
ເປັນການຈັດຕັ້ງປະຕິບັດວຽກງານທີ່ມີປະສິດທິຜົນ ແລະມີຄຸນນະພາບສູງພໍສົມຄວນ ສໍາລັບພະແນກການເງິນແຂວງຈໍາປາສັກເຮັດໃຫ້ວຽກງານການຈັດເກັບລາຍຮັບເຂົ້າງົບປະມານລັດ 10 ເດືອນ 2026 ເປັນໄປຕາມທິດທາງທີ່ກໍານົດໄວ້ ພ້ອມວາງທິດທາງ 2 ເດຶອນທ້າຍປີຈະສູ້ຊົນ ເຮັດໃຫ້ວຽກງານດັ່ງກ່າວເກີດດອກອອກຜົນຕາມທິດທາງທີ່ກໍານົດໄວ້.
ທ່ານ ສະໝັ່ນ ສີດາວົງ ກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງຈໍາປາສັກ ໄດ້ລາຍງານຕໍ່ນັກຂ່າວໜັງສືພິມ ເສດຖະກິດ-ສັງຄົມ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນໄລຍະຜ່ານມາ ແມ່ນດໍາເນີນຢູ່ໃນເງຶ່ອນໄຂສະພາບການຂອງໂລກ ແລະພາກພື້ນຍັງສຶບຕໍ່ປ່ຽນແປ່ນຢ່າງໄວວາ ແລະຄາດເດົາໄດ້ຍາກ, ເຊີ່ງສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມ ຂອງປະເທດຕ່າງໆ ໃນລະດັບທີ່ແຕກຕ່າງກັນເປັນຕົ້ນ: ບັນຫາເງິນເຟີ້, ລາຄາສິນຄ້າເພີ່ມສູງຂື້ນ, ລາຄານໍ້າມັນຖິບຕົວເພີ່ມຂື້ນຢ່າງກະໂດດ, ແຕ່ເຖີງຢ່າງໃດກໍ່ຕາມ ປະເທດລາວກໍ່ຄືແຂວງຈໍາປາສັກຄຽງຄູ່ກັບສິ່ງທ້າທາຍດັ່ງກ່າວ ກໍ່ມີໂອກາດ ແລະ ຂໍ້ສະດວກຫລາຍດ້ານທີ່ເຮັດໃຫ້ການປະຕິບັດວຽກໄດ້ຕາມກໍານົດແຜນການ.
ດ້ານເສດຖະກິດມະຫາພາກ ສາມາດສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 36,537.44 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 77 ເປີເຊັນ, ອັດຕາການຂະຫຍາຍຕົວ 9 ເດຶອນ 2026 ຢູ່ໃນລະດັບ 4.76 ເປີເຊັນ, ສະເລ່ນຕໍ່ຫົວຄົນໄດ້ 2,042 ໂດລາສະຫະລັດ ຫຼື ເທົ່າກັບ 45.09 ລ້ານກິບຕໍ່ຄົນ ເຮັດໃຫ້ໂຄງປະກອບເສດຖະກິດ ຂະແໜງກະສີກໍາກວມ 34.75 ເປີເຊັນ, ຂະແໜງອຸດສາຫະກໍາກວມ 21.97 ແລະ ຂະແໜງບໍລິການກວມ 43.28 ຂອງ GDP.
ລາຍຮັບງົບປະມານທົ່ວແຂວງປະຕິບັດໄດ້ທັງໝົດ 3,109.32 ຕື້ກິິບ, ທຽບໃສ່ແຜນປີປະຕິບັດໄດ້ 85 ກວ່າເປິເຊັນ, ທຽບໃສ່ແຜນປີປະຕິບັດໄດ້ 85 ກວ່າເປີເຊັນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະຕິບັດໄດ້ 102 ກວ່າເປີເຊັນ, ໃນນັ້ນລາຍຮັບບ້ວງສູນກາງປະຕິບັດໄດ້ 1,676.61 ຕື້ກິບ, ທຽບໃສ່ແຜນປີປະຕິບັດໄດ້ 79%ກວ່າເປິເຊັນ, ລາຍຮັບບ້ວງທ່ອງຖິ່ນປະຕິບັດໄດ້ 1,432.70 ຕື້ກິບ, ທຽບໃສ່ແຜນປີປະຕິບັດໄດ້ 93 ກວ່າເປີເຊັນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະຕິບັດໄດ້ 103 ກວ່າເປິເຊັນ.
ສໍາລັບທິດທາງ 2 ເດຶອນທ້າຍປີ 2026 ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 3,406.87 ຕື້ກີບ, ໃນນັ້ນພູດສູນກາງໃຫ້ໄດ້ 1,905.72 ຕື້ກີບ, ພູດແຂວງໃຫ້ໄດ້ 1,501.15 ຕື້ກິບ, ໃນນັ້ນສວຍສາອາກອນໃຫ້ໄດ້ 1,459.52 ຕື້ກິບ ແລະ ຄຸ້ມຄອງຊັບສິນຂອງລັດໃຫ້ໄດ້ 40.25 ຕື້ກິບ.
ຂ່າວ: ໂພທິລາດ- ເສດຖະກິດສັງຄົມ