ດາກຈຶງແດນຫນາວ ແລະແດນສະຫວັນ ແຂ່ງຂັນກິລາບານເຕະມິດຕະພາບ

ການແຂ່ງຂັນກິລາບານເຕະ (ຟຸດຊໍ) ມິດຕະພາບ ລະຫວ່າງ ທິມແດນສະຫວັນຈາກແຂວງອັດຕະປື ແລະທິມດາກຈຶງແດນຫນາວ ຈາກແຂວງ ເຊກອງ ຈັດຂຶ້ນໃນວັນທີ 16 ຕຸລາ 2026 ທີ່ເດີ່ນກິລາບານເຕະສາຍພູຫຼວງ ເມືອງລະມາມ ແຂວງເຊກອງ ໂດຍມີທ່ານ ສົມພອນ ສາຍສຸວັນ ປະທານຄະນະກຳມະການປົກຄອງເມືອງດາກຈຶງ, ພ້ອມນັກກິລາທັງສອງພາກສ່ວນ ເຂົ້າຮ່ວມ.
 
ການແຂ່ງຂັນກິລາຄັ້ງນີ້, ແມ່ນການແຂ່ງຂັນກິລາມິດຕະພາບ, ສ້າງຄວາມສາມັກຄີຮັກແພງ ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ ຂອງ 2 ພາກສ່ວນ ຄື ທິມດາກຈຶງແດນຫນາວ ແລະທິມແດນສະຫວັນ ຮັດແໜ້ນຄວາມສາມັກຄີໄມຕີຈິດ ສ້າງມິດຕະພາບທີ່ດີຕໍ່ກັນ ພ້ອມເປັນການ ພົບປະແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະໃນໄລຍະຜ່ານມາ.
ພ້ອມນີ້, ຍັງເປັນການສ້າງຂະບວນການ ເພື່ອຂໍານັບຮັບຕ້ອນການກະກຽມສະເຫລີມສະຫລອງ 2ວັນປະຫວັດສາດ ໃນປີ 2026 ຄື: ວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 106 ປີ (13 ທັນວາ ປີ1920-13 ທັນວາ 2026) ຕິດພັນກັບຊົມເຊີຍຜົນສຳເລັດການດໍາເນີນກອງປະຊຸມໃຫຍ່ ຂັ້ນຕ່າງໆ ຂອງຊາດຂອງພັກ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
.