ສິງກະໂປ ກຽມຜະເຊີນລົມມໍລະສຸມຕາເວັນອອກສ່ຽງເໜືອ ແກ່ຍາວຮອດເດືອນມີນາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ບົດລາຍງານຊີ້ໃຫ້ເຫັນວ່າ: ປະລິມານນໍ້າຝົນໂດຍລວມໃນໄລຍະເຄິ່ງຫຼັງຂອງເດືອນພະຈິກຈະສູງກວ່າລະດັບສະເລ່ຍໄລຍະຍາວເລັກນ້ອຍໃນພື້ນທີ່ສ່ວນໃຫຍ່ຂອງສິງກະໂປ, ໂດຍມີພາຍຸຝົນຟ້າຄະນອງທີ່ອາດຈະກະຈາຍເປັນວົງກວ້າງ ແລະ ຮຸນແຮງໃນບາງມື້. ໂດຍອຸນຫະພູມສູງສຸດປະຈຳວັນຄາດວ່າຈະຢູ່ລະຫວ່າງ 32-34 ອົງສາ ແລະ ອາດຈະເກີນ 34 ອົງສາເລັກນ້ອຍໃນບາງມື້, ໃນຂະນະທີ່ອຸນຫະພູມໃນມື້ທີ່ມີຝົນຕົກອາດຈະຢູ່ປະມານ 23 ອົງສາ.
ທັງນີ້, ລົມມໍລະສຸມຕາເວັນອອກສ່ຽງເໜືອມັກຈະເກີດຂຶ້ນຕໍ່ເນື່ອງຈົນຮອດເດືອນມີນາຂອງປີຕໍ່ໄປ.