕິດແທດ ແລະ ສະໜິດສະໜົມ, ພ້ອມທັງ ມີຄວາມໝາຍໝັ້ນທີ່ຈະສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວໃນອະນາຄົດ ເພື່ອຮັບປະກັນໃຫ້ແກ່ຜົນປະໂຫຍດຮ່ວມກັນລະຫວ່າງ ສອງປະເທດ ກໍ່ຄື ປະຊາຊົນສອງຊາດ.

ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ