ສປປ ລາວ ແລະ ລຸກຊຳບວກ ເພີ່ມທະວີການເປັນຄູ່ຮ່ວມພັດທະນາ ໃນກອງປະຊຸມຄະນະກຳມາທິການຄູ່ຮ່ວມມືສອງຝ່າຍ ຄັ້ງທີ 17

ໃນວັນທີ 18 ພະຈິກ 2026 ທີ່ກະຊວງການເງິນ, ນະຄອນຫຼວງວຽງຈັນ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະລັດຖະບານ ແຫ່ງ ຣາຊະອານາຈັກລຸກຊຳບວກ ໄດ້ສຳເລັດການຈັດກອງປະຊຸມຄະນະກຳມາທິການຄູ່ຮ່ວມມືສອງຝ່າຍ ຄັ້ງທີ 17 ເພື່ອທົບທວນຄວາມຄືບໜ້າ ຂອງການຮ່ວມມື ເພື່ອການພັດທະນາ ທີ່ມີມາຢ່າງຍາວນານ ແລະ ປຶກສາຫາລືບັນດາບູລິມະສິດໃນຕໍ່ໜ້າ.
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ທ່ານ ຈອດເຈິ ເທີເນສ (Georges Ternes), ຫົວໜ້າກົມການຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ, ກະຊວງການ ຕ່າງປະເທດ ແລະ ເອີຣົບ, ປ້ອງກັນປະເທດ, ການຮ່ວມມືເພື່ອການພັດທະນາ ແລະ ການຄ້າຕ່າງປະເທດ ແຫ່ງ ລຸກຊຳບວກ. ພ້ອມນັ້ນ, ກໍມີບັນດາຜູ້ແທນທີ່ເດີນມາຈາກ ປະເທດ ລຸກຊໍາບວກ ເຂົ້າຮ່ວມ.
ໃນກອງປະຊຸມ, ທັງສອງຝ່າຍ ສປປ ລາວ ແລະ ລຸກຊຳບວກ ໄດ້ພ້ອມຢັ້ງຢືນຄືນເຖິງການເປັນ ຄູ່ຮ່ວມມືອັນໜັກແໜ້ນ, ພ້ອມທັງໄດ້ເນັ້ນໜັກເຖິງຄໍາໝັ້ນສັນຍາຮ່ວມກັນ ໃນການສະໜັບສະໜູນການພັດທະນາ ແບບຍືນຍົງ ແລະ ທົ່ວເຖິງ, ໂດຍສະເພາະແມ່ນສຳລັບກຸ່ມຄົນທີ່ມີຄວາມສ່ຽງ, ຊົນເຜົ່າ, ແມ່ຍິງ ແລະ ຊາວໜຸ່ມ ຕາມຫຼັກການ ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ. ໃນນັ້ນ, ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີກະຊວງການເງິນ, ປະທານກອງປະຊຸມ ກໍ່ໄດ້ເນັ້ນວ່າ: “ຕະຫຼອດໄລຍະຫຼາຍປີຜ່ານມາ, ລຸກຊຳບວກ ເປັນຄູ່ຮ່ວມພັດທະນາໜຶ່ງ ທີ່ໃຫ້ການຊ່ວຍເຫຼື່ອແກ່ ສປປ ລາວ ຢ່າງໝັ້ນຄົງ, ປະກອບສ່ວນຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມແບບຢືນຍົງ ໃນບັນດາຂະແໜງການບູລິມະສິດທີ່ສຳຄັນ ເປັນຕົ້ນແມ່ນ ຂະແໜງການສາທາລະນະສຸກ ແລະ ໂພຊະນາການ, ການພັດທະນາທ້ອງຖິ່ນ ແລະ ຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ ແລະ ອາຊີວະສຶກສາ, ແລະ ການປົກຄອງທີ່ດີ. ເຫັນໄດ້ວ່າ, ພາຍໃຕ້ແຜນງານການຮ່ວມມືໄລຍະກາງ ສະບັບທີ 5 (ICP V) ປີ 2023–2027 ໃນປັດຈຸບັນ, ລຸກຊຳບວກ ໄດ້ສະໜອງທຶນຊ່ວຍເຫຼືອຫຼາຍກວ່າ 120 ລ້ານເອີໂຣ ແລະ ໄດ້ເພີ່ມງົບປະມານຢ່າງຕໍ່ເນື່ອງໃຫ້ແກ່ບັນດາໂຄງການ ແລະ ແຜນງານ ທີ່ກໍາລັງຈັດຕັ້ງປະຕິບັດຢູ່, ເຊິ່ງເປັນຫົວໃຈສຳຄັນປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວ, ໂດຍສະເພາະຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ. ຄຽງຄູ່ກັນນັ້ນ, ທ່ານ ຈອດເຈິ ເທີເນສ, ປະທານຮ່ວມກອງປະຊຸມ ໄດ້ມີຄໍາເຫັນວ່າ: “ໃນໄລຍະເກືອບສາມທົດສະວັດຜ່ານມາ, ການເປັນ ຄູ່ຮ່ວມມື ລະຫວ່າງ ລຸກຊຳບວກ ແລະ ສປປ ລາວ ໄດ້ສືບຕໍ່ພັດທະນາຂະຫຍາຍຕົວ ເພື່ອຕອບສະ ໜອງບູລິມະສິດການພັດທະນາຂອງ ປະເທດ. ສິ່ງທີ່ຍັງຄົງບໍ່ປ່ຽນແປງ ແມ່ນຄຳໝັ້ນສັນຍາຮ່ວມກັນຂອງພວກເຮົາ ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຜ່ານການເປັນຄູ່ຮ່ວມມືທີ່ສ້າງຂຶ້ນບົນພື້ນຖານຄວາມໄວ້ເນື້ອ ເຊື່ອໃຈ, ການປຶກສາຫາລື ແລະ ການຮຽນຮູ້ ເຊິ່ງກັນ ແລະ ກັນ. ໃນຂະນະທີ່ ສປປ ລາວ ກຳລັງຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ, ພວກເຮົາ ຫວັງຢ່າງຍິ່ງທີ່ຈະຮ່ວມກັນກຳນົດບົດບາດໃໝ່ ຂອງ ການຮ່ວມມື ຂອງ ພວກເຮົາ.”
ກອງປະຊຸມຄັ້ງນີ້ ໄດ້ເປີດໂອກາດໃຫ້ມີການປະເມີນໝາກຜົນຄວາມສຳເລັດ, ການແກ້ໄຂບັນດາສິ່ງທ້າທາຍ ທີ່ໄດ້ລະ ບຸໄວ້ໃນການປະເມີນຜົນກາງສະໄໝ ຂອງແຜນງານການຮ່ວມມື 5 ປີ ຄັ້ງທີ 5 ທີ່ກໍາລັງຈັດຕັ້ງປະຕິບັດຢູ່, ພ້ອມທັງປຶກສາຫາລືທິດທາງຍຸດທະສາດ ສຳລັບໄລຍະການຮ່ວມມືຕໍ່ໜ້າ ເຊິ່ງຈະກວມເອົາໄລຍະເວລາແຕ່ປີ 2028 ຫາປີ 2032.
ນອກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນ, ທົບທວນ ແລະ ປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດ ໃນຂົງເຂດ ສາທາລະນະສຸກ ແລະ ໂພຊະນາການ, ການພັດທະນາສີມືແຮງງານ ແລະ ຄວາມ ສາມາດໃນການເຂົ້າເຖິງວຽກເຮັດງານທຳ, ການພັດທະນາທ້ອງຖິ່ນ ແລະ ການປົກຄອງແບບ ທົ່ວເຖິງ, ການເຂົ້າ ເຖິງຄວາມຍຸຕິທຳ ແລະ ການສົ່ງເສີມ ລັດທີ່ປົກຄອງດ້ວຍກົດໝາຍ; ເຊິ່ງໃນນັ້ນ ອົງການລັກເດບ (LuxDev) ເປັນອົງການຮ່ວມມືເພື່ອການພັດທະນາ ຂອງ ລຸກຊຳບວກ, ທັງເປັນຄູ່ຮ່ວມຫຼັກໃນການຈັດຕັ້ງປະຕິບັດ ບັນດາແຜນງານຮ່ວມມືຕ່າງໆ, ຮ່ວມກັບບັນດາອົງ ການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງອື່ນໆ.
ທັງສອງຝ່າຍ ໄດ້ສະແດງເຈດຈຳນົງ ທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນການພັດທະນາ ແບບຍືນ ຍົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ.
ກອງປະຊຸມຄະນະກຳມາທິການຄູ່ຮ່ວມມື ລາວ-ລຸກຊຳບວກ ຄັ້ງທີ 18 ຄາດວ່າຈະຈັດຂຶ້ນຢູ່ ລຸກຊຳບວກ ໃນປີ 2027, ເຊິ່ງກົງກັບວັນຄົບຮອບ 30 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດ.