ເມືອງປາກຊ່ອງ ເລັ່ງປະເມີນຜົນຜະລິດກາເຟອາລາບີກາ ປີ 2026 ກຽມພ້ອມຂໍ້ມູນປ້ອນຕະຫຼາດ

ໃນວັນທີ 16 ພະຈິກ 2026 ຜ່ານມານີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກຊ່ອງ ສົມທົບກັບ ຂະແໜງປູກຝັງ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວປະເມີນສະມັດຕະພາບຜົນຜະລິດກາເຟ (ສາຍພັນອາລາບີກາ) ລະດູການຜະລິດ 2026 ເພື່ອເປັນບ່ອນອີງໃນການຄິດໄລ່ປະລິມານຜົນຜະລິດທີ່ຈະອອກສູ່ຕະຫຼາດໃນລະດູການນີ້.
ການລົງເຄື່ອນໄຫວຄັ້ງນີ້ ນຳໂດຍ ທ່ານ ນັນທະວົງ ແກ້ວບຸບຜາ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງປາກຊ່ອງ ພ້ອມດ້ວຍ ທ່ານ ມາຄູນ ພອນສະຫວັນ ຮອງຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຫົວໜ້າໜ່ວຍງານ-ວິຊາການປູກຝັງຂັ້ນເມືອງ, ອຳນາດການປົກຄອງບ້ານ ຕະຫຼອດຮອດເຈົ້າຂອງສວນກາເຟ ເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບການລົງປະເມີນຕົວຈິງ ແມ່ນໄດ້ຄັດເລືອກເອົາ 3 ຄອບຄົວຕົວແບບ ຄື: ຄອບຄົວ ທ່ານ ມອນນີ ບົງມາລາ (ບ້ານທົ່ງກາຫຼົງ): ມີສວນກາເຟທັງໝົດ 7 ຕອນ, ເນື້ອທີ່ລວມ 13 ເຮັກຕາ; ໂດຍໄດ້ເລືອກເອົາສວນຕອນທີ 3 ເນື້ອທີ່ 1.2 ເຮັກຕາ (ມີຕົ້ນກາເຟ 7,000 ຕົ້ນ) ເປັນຈຸດປະເມີນຕົວຈິງ.
ຄອບຄົວ ທ່ານ ຄຳໄພ (ບ້ານພູມອນ): ມີສວນກາເຟທັງໝົດ 5 ຕອນ, ເນື້ອທີ່ລວມ 20 ເຮັກຕາ; ໂດຍໄດ້ເລືອກເອົາສວນຕອນທີ 5 ເນື້ອທີ່ 5 ເຮັກຕາ (ມີຕົ້ນກາເຟ 17,500 ຕົ້ນ) ເປັນຈຸດປະເມີນຕົວຈິງ.
ຄອບຄົວ ແມ່ສີບູ ສູນທອນທຳມະວົງ (ບ້ານພູດ້າມຂວັນ): ມີສວນກາເຟທັງໝົດ 11 ຕອນ, ເນື້ອທີ່ລວມ 25 ເຮັກຕາ; ໂດຍໄດ້ເລືອກເອົາສວນຕອນທີ 1 ເນື້ອທີ່ 2 ເຮັກຕາ (ມີຕົ້ນກາເຟ 6,600 ຕົ້ນ) ເປັນຈຸດປະເມີນຕົວຈິງ.
ໃນດ້ານເຕັກນິກວິຊາການ, ທີມງານໄດ້ປະຕິບັດຕາມລະບຽບວິທີການປະເມີນຜົນຜະລິດ ໂດຍກຳນົດເອົາ 3 ຕົ້ນຕໍ່ຕອນ (ຕົ້ນທີ 259, ຕົ້ນທີ 351 ແລະ ຕົ້ນທີ 2,876) ເພື່ອເກັບກຳ ແລະ ຊັ່ງນ້ຳໜັກໝາກກາເຟສຸກແດງທັງໝົດໃນແຕ່ລະຕົ້ນ ແລ້ວນຳມາວິເຄາະຫາຄ່າສະເລ່ຍ ແລະ ຄິດໄລ່ສະມັດຕະພາບຜົນຜະລິດລວມຕໍ່ເນື້ອທີ່ຕົວຈິງ.
ການລົງປະເມີນຄັ້ງນີ້ ຖືເປັນວຽກງານສຳຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງເມືອງໃຫ້ປະກົດຜົນເປັນຮູບປະທຳ ເພື່ອຊຸກຍູ້ການຜະລິດກະສິກຳເປັນສິນຄ້າໃຫ້ມີຄວາມຍືນຍົງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ; ພ້ອມທັງຊ່ວຍໃຫ້ພາກສ່ວນທີ່ກ່ຽວຂ້ອງສາມາດຄາດຄະເນຜົນຜະລິດທົ່ວລະດູການໄດ້ຢ່າງແມ້ນຢຳ ເພື່ອນຳເປັນຂໍ້ມູນພື້ນຖານໃນການວາງແຜນການຕະຫຼາດ ແລະ ຍົກລະດັບຄຸນນະພາບກາເຟປາກຊ່ອງໃຫ້ສູງຂຶ້ນໃນຕໍ່ໜ້າ.
ຂ່າວ: ທ. ສອນໄຊ ຈັນທະວີ