ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ

ໃນວັນທີ 17 ພະຈິກ 2026, ພະນະທ່ານ ສະເຫລີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກ ລາວະຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026 ທີ່ ນະຄອນຫຼວງມະນິລາ, ສາທາລະນະລັດ ຟິລິບປິນ.
ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ການພົບປະກັນໃນຄັ້ງນີ້ ຊຶ່ງການພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ ໄດ້ກາຍເປັນປະເພນີປະຕິບັດຮ່ວມກັນເປັນປະຈຳຂອງ ທັງສອງປະເທດ ແລະ ເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ເພີ່ມທະວີການຮ່ວມມືອັນດີງາມບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດໃນພາກພື້ນອາຊີປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ຊຶ່ງຄົບຮອບ 15 ປີ ໃນປີ 2026 ນີ້.
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕິີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ຊຶ່ງໄດ້ເພີ່ມທະວີຮັດແໜ້ນຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ. ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃນຫຼາຍຂົງເຂດໃນອະນາຄົດ ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ພະລັງງານ, ກະສິກໍາ, ການສຶກສາ, ວຽກງານປ້ອງກັນຊາດ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອຜົນປະໂຫຍດຮ່ວມກັນ.
ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ມີຄວາມສົນໃຈຮ່ວມກັນ, ພ້ອມທັງສະແດງຄວາມຢືນຢັນຄືນໃນການສືບຕໍ່ສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຮັບປະກັນການສົ່ງເສີມສັນຕິພາບ ແລະ ສະຖຽນລະພາບ ໃນທົ່ວໂລກ. ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ.
ທີ່ມ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ