9 ເດືອນ ເສດຖະກິດເມືອງກະລຶມຂະຫຍາຍຕົວຢ່າງຕໍ່ເນື່ອງ ຄາດໝົດປີ GO ຈະບັນລຸ 210 ຕື້ກວ່າກີບ

ໃນໄລຍະ 9 ເດືອນຜ່ານມາ, ເສດຖະກິດ-ສັງຄົມເມືອງກະລຶມ ແຂວງເຊກອງຂະຫຍາຍຕົວໃນທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ, ໂຄງປະກອບເສດຖະກິດ ລວມທັງການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ຂອງປະຊາຊົນໄດ້ມີການຫັນປ່ຽນຢ່າງເປັນລະບົບ, ຄາດຄະເນໝົດປີ 2026 ລວມຍອດຜະລິດຕະພັນພາຍໃນ (GO) ບັນລຸ 210.91 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 10 ລ້ານກວ່າກີບ ຫຼື ເທົ່າກັບ 457 ໂດລາ/ຄົນ/ປີ.
ຄາດຄະເນຜົນການເຕີບໂຕເສດຖະກິດຕາມແຕ່ລະຂະແໜງການ ຄື:
- ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ: ສູ້ຊົນເຮັດໃຫ້ລວມຍອດຜົນຜະລິດໃຫ້ໄດ້ 76.75 ຕື້ກີບ ເທົ່າກັບ 5.70% ກວມເອົາ 36.39% ຂອງ GO.
- ຂະແໜງອຸດສາຫະກໍາ ແລະ ການຄ້າ: ສູ້ຊົນເຮັດໃຫ້ລວມຍອດຜົນຜະລິດໃຫ້ໄດ້ 53.57 ຕື້ກີບ ເທົ່າກັບ 13.45% ກວມເອົາ 25.40% ຂອງ GO.
- ຂະແໜງບໍລິການ: ສູ້ຊົນເຮັດໃຫ້ລວມຍອດຜົນຜະລິດໃຫ້ໄດ້ 80.58 ຕື້ກີບ ເທົ່າກັບ 4.07% ກວມເອົາ 38.21% ຂອງ GO.
ທ່ານ ສີເວີນ ສິງຫາລາດ ປະທານຄະນະກໍາມະການປົກຄອງເມືອງກະລຶມ ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງ ເມື່ອບໍ່ດົນນີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃນໄລຍະ 9 ເດືອນຜ່ານມາ ຍັງໄດ້ຮັບຜົນກະທົບຈາກຫຼາຍປັດໄຈພາຍນອກ ໂດຍສະເພາະສະພາບຄວາມບໍ່ໝັ້ນຄົງໃນພາກພື້ນ ແລະ ສາກົນ, ການຂັດແຍ່ງທາງການຄ້າລະຫວ່າງປະເທດມະຫາອຳນາດ ລວມທັງສົງຄາມໃນຕາເວັນອອກກາງ ທີ່ສົ່ງຜົນໃຫ້ລາຄານ້ຳມັນ, ສິນຄ້າ ແລະ ວັດສະດຸການຜະລິດປັບສູງຂຶ້ນ ກະທົບຕໍ່ຄ່າຄອງຊີບ ແລະ ການດຳລົງຊີວິດຂອງປະຊາຊົນ.
ເຖິງຢ່າງໃດກໍຕາມ, ເພື່ອບັນລຸຄາດໝາຍດັ່ງກ່າວ ອົງການປົກຄອງເມືອງຈະສືບຕໍ່ເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນເມືອງໃຫ້ມີປະສິດທິຜົນ, ສຸມທຶນຮອນເຂົ້າໃນການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການໄປ-ມາຫາສູ່, ການຜະລິດ, ການແລກປ່ຽນຊື້-ຂາຍສິນຄ້າ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ຂອງປະຊາຊົນໃຫ້ນັບມື້ຫຼາຍຂຶ້ນ ເພື່ອການບໍລິໂພກພາຍໃນໃຫ້ພຽງພໍ ແລະ ຂາຍເປັນສິນຄ້າສົ່ງອອກ, ສ້າງສີມືແຮງງານ, ສົ່ງເສີມຫັດຖະກໍາຕໍ່າແຜ່ນ ແລະ ໂຄສະນາສຶກສາອົບຮົມປຸກລະດົມໃຫ້ທຸກພາກສ່ວນທົ່ວສັງຄົມເຂົ້າມາມີສ່ວນຮ່ວມໃນການພັດທະນາ.
...
ຂ່າວ: ສັນຍາ