ສຶກສາທິການ ແລະກິລາເມືອງຈຳພອນ ຈັດພິທີທາບທາມຄະນະໜ່ວຍພັກ ແລະຄະນະອຳນວຍການໂຮງຮຽນຊຸດໃໝ່

ໃນວັນທີ 18 ພະຈິກ 2026 ທີ່ຜ່ານມາ, ຄະນະການນຳຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງທາບທາມບຸກຄະລາກອນເພື່ອປະກອບເປັນຄະນະໜ່ວຍພັກ ແລະ ຄະນະອຳນວຍການ ຊຸດໃໝ່ ຂອງໂຮງຮຽນ ມ.ປາຍ ແກ້ງກອກ, ມ.ຕ ບໍ່ຫີນກາວ ແລະ ມ.ສ ເຫຼົ່າສຸລິຍະ ແທນຕຳແໜ່ງເລຂາໜ່ວຍພັກ ແລະ ຜູ້ອຳນວຍການ ທີ່ກະກຽມເຂົ້າຮັບບຳນານ ທັງເປັນການປັບປຸງການຄຸ້ມຄອງ ແລະ ຍົກລະດັບປະສິດທິພາບວຽກງານການສຶກສາໃຫ້ດີຂຶ້ນກວ່າເກົ່າ.
ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຄັ້ງນີ້ ມີ ທ່ານ ແສງຈັນ ແກ້ວສີບຸນເຮືອງ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງ; ທ່ານ ສີປະເສີດ ໄຊຍະລິນ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ; ທ່ານ ຈັນທະລາ ອິນທິເສນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ; ທ່ານ ສະຫງວນຮັກ ທົງພັກດີ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປານີພອນ ເຮືອງປັນຍາ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມາດຖານ ແລະ ເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບການຄັດເລືອກເປັນຄະນະພັກ ແລະ ຄະນະອຳນວຍການໂຮງຮຽນ ເພື່ອເປັນບ່ອນອີງໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຫຼັກການລວມສູນປະຊາທິປະໄຕ. ຜູ້ຖືກຄັດເລືອກຕ້ອງມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມບໍລິສຸດຕໍ່ພັກ, ຕໍ່ການຈັດຕັ້ງ ແລະ ຕໍ່ປະຊາຊົນ; ເປັນເອກະພາບສູງຕໍ່ພາລະກິດປ່ຽນແປງໃໝ່; ມີຫຼັກໝັ້ນມິດ-ສັດຕູຈະແຈ້ງ; ຮູ້ວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ; ພ້ອມທັງມີຄວາມສາມາດເຕົ້າໂຮມຄວາມສາມັກຄີ, ມີແບບແຜນການນຳພາ ແລະ ວິທີເຮັດວຽກທີ່ຖືກຕ້ອງ.
ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ດຳເນີນການປ່ອນບັດທາບທາມຄັດເລືອກເອົາຄະນະໜ່ວຍພັກ ແລະ ຄະນະອຳນວຍການໂຮງຮຽນ ຕາມຂັ້ນຕອນຢ່າງເຂັ້ມງວດ. ຕອນທ້າຍ, ຄະນະປະທານໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ແກ່ບັນດາເປົ້າໝາຍທີ່ຈະຮັບໜ້າທີ່ໃໝ່ໃນຕໍ່ໜ້າ ເພື່ອສືບຕໍ່ພັດທະນາວຽກງານການສຶກສາຢູ່ທ້ອງຖິ່ນໃຫ້ເຕີບໃຫຍ່ເຂັ້ມແຂງ.