ເມືອງບໍ່ແຕນ ເລັ່ງພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ-ວັດທະນະທຳ ຕາມທິດສີຂຽວ ແລະ ຍືນຍົງ

ເມືອງບໍ່ແຕນ ແຂວງໄຊຍະບູລີ ມີເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ ທີ່ອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ, ດິນດຳນ້ຳຊຸ່ມ, ປ່າໄມ້ດົກໜາ, ມີແມ່ນ້ຳຫຼາຍສາຍ ເໝາະແກ່ການປູກຝັງ-ລ້ຽງສັດ ແລະ ມີແຫຼ່ງທ່ອງທ່ຽວທຳມະຊາດທີ່ສວຍສົດງົດງາມຫຼາຍແຫ່ງ ເຊັ່ນ: ນ້ຳຕົກຕາດຮຳ, ຕາດສະແນນ, ແກ້ງທຽນ ແລະ ສະຖານທີ່ອື່ນໆອີກຫຼາຍແຫ່ງ; ພ້ອມນີ້, ເມືອງບໍ່ແຕນ ຍັງມີຄຳຂວັນປະຈຳເມືອງວ່າ: "ເມືອງບໍ່ແຕນ ດິນແດນແຫ່ງທຳມະຊາດ, ນ້ຳຕົກຕາດທີ່ສວຍງາມ ລືນາມວິລະຊົນ ປະຊາຊົນດຸໝັ່ນສາມັກຄີຮັກຫໍ່ ບໍ່ເກືອດີມີຄຸນນະພາບ ອາບເອ້ດ້ວຍໝາກພ້າວອ່ອນ ນ້ຳຜັກກະທອນຫອມແຊບຊ້ອຍ ນ້ຳອ້ອຍກະທິຫວານ ງານເທດສະການບຸນເຂົ້າຈີ່ໃຫຍ່".
ທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງບໍ່ແຕນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເມືອງບໍ່ແຕນ ໄດ້ກຳນົດວິໄສທັດໃນການພັດທະນາຮອດປີ 2029 ຄື: "ສືບຕໍ່ພັດທະນາເມືອງບໍ່ແຕນໃຫ້ເຂັ້ມແຂງ, ປູກພືດກະສິກຳ ໝາກຂາມຫວານ, ຢາງພາລາ ແລະ ລ້ຽງສັດໃຫຍ່ເປັນສິນຄ້າ ຕິດພັນກັບການປຸງແຕ່ງ, ພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ສົ່ງເສີມການບໍລິການ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ".
ມາຮອດປັດຈຸບັນ, ເມືອງບໍ່ແຕນ ມີແຫຼ່ງທ່ອງທ່ຽວທີ່ຂຶ້ນບັນຊີໄວ້ທັງໝົດ 14 ແຫ່ງ ປະກອບມີ: ແຫຼ່ງທ່ອງທ່ຽວທາງທຳມະຊາດ 9 ແຫ່ງ, ດ້ານວັດທະນະທຳ 4 ແຫ່ງ ແລະ ດ້ານປະຫວັດສາດ 1 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທາງທຳມະຊາດໄດ້ຮັບການພັດທະນາໄປແລ້ວ 2 ແຫ່ງ ຄື: ຕາດສະແນນ ແລະ ແກ້ງທຽນ; ພ້ອມທັງກຳລັງຈະພັດທະນາຕື່ມອີກ 3 ແຫ່ງ ຄື: ຈຸດຊົມວິວຫຼັງຜາແດງ, ຕາດຮຳ ແລະ ດອນນ້ຳຮ່ຳ. ນອກຈາກນີ້, ຍັງໄດ້ສົ່ງເສີມ ແລະ ຟື້ນຟູວິຖີຊີວິດ, ຮີດຄອງປະເພນີ, ອາຫານການກິນ ແລະ ສີມືຫັດຖະກຳຂອງຊົນເຜົ່າພື້ນເມືອງ ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວ ໂດຍສະເພາະສິ່ງທີ່ພົ້ນເດັ່ນກໍຄື ຫໍໄຕປີດົກ-ວັດໂພແທ່ນໂບລານາຣາມ ທີ່ໄດ້ຖືກຮັບຮອງເປັນມໍລະດົກທ້ອງຖິ່ນຂອງແຂວງອີກດ້ວຍ, ທັງນີ້ ກໍເພື່ອດຶງດູດນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ຽວຊົມ ແລະ ພັກເຊົາຢູ່ເມືອງບໍ່ແຕນໃຫ້ຫຼາຍຂຶ້ນ.
ສຳລັບເມືອງບໍ່ແຕນ ເປັນເມືອງທີ່ຕັ້ງຢູ່ທາງທິດໃຕ້ຂອງແຂວງໄຊຍະບູລີ ຫ່າງຈາກເທດສະບານແຂວງປະມານ 250 ກິໂລແມັດ, ມີເນື້ອທີ່ທັງໝົດ 1,176 ຕາຕະລາງກິໂລແມັດ; ທິດເໜືອ ແລະ ທິດຕາເວັນອອກ ຕິດກັບເມືອງແກ່ນທ້າວ, ທິດໃຕ້ ແລະ ທິດຕາເວັນຕົກ ຕິດກັບ 3 ຈັງຫວັດ 7 ອຳເພີ ຂອງຣາຊະອານາຈັກໄທ ມີຊາຍແດນຍາວ 140 ກິໂລແມັດ (ໃນນີ້ 1 ສ່ວນ 2 ເປັນດິນຕໍ່ແຜ່ນ). ທົ່ວເມືອງປະກອບມີ 3 ຕາແສງ, 26 ບ້ານ, 3,795 ຄອບຄົວ, ມີພົນລະເມືອງທັງໝົດ 19,715 ຄົນ (ຍິງ 9,864 ຄົນ), ໃນນີ້ເຜົ່າລາວກວມເອົາ 98%; ປະຊາຊົນສ່ວນໃຫຍ່ປະກອບອາຊີບກະສິກຳປູກຝັງ ແລະ ລ້ຽງສັດໃຫຍ່ (ງົວ, ຄວາຍ) ເປັນຕົ້ນຕໍ ຕິດພັນກັບການບໍລິການຄ້າຂາຍ ແລະ ການທ່ອງທ່ຽວ.
ຂ່າວ: ສິດທິເດດ